ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບັນດາຜູ້ສະມັກ ສັງກັດພັກ Republican ສືບຕໍ່ ໂຄສະນາຫາສຽງ ຢ່າງຂຸ້ນຂ້ຽວ (ເບິ່ງວີດີໂອກັບສະໄລດ໌)


ທ່ານ Rick Santorum ອະດີດສະມາຊິກສະພາສູງສະຫະລັດ ໂຄສະນາຫາສຽງຢູ່ຮ້ານກາເຟແຫ່ງນຶ່ງ ໃນເມືອງ Sioux City, ລັດ Iowa.
ວັນທີ 2 ມັງກອນ 2012.
ທ່ານ Rick Santorum ອະດີດສະມາຊິກສະພາສູງສະຫະລັດ ໂຄສະນາຫາສຽງຢູ່ຮ້ານກາເຟແຫ່ງນຶ່ງ ໃນເມືອງ Sioux City, ລັດ Iowa. ວັນທີ 2 ມັງກອນ 2012.

ເບິ່ງວີດີໂອກ່ຽວກັບການໂຄສະນາຫາສຽງໃນໃມື້ສຸດທ້າຍຂອງບັນດາຜູ້ສະມັກ
ຈາກພັກຣີພັບບລິກັນ:

ບັນດາ​ຜູ້​ສະມັກ​ແຂ່ງຂັນ​ປະທານາທິບໍດີ​ສັງກັດ​ພັກ Republican ທີ່​ຫວັງວ່າ​ ຈະໄດ້​ເຂົ້າ​ໄປ​ຢູ່​ໃນ​ທໍານຽບຂາວ​ໃນ​ເດືອນ​ພະຈິກ​ປີ​ນີ້ ຍັງ​ມີ​ເວລາ​ພຽງ 1 ມື້​ເຕັມ​ເພື່ອ​ໂຄສະນາ​ຫາ​ສຽງ​ ກ່ອນ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ພັກ​ໃນ​ວັນ​ອັງຄານ​ມື້​ອື່ນທີ່​ລັດ Iowa​ ຊຶ່ງ​ເປັນ​ການ​ທົດ​ສອບ​ສໍາຄັນ​ຄັ້ງ​ທໍາ​ອິດ​ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ປີ 2012 ນີ້.

ການ​ສໍາ​ຫລວດ​ຫາງ​ສຽງ​ໂດຍ​ໜັງສືພິມ​ທີ່​ມີຊື່​ສຽງ​ທີ່​ສຸດ​ຂອງ​ລັດ​ຄື ໜັງສືພິມ Des Moines Register ​ເຮັດ​ໃຫ້​ເປັນ​ການ​ຍາກ​ສໍາລັບພວກນັກຊ່ຽວຊານ​ທີ່​ຈະ​ທໍານາຍໄດ້ວ່າ ຜູ້​ໃດ​ຈະ​ເປັນ​ຜູ້​ຊະນະ​.

ໜັງສືພິມ​ດັ່ງກ່າວ​ເວົ້າ​ວ່າ ອະດີດ​ຜູ້​ວ່າການ​ລັດ Massachusetts ທ່ານ Mitt Romney ມີ​ຄະ​ແນນ​ນໍາ​ໜ້າ​ ຄື​ມີ​ສຽງ​ສະໜັບສະໜຸນ 24 ​ເປີເຊັນ. ຕິດຕາມ​ມາ​ຢ່າງ​ໃກ້ຊິດ​ແມ່ນ​ທ່ານ Ron Paul ສະມາຊິກສະພາຕໍ່າ​ສະຫະລັດ​ຈາກ​ລັດ Texas ຊຶ່ງໄດ້​ຮັບ​ສຽງ​ສະໜັບສະໜຸນ 22 ເປີ​ເຊັນ. ອະດີດ​ສະມາຊິກ​ສະພາ​ສູງ ​ຫົວ​ນິຍົມ​ແນວທາງ​ເດີມ​ໃນ​ດ້ານ​ສັງຄົມ​ທ່ ານ Rick Santorum ​ໄດ້​ກະ​ໂດດ​ຂຶ້ນ​ມາ​ເປັນອັນ​ດັບ 3 ຄື​ໄດ້​ຮັບ​ສຽງ​ສະໜັບສະໜຸນ 15 ​ເປີ​ເຊັນ ​ຫລັງ​ຈາກຕົກຢູ່​ໃນ​ລະດັບ ຕໍ່າ​ສຸດ ​ເປັນເວລາຫລາຍ​ເດືອນ ​ຂອງ​ການ​ສໍາ​ຫລວດ​ຫາງ​ສຽງພວກ​ຜູ້ປ່ອນ​ບັດ​ເລືອກ​ຕັ້ງ​ນັ້ນ.

