ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກຍີ່ປຸ່ນ ປະຕິຍານວ່າ ຈະປະຕິຮູບ ລະບົບພາສີ


ນາຍົກລັດຖະມົນຕີ Yoshihiko Noda ແຫ່ງຍີ່ປຸ່ນ.
ວັນທີ 4 ມັງກອນ 2012.
ນາຍົກລັດຖະມົນຕີ Yoshihiko Noda ແຫ່ງຍີ່ປຸ່ນ. ວັນທີ 4 ມັງກອນ 2012.


















ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda ກ່າວ​ວ່າການ​ປະຕິຮູບ​ໜີ້​ສິນ ​ຕະຫຼອດທັງ​ລະ​ບົບສັງຄົມ​ສົງ​ເຄາະ​ແລະ​ພາສີ​ຂອງ​ປະ​ເທດ ​ທີ່​ໄດ້​ຮັບຄວາມ​ເສຍ​ຫາຍ​ຈາກ​ໄພ​ຫາ​ຍະ​ນະ​ນັ້ນ​ເປັນ​ເລື້ອງ​ສໍາຄັນ​ທີ່​ສຸດ​ໃນ ​ລາຍການ​ນິຕິບັນຍັດ​ປະ​ຈໍາປີ 2012 ຂອງ​ທ່ານ.

ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ ເປັນ​ວັນ​ຂີດ​ໝາຍ​ລິ​ເລີ້​ມ​ປີ​ໃໝ່ ນາຍົກລັດຖະມົນຕີ​ໂນ​ດະ ກ່າວ​ວ່າ ທ່ານ​ຈະ​ຍື່ນ​ຂໍ້​ສະ​ເໜີ​ຂອງ​ທ່ານ​ໃນ​ໄວໆ​ນີ້​ຕໍ່​ລັດຖະສະພາ​ທີ່​ຈະ​ເພີ່ມ​ອັດຕາ​ພາສີ​ວ່າ​ດ້ວຍ​ການ​ບໍລິ​ໂພ​ກ ຫລື​ຂາຍ​ສິນຄ້າຂຶ້ນ​ເປັນ​ສອງ​ເທົ່າ ພາຍ​ໃນ​ປີ 2015.

ການ​ຕໍາ​ໜິຕິຕຽນ​ຂອງ​ປະຊາຊົນ​ທີ່​ມີເພີ່ມ​ຂຶ້ນ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ຂຶ້ນ​ພາສີ ນີ້ ​ໄດ້​ກະ​ຕຸ້ນ​ໃຫ້​ພວກ​ສະມາຊິກ ​ສັງກັດ​ພັກ​ປະຊາທິປັດຍີ່ປຸ່ນ​ຂອງ​ທ່ານ​ໂນ​ດະ 9 ທ່ານ​ລາ​ອອກ​ເພື່ອ​ເປັນ​ການ​ປະ​ທ້ວງ​ນັ້ນ. ພັກ​ປະຊາ​ທິປັດຍີ່ ປຸ່ນ​ຫລື DPJ ກ່າວ​ວ່າ ການ​ຂຶ້ນ​ພາສີ​ນີ້​ແມ່ນ​ຈໍາ​ເປັນ​ເພື່ອ​ຊ່ອຍ​ໃຊ້​ຈ່າຍ​ຄ່າ​ສັງຄົມ​ສົງ​ເຄາະ​ທີ່​ກໍາລັງ​ເພີ່ມ​ຂຶ້ນ​ສໍາລັບ​ພວກ​ສູງ​ອາຍຸ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ໄວ​ໃນປະ​ເທດ​ນັ້ນ.

ຍີ່ປຸ່ນ​ປະ​ເຊີນ​ກັບ​ລະດັບ​ໜີ້​ສິນ​ສູງ​ເປັນ​ປະວັດ​ການ ​ໃນ​ຂະນະ​ທີ່​ປະ​ເທດ ກໍາລັງ​ສືບ​ຕໍ່​ຟື້ນໂຕ​ຄືນຈາກ​ໄພ​ແຜ່ນດິນ​ໄຫວ​ແລະ​ຄືນ​ຟອງ​ສຸ​ນາ​ມິ​ຄັ້ງ​ຮ້າຍ​ແຮງໃນ​ເດືອນມີນາ​ຜ່ານ​ມາ ອັນ​ເປັນໄພ​ຫາຍຍະນະ​ທໍາ​ມະ​ຊາດ​ທີ່​ສິ້ນເປືອງ​ຄ່າ​ໃຊ້​ຈ່າຍ​ຫລາຍ​ທີ່​ສຸດ​ໃນ​ປະວັດ​ສາດ​ຂອງ​ໂລກ​ນັ້ນ.

XS
SM
MD
LG