ປະທານາທິບໍດີ Bashar al-Assad ແຫ່ງຊີເຣຍກ່າວວ່າ ບໍ່ໄດ້ມີຄໍາສັ່ງໃຫ້ພວກກໍາລັງຮັກສາຄວາມປອດໄພຂອງລັດຖະບານຍິງປືນໃສ່ພວກພົນລະເຮືອນ ແລະທ່ານຖິ້ມໂທດໃສ່ແຜນການຮວມຫົວກັນຂອງຕ່າງປະເທດ ທີ່ພາໃຫ້ມີການລຸກຮືຂຶ້ນຕໍ່ຕ້ານລັດຖະບານມາໄດ້ 10 ເດືອນໃນຊີເຣຍນັ້ນ.
ໃນຄໍາປາໄສຍາວ 100 ນາທີໃນວັນອັງຄານມື້ນີ້ທີ່ນະຄອນຫລວງ ດາມັສກັສ ທ່ານ Assad ກ່າວວ່າ ການຟື້ນຟູຄວາມສະຫງົບຂຶ້ນຄືນໃນຊີເຣຍເປັນເລື້ອງບູລິມະສິດ ແລະສາມາດບັນລຸຄວາມສໍາເລັດໄດ້ໂດຍທໍາການຕອບໂຕ້ຕໍ່ພວກກໍ່ການຮ້າຍດ້ວຍອໍານາດທີ່ເດັດຂາດ. ທ່ານ Assad ໄດ້ກ່າວຍ້ອງຍໍການປະຕິບັດງານຂອງພວກກໍາລັງຮັກສາຄວາມປອດໄພຂອງຊີເຣຍນັ້ນ.
ລັດຖະບານຊີເຣຍກ່າວຫາພວກກໍ່ການຮ້າຍທີ່ປະກອບອາວຸດວ່າເປັນຜູ້ຊຸກຍູ້ໃຫ້ທໍາການຕໍ່ຕ້ານອໍານາດປົກຄອງແບບຜະເດັດການຂອງທ່ານ Assad ມາໄດ້ 11 ປີນັ້ນ.
ປະທານາທິບໍດີທີ່ກໍາລັງປະເຊີນກັບບັນຫາຂອງຊີເຣຍກ່າວໃນວັນອັງຄານມື້ນີ້ວ່າ ທ່ານຈະລາອອກຈາກຕໍາແໜ່ງຂອງທ່ານຕາມເຈດຕະນາຂອງປະຊາຊົນເທົ່ານັ້ນ.
ທ່ານ Assad ໃຫ້ຄໍາໝັ້ນສັນຍາວ່າ ຈະປະໃຫ້ປະຊາຊົນຊີເຣຍລົງມະຕິກ່ຽວກັບກົດໝາຍລັດຖະທໍາມະນູນສະບັບໃໝ່ໃນການລົງປະຊາມະຕິໃນເດືອນມີນາປີນີ້ ຫລັງຈາກນັ້ນກໍຈະມີການເລືອກຕັ້ງເອົາສະມາຊິກລັດຖະສະພາ.
ນອກນັ້ນທ່ານ Assad ຍັງກ່າວເຊ່ນກັນວ່າ ທ່ານຈະບໍ່ປະຕິເສດໃນການແກ້ໄຂໃດໆຂອງກຸ່ມອາຣັບຕໍ່ວິກິດການໃນຊີເຣຍ ຕາບໃດທີ່ມີການເຄົາລົບນັບຖືອະທິປະໄຕຂອງຊີເຣຍ.
ທ່ານ Assad ໄດ້ກ່າວຕໍາໜິຕິຕຽນສື່ມວນຊົນລະຫວ່າງຊາດວ່າ ດໍາເນີນການຕໍ່ຕ້ານຊີເຣຍ ແລະກ່າວຕໍາໜິຕິຕຽນສັນນິບາດຊາດອາຣັບເຊ່ນກັນ ຊຶ່ງໄດ້ງົດການເປັນສະມາຊິກຂອງຊີເຣຍໃນສັນນິບາດດັ່ງກ່າວໃນເດືອນພະຈິກຜ່ານມານັ້ນ.
ຄໍາປາໄສຂອງທ່ານ Assad ມີຂຶ້ນທ່າມກາງທີ່ພວກນັກສັງເກດການຂອງສັນນິບາດຊາດອາຣັບທີມນຶ່ງສືບຕໍ່ດໍາເນີນພາລະກິດຂອງຕົນເພື່ອສັງເກດເບິ່ງການຈັດຕັ້ງປະຕິບັດຂອງຊີເຣຍ ຕາມແຜນການເພື່ອຍຸດຕິຄວາມຮຸນແຮງຕໍ່ພວກປະທ້ວງຕໍ່ຕ້ານລັດຖະບານນັ້ນ.