ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສັນນິບາດຊາດອາຫຣັບ ຈະເພີ່ມ ຈໍານວນນັກສັງເກດການ ໃນຊີເຣຍ


ພວກສະມາຊິກຂອງສັນນິບາດຊາດອາຣັບພົບປະກັນທີ່ກຸງໄຄໂຣ, ອີຈິບ.
ວັນທີ 9 ມັງກອນ 2012.
ພວກສະມາຊິກຂອງສັນນິບາດຊາດອາຣັບພົບປະກັນທີ່ກຸງໄຄໂຣ, ອີຈິບ. ວັນທີ 9 ມັງກອນ 2012.

ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສັນນິບາດ​ຊາດ​ອາຫຣັບ ​ໄດ້ຮຽກຮ້ອງ​ໃຫ້​ຊີ​ເຣຍ
​ເຄົາລົບ​ນັບຖື​ຂໍ້​ຕົກລົງ​ຂອງຕົນ ທີ່ຈະ​ຢຸດ​ທໍາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ພວກ​ປະ​ທ້ວງ​ນັ້ນ
​ແລະ​ໄດ້​ຕົກລົງ​ທີ່ຈະ​ເພີ່ມ​ຈໍານວນ​ພວກ​ນັກ​ສັງ​ເກດ​ການ ​ທີ່​ໄປ​ສົ່ງກາ​ນ​ເບິ່ງ​ການຈັດ​ຕັ້ງ​ປະຕິ
ບັດ​ຕາມແຜນການ​ຂອງ​ຕົນ.

ພວກ​ນັກ​ການ​ທູດ​ຂັ້ນ​ສູງ​ສຸດ​ຈາກ​ປະ​ເທດ​ກາ​ຕ້າ​ແລະ​ຈາກ​ປະ​ເທດ​ອາຫຣັບອື່ນໆ​ໄດ້​ພົບ​ປະ
ກັນໃນ​ວັນ​ອາທິດ​ວານ​ນີ້​ທີ່​ກຸງ​ໄຄ​ໂຣ ​ເພື່ອ​ປະ​ເມີນ​ເບິ່ງ​ຄວາມ​ຄືບ​ໜ້າ​ຂອງ​ການ​ປະກອບ​ພາລະ
ກິດ​ຂອງ​ພວກ​ນັກ​ສັງເກດການ ທີ່​ກໍາລັງ​ປະຕິບັດ​ງານ​ຢູ​ໃນ​ຊີ​ເຣຍ ປະມານ 100 ຄົນ​ນັ້ນ.

ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ຊີ​ເຣຍ​ແລະ​ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ໄດ້ກ່າວຕໍາ​ໜິ
ຕິຕຽນ​ພວກ​ນັກ​ສັງ​ເກດ​ການ​ວ່າ ການ​ມີໜ້າຂອງ​ ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ໃຫ້ການ​ປາບ​
ປາມ​ຂອງ​ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ປະທານາທິບໍດີ Bashar al-Assad ​ແຫ່ງ​ຊີ​ເຣຍ
ຕໍ່​ພວກ​ປະ​ທ້ວງ ​ຜ່ອນຄາຍ​ລົງເລີຍ ຊຶ່ງ​ພວກ​ຕໍາ​ໜິຕິຕຽນ​ບາງ​ຄົນ​ໄດ້​ຮຽກຮ້ອງ​ໃຫ້​ສັນນິ
ບາດ​ຊາດ​ອາຫຣັບຖອນ ​ພວກ​ນັກ​ສັງ​ເກດ​ການອອກໄປ. ແຕ່​ສັນນິບາດ​ຊາດ​ອາຫຣັບກ່າວ
​ວ່າພາລະກິດ​ດັ່ງກ່າວ​ຈະ​ດໍາ​ເນີນ​ສືບ​ຕໍ່​ໄປ. ຫົວໜ້າ​ທີ​ມ​ສັງ​ເກດ​ການ ນາຍ​ພົນ Mohamed
Ahmed Mustafa al-Dabi ຈາກ​ຊູ​ແດນ​ ໄດ້​ນໍາສະເໜີ​ລາຍ​ງານ​ຂັ້ນຕົ້ນກ່ຽວ​ກັບການ
ປະກອບ​ພາລະກິດຂອງທີມງານໃນ​ວັນ​ອາທິດ​ວານ​ນີ້ ​ແລະ​ຈະນໍາສະເໜີ​ລາຍ​ງານໂດຍ
ເຕັມ​ໃນ​ວັນ​ທີ 19 ມັງກອນ​ນີ້.

ພວກ​ຄັດຄ້ານ​ປະທານາທິບໍດີ Assad ຈໍານວນ​ຫລາຍ​ກວ່າ 50 ຄົນພາກັນ​ໂຮ​ມຊຸມນຸມ
ຢູ່​ຂ້າງ​ນອກ​ໂຮງ​ແຮມ​ໃນ​ກຸງ​ໄຄ​ໂຣ ບ່ອນ​ທີ່ພວກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງສັນນິ
ບາດ​ຊາດ​ອາຫຣັບພົບ​ປະກັນ ແລະພາກັນ​ຮ້ອງ​ຄໍາ​ຂວັນ​ຕ່າງໆ​ຕໍ່ຕ້ານ​ທ່ານ Assad.
​ພວກຕໍ່ຕ້ານ ​ຮຽກຮ້ອງ​ໃຫ້​ຢຸດຕິການ​ປົກຄອງ​ແບບ​ຜະ​ເດັດ​ການ​ມາເປັນ​ເວລາ 11 ປີ​
ຂອງທ່ານ Assad ນັ້ນ.

XS
SM
MD
LG