ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນເກົາຫລີເໜືອ ສະແດງ ຄວາມຈົງຮັກພັກດີ ຕໍ່ຜູ້ນໍາຄົນໃໝ່


ທ່ານ KIM JUNG UN ຜູ້ນໍາໃໝ່ຂອງເກົາຫລີເໜືອ.
ວັນທີ 1 ມັງກອນ 2012.
ທ່ານ KIM JUNG UN ຜູ້ນໍາໃໝ່ຂອງເກົາຫລີເໜືອ. ວັນທີ 1 ມັງກອນ 2012.

ປະຊາຊົນ​ເກົາຫລີ​ເໜືອ​ໃຫ້​ຄໍາ​ປະຕິຍານ​ເຖິງ​ຄວາມ​ຈົງ​ຮັກ​ພັກດີ​ຂອງ​ເຂົາ​ເຈົ້າ​ຕໍ່​ອໍານາດ​ປົກ​ຄອງ​ຂອງ​ຜູ້​ນໍາ​ຄົນ​ໃໝ່ ທ່ານ​ກິມຈົງ​ອູນ.

ປະຊາຊົນ​ປະມານ 1 ​ແສນ​ຄົນ​ພາກັນ​ໂຮມ​ຊຸມນຸມ​ກັນ​ທີ່​ຈັດ​ຕຸ​ລັດ Kim Il Sung ​ໃນ​ກຸງ​ພຽງ​ຢ້າງ​ໃນ​ວັນ​ອັງຄານ​ມື້​ນີ້​ພາຍ​ໃຕ້​ທ້ອງຟ້າ​ມືດ​ມົວ ແລະຫິມະ​ຕົກ ​ເພື່ອ​ຟັງ​ຄໍາ​ປາ​ໄສ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ພັກ​ທີ່ປົກຄອງ ​ປະ​ເທດທີ່​ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ​ອະນາຄົດ​ຂອງ​ເກົາຫລີ​ເໜືອ ​ແລະ​ຮຽກຮ້ອງ​ໃຫ້ການ​ສະໜັບສະໜຸນ​ແກ່​ທ່ານ​ກິມຈົງ​ອູ​ນ ລູກ​ຊາຍ​ຫລ້າ​ທີ່​ຂຶ້ນ​ຄອງອໍານາດ​ແທນ​ບິດາ​ຂອງ​ທ່ານ ຄື​ທ່ານ​ກິມຈົງ​ອີລ ທີ່​ໄດ້​ເຖິງ​ແກ່​ມໍລະນະ​ກໍາ​ໄປ​ໃນ​ເດືອນ​ແລ້ວ​ນີ້.

ທ່ານ​ກິມຈົງ​ອູ​ນ ບໍ່​ໄດ້​ໄປ​ມີໜ້າ​ຢູ່​ໃນ​ທີ່​ຊຸມນຸມ​ຊົນ​ນັ້ນ.

XS
SM
MD
LG