ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງເປັນຫ່ວງ ກ່ຽວກັບ ການປະຕິບັດງານ ຂອງພວກນັກສັງເກດການ ໃນຊີເຣຍ (ເບິ່ງວີດີໂອ)


ພວກນັກສັງເກດການຂອງສັນນິບາດຊາດອາຣັບ ທີ່ຊີເຣຍ.
ວັນທີ 3 ມັງກອນ 2012.
ພວກນັກສັງເກດການຂອງສັນນິບາດຊາດອາຣັບ ທີ່ຊີເຣຍ. ວັນທີ 3 ມັງກອນ 2012.

ຝຣັ່ງ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງອອກ​ມາ​ກ່ຽວ​ກັບ​ເງື່ອນ​ໄຂຕ່າງໆ ທີ່​ພວກ​ນັກ​ສັງ​ເກດ​ການສັນນິບາດ​ຊາດ​ອາຣັບກໍາລັງ​ປະກອບ​ພາລະກິດຂອງ​ເຂົາ​ເຈົ້າ​ໃນ​ຊີ​ເຣຍນັ້ນ.

ທ່ານ Alain Juppe ຣັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງກ່າວ​ໃນ​ວັນອັງຄານມື້​ນີ້​ວ່າ ເງື່ອນ​ໄຂ​
ຕ່າງໆ​ເຫລົ່າ​ນີ້​ຕ້ອງການ​ຄວາມ​ກະຈ່າງ​ແຈ້ງ ​ແລະ​ຮຽກຮ້ອງ​ເຊ່ນ​ກັນ​ໃຫ້​ສະພາ​ຄວາມ​ໝັ້ນ
ຄົງ​ສະຫະ​ປະຊາ​ຊາດທໍາ​ການ​ເຄື່ອນໄຫວ​ຕໍ່​ຊີ​ເຣຍນັ້ນ.

ທ່ານ Juppe ກ່າວ​ຕື່ມ​ວ່າ ສະພາ​ຄວາມ​ໝັ້ນຄົງບໍ່​ສາມາດ​ຈະ​ມິດ​ງຽບໄດ້​ແລະ​ວ່າ ລັດຖະ
ບານ​ຂອງ​ປະທານາທິບໍດີ Bashar al-Assad ບໍ່​ມີ​ອະນາ​ຄົດ​ອັນ​ແທ້​ຈິງ​ຫຍັງ​ເລີຍ.

ຣັດ​ເຊຍ​ແລະ​ຈີນ​ໄດ້​ກີດ​ກັນ​ຄວາມ​ພະຍາຍາມ​ຕ່າງໆ​ໂດຍ​ພວກ​ປະ​ເທດ​ມະຫາ​ອໍານາດ​
ຝ່າຍ​ຕາ​ເວັນ​ຕົກ​ທີ່​ຈະໃຊ້​ສະພາ​ຄວາມ​ໝັ້ນຄົງ​ປະນາມ​ລັດຖະບານຊີ​ເຣຍ​ແລະ​ວາງ​ການ​
ລົງ​ໂທດ​ຕໍ່ຊີ​ເຣຍທີ່​ຍັງ​ສືບ​ຕໍ່​ທໍາ​ການ​ປາບປາມ​ພວກ​ປະ​ທ້ວງ​ຢ່າງ​ນອງ​ເລືອດ​ຕໍ່​ໄປ​ນັ້ນ.

ທ່ານ Nabil El Araby ຫົວໜ້າ​ສັນນິບາດ​ຊາດ​ອາຣັບກ່າວ​ໃນ​ວັນ​ຈັນວານ​ນີ້​ທີ່​ກຸງ​ໄຄ​ໂຣ
ວ່າ ພວກ​ມື​ປືນ​ທີ່​ດັກ​ຍິງ​ແລະ​ການ​ຍິງ​ປືນ​ໃສ່​ກັນ​ຍັງ ສືບ​ຕໍ່ເປັນ​ໄພ​ຂົ່ມຂູ່​ຢູ່​ໃນ​ຫົວ​ເມືອງ​
ຕ່າງໆ​ຂອງ​ຊີ​ເຣຍຢູ່ ​ເຖິງ​ແມ່ນ​ພວກ​ນັກ​ສັງ​ເກດ​ການ​ຂອງ​ສັນນິບາດ​ຊາດ​ອາຣັບມີໜ້າ​ຢູ່
ທີ່​ນັ້ນ​ກໍ​ຕາມ.

ທ່ານ Nabil El Araby ​ໄດ້ຮຽກຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ກັນ​ໃນ​ທັນທີ​ໃນ​ຊີ​ເຣຍ ​ໂດຍ​ກ່າວ
ວ່າ ພວກ​ມື​ປືນ​ດັກ​ຍິງ​ຍັງ​ທໍາ​ການ​ເຂັ່ນຂ້າ​ປະຊາຊົນ​ຢູ່ ​ແລະ​ເຮັດ​ໃຫ້​ເປັນ​ການ​ຍາກ​ທີ່​ຈະ​
ໄຈ້​ແຍກ​ວ່າ​ໃຜ​ຍິງ​ໃຜ​ກັນ​ແທ້​ນັ້ນ.

ສັນນິບາດ​ຊາດ​ອາຣັບ​ໄດ້​ສົ່ງ​ພວກ​ນັກ​ສັງ​ເກດ​ການ​ໄປ​ຍັງ​ຊີ​ເຣຍເພື່ອ​ທໍາ​ການ​ກວດກາ​
ເບິ່ງ​ການຈັດ​ຕັ້ງ​ປະຕິບັດ​ຕາມ​ແຜນການ​ສັນຕິພາບ​ຂອງ​ສັນນິບາດ ຫລັງ​ຈາກ​ກໍາລັງ​
ຮັກສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານທໍາ​ການ​ປາບ​ປາມ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດ
ຖະບານ​ ມາ​ເປັນ​ເວລາ 9 ​ເດືອນ. ​ແຜນການ​ຂອງ​ສັນນິບາດ​ຊາດ​ອາຣັບບົ່ງ​ໃຫ້​ລັດຖະ
ບານ​ຊີ​ເຣຍຕ້ອງ​ຖອນ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ແລະ​ພວກ​ອາວຸດ​ໜັກ​ອອກ​ຈາກຖະ
ໜົນ​ຫົນທາງ​ຕ່າງໆ ​ແລະ​ໃຫ້​ເລີ້ມ​ທໍາ​ການໂອ້​ລົມ​ເຈລະຈາ​ກັນ​ກັບຝ່າຍ​ຄ້ານ ພ້ອມ​ທັງ​
ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ ​ແລະ​ອະນຸຍາດ​ໃຫ້​ພວກ​ນັກ​ສັງ​ເກດ​ການ​ເຂົ້າ​ໄປ​ໃນ​ປະ
ເທດ​ໄດ້.

XS
SM
MD
LG