ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

25 ຄົນເສຍຊີວິດ ຍ້ອນລະເບີດແຕກ ໃນປາກີສຖານ (ເບິ່ງສະໄລດ໌)


ເຈົ້າໜ້າທີ່ຮັກສາຄວາມປອດໄພປາກີສຖານຄົນນຶ່ງກໍາລັງນໍາຄົນເຈັບຄົນນຶ່ງໄປໃສ່ລົດ ຍ້ອນລະເບີດແຕກຂຶ້ນ ໃນເຂດຊົນເຜົ່າ Khyber.ປາກີສຖານ.
ວັນທິ 10 ມັງກອນ 2012.
ເຈົ້າໜ້າທີ່ຮັກສາຄວາມປອດໄພປາກີສຖານຄົນນຶ່ງກໍາລັງນໍາຄົນເຈັບຄົນນຶ່ງໄປໃສ່ລົດ ຍ້ອນລະເບີດແຕກຂຶ້ນ ໃນເຂດຊົນເຜົ່າ Khyber.ປາກີສຖານ. ວັນທິ 10 ມັງກອນ 2012.

ບັນດາ​ເຈົ້າ​ໜ້າ​ທີ່​ປາ​ກີ​ສຖານ​ກ່າວ​ວ່າ ລະ​ເບີດລູກ​ນຶ່ງ​ທີ່​ແຕກ​ຂຶ້ນ​ໃກ້ໆ​ກັບ​ຊາຍແດນ​ອັຟກາ​ນີສຖານ ​ໄດ້​ສັງຫານ​ປະຊາຊົນ​ໄປ​ຢ່າງ​ໜ້ອຍ 25 ຄົນແລະ​ບາດ​ເຈັບ​ຕື່ມ​ອີກ 26 ຄົນ ຊຶ່ງເປັນ​ການ​ໂຈມ​ຕີ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດທີ່​ເກີດ​ຂຶ້ນ​ໃນ​ຮອບ​ຫລາຍເດືອນ​ຜ່ານ​ມາ​ນີ້.

ທາງ​ການ​ປາ​ກີ​ສຖານ​ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ ມັນ​ເປັນ​ການວາງ​ລະ​ເບີດ​ໃນ​ໄລຍະ​ໄກ​ທີ່ໃຊ້​ເຄື່ອງ remote ຄວບ​ຄຸມ ທີ່​ແຕກ​ຂຶ້ນ​ໃນ​ຕະຫຼາດ​ແຫ່ງ​ນຶ່ງ​ໃນ​ຂົງ​ເຂດ​ຊົນ​ເຜົ່າ Khyber ​ໃນ​ວັນ​ອັງຄານ​ມື້​ນີ້. ພວກທີ່​ເຫັນ​ເຫດການ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ປະ​ໃຫ້ພວກ​ຊາກ​ສົບ​ຫລາຍ​ສົບ​ຢາ​ຍຊະຊາຍ​ຢູ່​ໃນ​ບ່ອຍ​ເກີດ​ເຫດ​ນັ້ນ.

ຢູ່​ໃກ້ໆ​ກັບ​ບ່ອນ​ລະ​ເບີດ​ແຕກ​ຂຶ້ນ ມີ​ລົດ​ຫລາຍ​ຄັນ​ທີ່​ໃຊ້​ໂດຍ​ພວກ​ທະຫານ​ບ້ານ​ທີ່​ນິຍົມ​ຝ່າຍ​ລັດຖະບານ. ກອງທັບ​ປາ​ກີ​ສຖານ​ສະໜັບສະໜຸນ​ການຈັດ​ຕັ້ງ​ກຸ່ມ​ທະຫານ​ບ້ານ​ຕໍ່ຕ້ານ​ກຸ່ມ​ຕາ​ລີ​ບັນ​ໃນທ້ອງ​ຖິ່ນ​ຂຶ້ນ ອັນ​ທີ່​ເອີ້ນ​ກັນ​ວ່າ ກຸ່ມ lashkars ແລະ​ພວກ​ຫົວ​ຮຸນ​ແຮງ​ໄດ້​ທໍາ​ການ​ໂຈມ​ຕີ​ພວກ​ທະຫານ​ບ້ານ​ພ້ອມ​ດ້ວຍ​ພວກ​ຄອບຄົວຂອງ​ເຂົາ ​ເຈົ້າຢ່າງ​ຕໍ່​ເນື່ອງ​ມາ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້.

ໃນ​ຂະນະ​ທີ່​ຍັງ​ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້​ເທື່ອ ​ແຕ່​ການ​ໂຈມ​ຕີ​ແບບ​ນີ້ ສ່ວນ​ຫລາຍ​ເປັນ​ຍຸດ​ທະວິ​ທີ​ຂອງ​ພວກ​ກຸ່ມຫົວຮຸນ​ແຮງ​ປາ​ກີ​ສຖານ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອທີ່​ສະຖານະ ​ການ​ມີ​ຄວາມ​ຫຼໍ່​ແຫຼມນັ້ນ.

ເບິ່ງຮູບສໄລ໌ໂຊຂອງເຫດການບະເບີດແຕກ

XS
SM
MD
LG