ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງທຶນສາກົນຈະຕັດການທໍານາຍ ອັດຕາການເຕີບໂຕ ຂອງເສດຖະກິດໂລກລົງ


ທ່ານນາງ Christine Lagarde ຫົວໜ້າບໍລິຫານກອງທຶນສາກົນຫລື IMF.
ທ່ານນາງ Christine Lagarde ຫົວໜ້າບໍລິຫານກອງທຶນສາກົນຫລື IMF.


















ໃນ​ຂະນະ​ທີ່​ມີ​ຄວາມ​ຢ້ານ​ກົວ​ສືບ​ຕໍ່​ໄປ​ກ່ຽວ​ກັບ​ວິ​ກິດ​ການ​ດ້ານ​ໜີ້​ສິນ​ຂອງຢູ​ໂຣບຢູ່​ນີ້ ກອງ​ທຶນ​ສາກົນ​ຫລື IMF ກ່າວ​ວ່າ ຕົນ​ກໍານົດ​ຈະ​ຕັດການ​ທໍານາຍ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ໂລກ​ລົງໃນ​ອັດຕາ​ຕໍາ​ກວ່າ​ສໍາລັບ​ປີ 2012 ນີ້.

ໃນ​ເດືອນ​ກັນຍາ​ຜ່ານ​ມາ ກອງ​ທຶນ​ສາກົນ​ໄດ້​ທໍາ​ນານ​ຍວ່າ ການ​ເສດຖະກິດ​ຂອງ​ໂລກ​ຈະ​ເຕີບ​ໂຕ​ຂຶ້ນ​ໃນ​ອັດຕາ 4 ​ເປີ​ເຊັນ​ສໍາລັບ​ປີນີ້ ​ແຕ່ໃນ​ວັນ​ສຸກ​ວານ​ນີ້ ທ່ານ​ນາງ Christine Lagarde ຫົວ​ໜ້າ​ກອງ​ທຶນສາກົນ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ນະຄອນຫລວງ Pretoria ຂອງ​ອາ​ຟຣິກາ​ໃຕ້​ວ່າ ​ໃນ​ທ້າຍ​ເດືອນ​ນີ້ ກອງ​ທຶນ​ສາກົນ​ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນກຸງ​ວໍ​ຊິງ​ຕັນ​ຈະ​ຕັດ​ການ​ທໍານາຍ​ຂອງ​ຕົນ​ລົງ​ໃຫ້​ສອດ​ຄ້ອງ​ກັບ​ສະພາບ​ໂຕ​ຈິງ.

ທ່ານ​ນາງ Lagarde ກ່າວ​ຕໍ່​ໄປ​ວ່າ ອາ​ຟຣິກາ​ໃຕ້​ແລະ​ປະ​ເທດ​ໃນ​ທະວີບອາ​ຟຣິກາ​ອື່ນໆ ຈະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ຈະ​ແຈ້ງ ຖ້າ​ຢູ​ໂຣບບໍ່​ແກ້​ໄຂ​ວິ​ກິດ​ການ​ໜີ​ສິນ​ຂອງ​ລັດຖະບານ​ຂອງ​ຕົນ ຊຶ່ງ​ທ່ານ​ນາງເຕືອນ​ວ່າ ຈະ​ເປັນ​ປີ​ທີ່ຈະ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ຂວາງ​ໜ້າ​ຢູ່​ສໍາລັບ​ການ​ເສດຖະກິດ​ໂລກ.

ທ່ານ​ນາງ Lagarde ກ່າວ​ວ່າ ມີ​ຄວາມ​ກົດ​ດັນ​ໜີ​ສິ້ນ​ຢ່າງ​ຮ້າຍ​ແຮງ​ພາຍ​ໃນ​ 17 ປະ​ເທດທີ່​ໃຊ້​ເງິນ​ຢູ​ໂຣ ​ແຕ່​ທ່ານ​ນາງ​ກ່າວ​ວ່າ ​ເງິນຕາ​ທີ່ວ່າ​ນີ້​ຈະ​ບໍ່​ຫາຍ​ສາບ​ສູນ​ໄປ​ໃນ​ປີ 2012 ນີ້.

XS
SM
MD
LG