ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນໄນຈີເຣຍ ທໍາການ ປະທ້ວງ ເປັນມື້ທີ 3 (ເບິ່ງສະໄລດ໌)


A boy shields himself from the rain at a refugee camp in Tyre, southern Lebanon, Jan. 31, 2013.
A boy shields himself from the rain at a refugee camp in Tyre, southern Lebanon, Jan. 31, 2013.

























ພວກ​ປະ​ທ້ວງ​ໄດ້​ໂຮມ​ຊຸມນຸມ​ກັນ​ທີ່​ໄນ​ຈີ​ເຣຍ​ເປັນ​ມື້​ທີ 3 ຮຽກຮ້ອງ​ໃຫ້ລັດຖະບານຟື້ນ
ການຊ່ອຍເຫລືອເກື້ອກູນນໍ້າມັນຄືນໃໝ່​ໃນ​ຂະນະ​ທີ່ພວກສະຫະພັນ​ກໍາມະບານ​ລາຍ​
ໃຫຍ່​ຂອງ​ປະ​ເທດຮຽກຮ້ອງ​ໃຫ້​ປະທານາ​ທິບໍດີGoodluck Jonathan ຮັບ​ຟັງສຽງ
ຂອງ​ປະຊາຊົນ.

ພວກ​ປະ​ທ້ວງ​ໄດ້​ຊຸມນຸມ​ກັນ​ທີ່​ນະຄອນ Lagos ຫົວເມືອງໃຫຍ່​ທາງ​ດ້ານ​ການຄ້າຂອງ
ໄນ​ຈີ​ເຣຍ​ແລະ​ໃນ​ຂົງ​ເຂດ​ອື່ນ​ໆ.

ພວກ​ປະ​ທ້ວງ​ໄດ້​ໂຮມ​ຊຸມນຸມ​ກັນ​ຄັ້ງ​ໃຫຍ່​ໃນ​ເມືອງ​ດັ່ງກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ ຂະນະ
ທີ່​ປະຊາຊົນ​ຕື່ມ​ອີກ​ຫລາຍ​ພັນ​ຄົນພາກັນທໍາ​ການ​ປະ​ທ້ວງ​ໃນ​ຂົງ​ເຂດ​ຕ່າງໆທົ່ວ​ປະ​ເທດ
.ການ​ປະ​ທ້ວງໃຫຍ່ຂອງ​ອີກ​ກຸ່ມ​ນຶ່ງ​ໄດ້​ມີ​ຂຶ້ນ​ໃນ​ນະຄອນຫລວງ Abuja.

ການ​ນັດ​ຢຸດ​ງານ​ທົ່ວ​ປະ​ເທດ​ໄດ້​ອັດ​ວົງ​ການ​ທຸລະ​ກິດ​ຕ່າງໆ​ລົງ ​ໃນ​ຂະນະ​ທີ່​ພວກ​ປະ​ທ້ວງ​ພາກັນ​ສະ​ແດງ​ອອກ​ແຫ່ງ​ຄວາມ​ໂມ​ໂຫ​ໂທ​ໂສ ຕໍ່ລັດຖະບານ​ທີ່​ໄດ້​ລົບ​ລ້າງ​ການ​ຊ່ອຍ​ເຫລືອ​ເກື້ອກູນນໍ້າມັນ​ໃນ​ວັນ​ທີ 1 ມັງກອນ​ນີ້​ເປັນ​ຕົ້ນ​ມາ ຊຶ່ງ​ການ​ຢຸດ​ໂຄງການ​ຊ່ອຍ​ເຫລືອ​ເກື້ອກູນ​ດັ່ງ ກ່າວ​ໄດ້​ເຮັດ​ລາຄາ​ນໍ້າມັນ​ເພີ່ມ​ຂຶ້ນ​ເປັນ​ສອງ​ເທົ່າ​ໂຕ​ໃນ​ຄືນ​ຕໍ່​ມາ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ໄນ​ຈີ​ເຣຍ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້​ພວກ​ພະນັກງານ​ລັດຖະບານ​ກັບ​ຄືນ​ໄປ​ເຮັດ​ວຽກ​ເຮັດ​ການ​ຂອງ​ເຂົາ​ເຈົ້າ​ ຫລື​ບໍ່​ດັ່ງ​ນັ້ນກໍ​ຈະບໍ່​ໄດ້​ຮັບ​ເງິນ​ເດືອນ.

ເບິ່ງຮູບໃນ ສໄລ໌ໂຊ

XS
SM
MD
LG