ທ່ານພັນກີມູນ ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ ປາທານາທິບໍດີ ອັສສັດ ຢຸດເຂັ່ນຂ້າປະຊາຊົນຂອງຕົນເອງ.
ປະທານາທິບໍດີ ໝາ ຢິ້ງຈີວ ໃຫ້ຄໍາໝັ້ນສັນຍາ ທີ່ຈະມີສາຍພົວພັນ ທີ່ລາບລື່ນຂຶ້ນ ກັບຈີນ ໃນການດໍາລົງຕໍາແໜ່ງ ສະໄໝທີສອງຂອງທ່ານ.
ພວກພະນັກງານຊ່ອຍກູ້ໄພໃນກໍາປັ່ນທ່ອງທ່ຽວອີຕາລີ ໄດ້ຊ່ອຍຜູ້ລອດຊີວິດອີກຄົນນຶ່ງ ເປັນຄົນທີ 3 ນັບແຕ່ວັນເສົາມາ.
ປະຊາຊົນໄນຈີເຣຍ ພາກັນປະທ້ວງ ເປັນມື້ທີ 3 ຮຽກຮ້ອງໃຫ້ ລັດຖະບານ ຮື້ຟື້ນການຊ່ອຍເຫລືອ ເກື້ອກູນນໍ້າມັນຄືນ.
ລັດຖະມົນຕີການເງິນສະຫະລັດ ຊອກຫາການສະໜັບສະໜຸນຈາກຈີນ ໃນການລົງໂທດ ຂອງສະຫະລັດ ຕໍ່ອຸດສາຫະກໍານໍ້າມັນອີຣ່ານ.
ກໍາປັ່ນຂອງສະຫະລັດຊ່ອຍກູ້ຊີວິດ ພວກລູກເຮືອອີຣ່ານ 6 ຄົນດັ່ງກ່າວ ຫລັງຈາກເຮືອເຂົາເຈົ້າຫຼົ້ມ ໃນເຂດນ່ານນໍ້ານອກຝັ່ງອີຣັກ.
ທ່ານມິດ ຣອມນີ ຊະນະ ການເລືອກຕັ້ງຂັ້ນຕົ້ນ ຂອງພັກ Republican ອີກ ທີ່ລັດ New Hampshire.
ລະເບີດແຕກຂຶ້ນ ໃກ້ໆກັບຊາຍແດນ ອັຟການິສຖານ ໄດ້ສັງຫານປະຊາຊົນ 25 ຄົນ ໃນພາກຕາເວັນຕົກສຽງເໜືອ ຂອງປາກີສຖານ.
ເກົາຫລີເໜືອວາງແຜນໃຫ້ອະໄພໂທດແກ່ພວກນັກຈໍານວນນຶ່ງໃນເດືອນໜ້າ ແຕ່ບໍ່ເຈາະ ຈົງຈໍານວນໃຫ້ຊາບ.
ອີຣ່ານຢືນຢັນວ່າ ຕົນໄດ້ເລີ້ມທໍາການກັ່ນທາດຢູເຣນຽມ ທີ່ໂຮງງານແຫ່ງທີສອງ ໃຕ້ດິນ ບ່ອນທີ່ວັດຖຸສາມາດເສີມສະມັດຖະພາບ ເພື່ອສ້າງລະເບີດນິວເຄລຍ.
ປະທານາທິບໍດີ al-Assad ແຫ່ງຊີເຣຍກ່າວວ່າ ບໍ່ໄດ້ມີຄໍາສັ່ງ ໃຫ້ຍິງປືນໃສ່ ພວກພົນລະເຮືອນ ຕໍ່ຕ້ານລັດຖະບານ.
ພະ Lama Sopa Tulku ເປັນພະສົງທີເບດອົງທີສາມ ທີ່ຈູດໂຕເອງຕາຍໃນໄລຍະ 3 ມື້ຜ່ານມານີ້ ເພື່ອປະທ້ວງຕໍ່ຕ້ານການປົກຄອງຂອງຈີນ.
ຊາວກາໂຕລິກຢ່າງໜ້ອຍ 3 ລ້ານຄົນໄດ້ປະກອບສ່ວນ ໃນຂະບວນແຫ່ທາງສາສະໜາ ເຖິງແມ່ນມີເຕືອນວ່າ ພວກກໍ່ການຮ້າຍອາດຈະ ທໍາການໂຈມຕີກໍຕາມ.
ບັນດາຜູ້ສະໝັກເລືອກຕັ້ງປະທານາທິບໍດີ ສັງກັດພັກ Republican ໂຕ້ວາທີກັນ ເປັນເທື່ອທີສອງໃນລັດ New Hampshire.
ສັນນິບາດຊາດອາຫຣັບ ໄດ້ຕົກລົງກັນທີ່ຈະເພີ່ມ ຈໍານວນພວກນັກສັງເກດການ ທີ່ສົ່ງໄປປະຕິບັດການໃນຊີເຣຍນັ້ນ.
ກໍາປັ່ນບັນທຸກສິນຄ້າລໍານຶ່ງ ທີ່ເກີຍຕຶ້ນຢູ່ນອກຝັ່ງທະເລນີວຊີແລນ ຕັ້ງແຕ່ເດືອນຕຸລາແລ້ວນີ້ ກໍາລັງກາຍມາເປັນໄພຂົ່ມຂູ່ ຕໍ່ສະພາບແວດລ້ອມ ທາງທະເລ.
ນັກການທູດອາວຸໂສ 2 ທ່ານ ແລະຜູ້ແທນ ສະພາຕໍ່າສະຫະລັດ ຈະທໍາການຢ້ຽມຢາມ ມຽນມາ ໃນສັບປະດາໜ້າ.
ທ່ານມິດ ຣອມນີ ຜູ້ສະມັກແຂ່ງຂັນ ປະທານາທິບໍດີສະຫະລັດ ຖືກຕໍາໜິຕິຕຽນ ຈາກພວກຄູ່ແຂ່ງ ໃນລະຫວ່າງການໂຕ້ວາທີ ທີ່ລັດ New Hampshire.
ພວກລັດຖະມົນຕີການຕ່າງປະເທດ ຂອງສັນນິບາດຊາດອາຣັບ ທໍາການ ໂອ້ລົມສົນທະນາກັນ ເລື້ອງພາລະກິດ ຂອງພວກນັກສັງເກດການ ໃນຊີເຣຍ.
ກອງທັບເຮືອສະຫະລັດຊ່ອຍຊີວິດ ພວກໂຕປະກັນອີຣ່ານ 23 ຄົນ ຈາກພວກໂຈນສະລັດ.
ໂຫລດຕື່ມອີກ