ສື່ມວນຊົນຈີນ ສະແດງຄວາມເປັນຫ່ວງ ກ່ຽວກັບແຜນການປ້ອງກັນປະເທດ ສະບັບໃໝ່ຂອງສະຫະລັດ.
ການວາງລະເບີດສະລະຊີບຢູ່ສີ່ແຍກ ທີ່ມີການຈະລາຈອນຄັບຄັ່ງແຫ່ງນຶ່ງ ໃນໃຈກາງກຸງດາມັສກັສ ເຮັດໃຫ້ປະຊາຊົນ ເສຍຊີວິດ 25 ຄົນແລະບາດເຈັບ 46 ຄົນ.
ພວກມືປືນຈຸນຶ່ງໄດ້ສັງຫານປະຊາຊົນ ຢ່າງໜ້ອຍ 20 ຄົນ ໃນພາກຕາເວັນອອກສຽງເໜືອຂອງ ໄນຈີເຣຍ ໃນບັ້ນຫລ້າສຸດຂອງການໂຈມຕີ ຕິດຕໍ່ກັນມາຫລາຍບັ້ນ.
ກອງທຶນສາກັນກໍານົດຈະຕັດການທໍານາຍ ອັດຕາການເຕີບໂຕຂອງເສດຖະກິດໂລກ ຂອງຕົນລົງ ສໍາລັບປີ 2012 ຍ້ອນວິກິດການໜີ້ສິນຂອງຢູໂຣບ.
ເດັກໄວລຸ່ນອາເມຣິກັນ ທີ່ຖືກເນລະເທດຜິດໄປຍັງໂຄລອມເບຍ ຫລັງຈາກອ້າງວ່າ ເປັນຄົນເຂົ້າເມືອງຜິດກົດໝາຍ ເດີນທາງກັບຄືນສະຫະລັດແລ້ວ.
ລັດຖະມົນຕີຊ່ອຍວ່າການຕ່າງປະເທດສະຫະລັດ ໂອ້ລົມສົນທະນາກັບບັນດາເຈົ້າໜ້າທີ່ ເກົາຫລີໃຕ້ ທີ່ກຸງໂຊນ.
ປະຊາຊົນ 25 ຄົນເສຍຊີວິດ ຍ້ອນດິນເຈື່ອນທັບ ໃນເຂດບໍ່ຄໍາແຫ່ງນຶ່ງ ໃນພາກໃຕ້ຂອງຟີລີບປິນ.
ຄາດວ່າ ປ. ບາຣັກ ໂອບາມາ ຈະເປີດເຜີຍ ແຜນການປ້ອງກັນປະເທດໃໝ່ ທີ່ສະທ້ອນເຖິງ ການຕັດງົບປະມານລົງ ຫລາຍຕື້ດອນລາ ໃນວັນພະຫັດມື້ນີ້.
ທ່ານມິຕ ຣອມນີ ທີ່ໄດ້ຊະນະການເລືອກຕັ້ງ ຂອງພັກຣີພັບບລິກັນ ທີ່ລັດ ໄອໂອວາ ບັດນີ້ ຫັນໄປສຸມຄວາມສົນໃຈ ໃສ່ລັດ New Hampshire.
ເກົາຫລີໃຕ້ແລະສະຫະລັດ ກໍານົດຈະລົງນາມ ໃນຂໍ້ຕົກລົງຮ່ວມກັນສະບັບນຶ່ງ ເພື່ອຕອບໂຕ້ ຕໍ່ການຮຸກຮານ ຂອງເກົາຫລີເໜືອ.
ນາຍົກລັດຖະມົນຕີ ໂຍຊິຮິໂກະ ໂນດະ ກ່າວວ່າ ການປະຕິຮູບໜີ້ສິນແລະລະບົບພາສີ ແມ່ນຈໍາເປັນໃນລາຍການປະຈໍາປີ 2012.
ປະຊາຊົນອີຈິບອອກໃຊ້ສຽງ ໃນການປ່ອນບັດ ຮອບສຸດທ້າຍ ໃນການເລືອກຕັ້ງເອົາສະມາຊິກ ສະພາແຫ່ງຊາດ.
ທ່ານ Mitt Romney ຊະນະການເລືອກຕັ້ງ ຂອງພັກ Republican ຢ່າງຫວຸດວິດ ທີ່ລັດ Iowa ໃນວັນອັງຄານວານນີ້.
ປະຊາຊົນເກົາຫລີເໜືອ ໃຫ້ຄໍາປະຕິຍານ ເຖິງຄວາມຈົງຮັກພັກດີ ຕໍ່ຜູ້ນໍາຄົນໃໝ່ ຂອງເຂົາເຈົ້າ.
ຝຣັ່ງຮຽກຮ້ອງໃຫ້ມີຄວາມກະຈ່າງແຈ້ງ ກ່ຽວກັບ ການປະກອບພາລະກິດ ຂອງພວກນັກສັງເກດການໃນຊີເຣຍ.
ອີຣ່ານເຕືອນກໍາປັ່ນບັນທຸກເຮືອບິນສະຫະລັດ ບໍ່ໃຫ້ກັບຄືນໄປຍັງອ່າວເປີເຊຍ ຫລັງຈາກ ກຸງເຕຫະຣ່ານເສັດສິ້ນການຊ້ອມລົບທາງທະເລ.
ບັນດາຜູ້ສະມັກປະເຊີນກັບການທົດສອບ ໃນການເລືອກຕັ້ງຂອງພັກ ທີ່ມີຂຶ້ນ ໃນວັນອັງຄານມື້ນີ້ ທີ່ລັດໄອໂອວາ.
ຕໍາຫລວດແລະກຸ່ມປົກປ້ອງສິດທິມະນຸດກຸ່ມນຶ່ງ ໃນພາກຕາເວັນຕັກສຽງເໜືອຂອງຈີນ ປະທະກັນ ທີ່ໂບດມຸສລິມແຫ່ງນຶ່ງ ໃນຈີນ.
ບັນດາຜູ້ສະມັກແຂ່ງຂັນປະທານາທິບໍດີ ສັງກັດພັກ Republican ຍັງມີເວລາພຽງມື້ດຽວ ເພື່ອໂຄສະນາຫາສຽງ ໃນລັດ Iowa.
ປ. ຫລີ ມີອອງ ພັກ ແຫ່ງເກົາຫລີໃຕ້ ກ່າວວ່າ ຍຸກໃໝ່ໃນສາຍພົວພັນລະຫວ່າງສອງເກົາຫລີ ສາມາດມີຂຶ້ນໄດ້.
ໂຫລດຕື່ມອີກ