ພວກ​ສະມັກອີກ 4 ທ່ານ ທີ່​ມີ​ສຽງ​ລ້າ​ຫລັງ ​ຄື ອະດີດ​ປະທານ​ສະພາ​ຕໍ່າ​ສະຫະລັດ ທ່ານ Newt Gingrich, ທ່ານ Rick Perry ຜູ້​ວ່າການ​ ລັດ Texas, ທ່ານ​ນາງ Michele Bachmann ສະມາຊິກ​ສະພາ​ຕໍ່າ​ສະຫະລັດ ​ແລະ​ທ່ານ Jon Huntsman ອະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ປະ​ເທດ​ຈີນ ທັງ​ໝົດນັ້ນ ນອກຈາກ​ທ່ານ Huntsman ​ແລ້ວ ​ແມ່ນ​ເຄີຍ​ມີ​ສຽງ​ສະໜັບສະໜຸນເກືອບ​ນໍາ​ໜ້າ​ມາ​ເທື່ອນຶ່ງ ຕາມ​ການ​ສໍາ​ຫລວດ​ຫາງ​ສຽງ​ຂອງ​ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ​.

ແຕ່​ໜັງສືພິມ Des Moines Register ກ່າວ​ວ່າ 41 ​ເປີເຊັນ​ຂອງ​ ພວກ​ທີ່​ວາງ​ແຜນ​ຈະ​ໄປ​ຮ່ວມ​ໃນ​ກອງ​ປະຊຸມ​ຂອງ​ພັກ ​ຍັງ​ບໍ່​ທັນຕັດສິນ​ ໃຈ ຫລື​ບໍ່​ກໍກ່າວ​ວ່າ ​ເຂົາ​ເຈົ້າ​ອາດ​ສາມາດ​ປ່ຽນ​ໃຈ​ໄດ້ກ່ອນ​ການ​ປ່ອນ​ ບັດ​ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້ ຊຶ່ງ​ເຮັດ​ໃຫ້​ຜົນ​ຂອງ​ການ​ເລືອກ​ຕັ້ງ​ຍັງ​ບໍ່​ແນ່ນອນ​ເລີຍ.

ເຖິງ​ແມ່ນ​ວ່າ​ການ​ໄດ້​ຮັບ​ໄຊຊະນະ​ໃນການ​ເລືອກ​ຕັ້ງ​ຂອງ​ພັກ​ໃນ​ລັດ Iowa ນັ້ນ ​ບໍ່​ເປັນ​ບາດ ກ້າວ​ທີ່​ແນ່​ນອນ​ໄປ​ສູ່​ການເຂົ້າ​ໄປ​ຢູ່ໃນ​ທໍານຽບຂາວກໍ​ຕາມ ແຕ່​ການ​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ຢ່າງ​ແຂງ​ແຮງກໍສາ ມາດ​ອໍານ​ວຍ​ໂອກາດໃຫ້​ຜູ້​ສະມັກ​ກ້າວ​ໄປ​ສູ່​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໄດ້ ​ແລະ​ການ​ທີ່​ໄດ້​ສຽງ​ສະໜັບສະໜຸນ​ໜ້ອຍ​ໃນ​ລັດ Iowa ນີ້​ ກໍ​ສາມາດ​ເຮັດ​ໃຫ້ການ​ໂຄສະນາ​ຫາ​ສຽງ​ຂອງ​ຜູ້​ສະມັກ ຍຸດຕິ​ລົງ​ໄດ້​ເຊ່ນ​ກັນ.

ເບິ່ງວີດີໂອລາຍງານທີ່ກ່ຽວຂ້ອງກັບລັດໄອໂອວາ:

XS
SM
MD
LG