ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ສະມັກປະທານາທິບໍດີ ສັງກັດພັກ Republican ປະເຊີນກັບການທົດສອບ ຄັ້ງທໍາອິດ (ເບິ່ງວີດີໂອ ແລະສະໄລດ໌)


ພວກສະມາຊິກພັກ Republican ກໍາລັງຮັບຟັງການໂຄສະນາຫາສຽງຂອງທ່ານ Newt Gingrich, ອະດີດປະທານສະພາຕໍ່າສະຫະລັດ ທີ່ເມືອງ Davenport, ຣັດ Iowa.
ວັນທີ 2 ມັງກອນ 2012.
ພວກສະມາຊິກພັກ Republican ກໍາລັງຮັບຟັງການໂຄສະນາຫາສຽງຂອງທ່ານ Newt Gingrich, ອະດີດປະທານສະພາຕໍ່າສະຫະລັດ ທີ່ເມືອງ Davenport, ຣັດ Iowa. ວັນທີ 2 ມັງກອນ 2012.

ບັນດາ​ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ​ສັງກັດ​ພັກ Republican ໃນ​ລັດ Iowa ຂອງ​ສະຫະລັດ​ຈັດ​ກອງ​ປະຊຸມ​ພັກ​ຂຶ້ນ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ບາດກ້າວ​ທໍາ​ອິດເພື່ອເລືອກ​ເອົາ​ຜູ້​ສະມັກ​ຮັບ​ເລືອກ​ຕັ້ງ​ທີ່​ຈະ​ແຂ່ງຂັນ​ກັບ​ປະທານາ​ທິບໍດີ​ບາຣັກ ​ໂອ​ບາ​ມາ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ເດືອນ​ພະຈິກ​ປີ​ນີ້.

ພວກ​ຜູ້​ປ່ອນ​ບັດ​ພາກັນ​ຊຸມນຸມ​ກັນ​ໃນ​ໂບດ ​ໃນ​ໂຮງຮຽນ​ແລະ​ໃນ​ທີ່​ປະ ຊຸມ​ແຫ່ງ​ຕ່າງໆ​ເພື່ອ​ໄປ​ລົງ​ຄະ​ແນນ​ສຽງ​ຂອງ​ເຂົາ​ເຈົ້າ.

ການ​ສໍາ​ຫລວດ​ຫາງ​ສຽງ​ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ​ຄັ້ງ​ຫລ້າ​ສຸດສະ​ແດງ​ໃຫ້ເຫັນ​ວ່າ ອະດີດ​ຜູ້ວ່າການ​ລັດ Massachusetts ທ່ານ Mitt Romney ມີ​ສຽງ​ນໍາ​ໜ້າ​ໃນ​ລັດ Iowa ​ໃນ​ບັນດາ​ຜູ້​ສະມັກ​ເລືອກ​ຕັ້ງສັງກັດ​ພັກ Republican ນັ້ນ.

ຜູ້​ມີ​ສຽງ​ໃກ້ຊິດ​ກັບ​ທ່ານ Romney ນັ້ນ​ແມ່ນ​ທ່ານ Ron Paul ສະມາຊິກ​ສະພາ​ຕໍ່າ​ສະຫະລັດ​ຈາກ​ລັດTexas ​ແລະ​ອະດີດ​ສະມາຊິກ​ສະພາ​ສູງ​ສະຫະລັດ​ຈາດຣັດ Pennsylvania ທ່ານ Rick Santorum ມາ​ໃນ​ອັນ​ດັບ 3.

ຫລັງ​ຈາກ​ທໍາ​ການ​ຕໍາ​ໜິຕິຕຽນ​ກັນ​ມາ​ເປັນ​ເວລາ​ຫລາຍ​ມື້ ພວກ​ຜູ້​ສະມັກສັງກັດ​ພັກ Republican ​ໃນ​ວັນ​ຈັນ​ວານ​ນີ້​ໄດ້​ພາກັນ​ເພ່ງ​ເລັງ​ໃສ່​ປະທາ​ນາ​ທິບໍດີ​ໂອ​ບາ​ມາ ທີ່ສັງກັດ​ພັກ​ເດ​ໂມກຣັດ.

ທ່ານ Romney ກ່າວ​ໂຈມ​ຕີ​ປະວັດ​ການ​ດໍາ​ເນີນ​ງານ​ກ່ຽວ​ກັບ​ເສດຖະກິດ​ຂອງ​ທ່ານ​ໂອ​ບາ​ມາ ​ໂດຍ​ກ່າວ​ວ່າ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ຖ້າ​ທ່ານບໍ່​ສາມາດ​ປຽນ​ແປງເສດຖະກິດ​ໃຫ້​ດີ​ຂຶ້ນ​ພາຍ​ໃນ​ປະມານ 3 ປີທ່ານສະເໜີ​ວ່າທ່ານ​ຈະ​ເປັນ​ປະທານາທິບໍດີ​ສະ​ໄໝ​ດຽວ ​ແລະ​ຂ້າພະ​ເຈົ້າມາ​ທີ່​ນີ້ ​ເພື່ອ​ທວງ​ໜີ້​ດັ່ງ​ກ່າວ.

ທ່ານ Santorum ​ໂຈມ​ຕີ​ລັດຖະບານ​ທ່ານ​ໂອ​ບາ​ມາ​ວ່າ ວາງ​ກົດ​ລະບຽບ​ຕ່າງໆ​ໃສ່​ພວກ
ວົງ​ການ​ທຸລະ​ກິດ​ໂດຍ​ກ່າວ​ວ່າ ປະຊາຊົນ​ພາກັນ​ເວົ້າ​ວ່າ ບັດ​ນີ້​ແມ່ນ​ຫຍັງ​ເຮັດ​ໃຫ້​ເສດຖະ
ກິດ​ເສຍ​ຫາຍ ​ແມ່ນ​ປະທານາທິບໍດີ ​ແລະ​ພວກ​ຄະນະ​ລັດຖະບານ​ຂອງ​ທ່ານ ​ແຕ່​ເທິງ​ຫາ
ລຸ່ມ ຂ້າ​ພະ​ເຈົ້າ​ຮູ້​ຈັກດີ​ທີ່ສຸດ ຂ້າພະ​ເຈົ້າ​ຈະ​ເປັນ​ຜູ້​ບອກ​ທ່ານ​ກ່ຽວ​ກັບວີ​ທີ​ການ​ດໍາ​ເນີນ​ທຸ
ລະ​ກິດ ດໍາ​ເນີນ​ການ​ເຮັດ​ໄຮ່​ເຮັດ​ນາ ​ແລະ​ດໍາ​ເນີນ​ຊີວິດ​ຂອງ​ພວກ​ເຈົ້າ. ຄ່າ​ໃຊ້​ຈ່າຍ​ຢ່າງ
ມະຫາສານ ​ທີ່​ເປັນ​ພາລະ​ແບກ​ຫາບ​ໃສ່ປະຊາຊົນ​ອະ​ເມຣິກັນ​ແລະ​ທຸລະ​ກິດ​ແມ່ນ​ທໍາລາຍ​
ການ​ເສດຖະກິດນີ້.

ເບິ່ງວີດີໂອລາຍງານກ່ຽວກັບລັດໄອໂອວາ ກຽມໂຕເລືອກເອົາຜູ້ສະມັກເລືອກຕັ້ງຈາກ
ພັກຣີພັບບລິກັນ:

XS
SM
MD
LG