ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນສະແດງຄວາມເປັນຫ່ວງ ກ່ຽວກັບແຜນປ້ອງກັນປະເທດໃໝ່ ຂອງສະຫະລັດ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ Barack Obama ຖະແຫລງກ່ຽວກັບແຜນປ້ອງກັນປະເທດໃໝ່ ທີ່ທໍານຽບ 5 ແຈ, ນະຄອນຫລວງ Washington, ວັນທີ 5 ມັງກອນ 2012.
ປະທານາທິບໍດີສະຫະລັດ Barack Obama ຖະແຫລງກ່ຽວກັບແຜນປ້ອງກັນປະເທດໃໝ່ ທີ່ທໍານຽບ 5 ແຈ, ນະຄອນຫລວງ Washington, ວັນທີ 5 ມັງກອນ 2012.

ສື່​ມວນ​ຊົນ​ແຫ່ງ​ລັດ​ຂອງ​ຈີນ​ສະ​ແດງ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ແຜນການ​ປ້ອງ​ກັນ​ປະ​ເທດ
​ຂອງ​ສະຫະລັດ ​ທີ່​ຫາ​ກໍ​ເປີດ​ເຜີຍ​ໃຫ້​ຮູ້​ຫວ່າງ​ໄວໆ​ມາ​ນີ້ ໂດຍ​ເຕືອນ​ວ່າ​ມັນ​ສາມາດ​ສ້າງ​
ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສາຍ​ພົວພັນ​ລະຫວ່າງ​ສະຫະລັດ​ແລະ​ຈີນ​ໄດ້.

ໜັງສືພິມ Global Times ຂອງ​ພັກ​ຄອມ​ມິ​ວນິດ​ຈີນ ​ອ້າງ​ຄໍາ​ເວົ້າ​ຂອງນັກ​ຊ່ຽວຊານ​ດ້ານ
​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ທ່ານ​ນຶ່ງ​ໃນ​ວັນ​ສຸກ​ວານ​ນີ້ ​ວ່າແຜນການ​ປ້ອງ​ກັນ​ປະ​ເທດ​ຂອງ
​ສະຫະລັດ​ ທີ່​ປະກາດ​ໃຫ້​ຮູ້​ນຶ່ງ​ມື້ກ່ອນ​ໜ້ານີ້ ​ແມ່ນ​ແນ​ເປົ້າ​ໝາຍ​ໃສ່​ຈີນ​ຢ່າງ​ຈະ​ແຈ້ງ.

ໜັງສືພິມ​ສະບັບ​ນີ້​ອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Jin Canrong ນັກວິ​ເຄາະ​ເຫດການ​ປະ​ຈໍາ​ມະຫາ
ວິທະຍາ​ໄລ Renmin ທີ່​ກ່າວ​ວ່າ ສະຫະລັດ​ມີຄວາມ​ຮູ້ສຶກ​ຖືກ​ຂົ່ມຂູ່​ໂດຍ​ການ​ຂະຫຍັບຂະ
ຫຍາຍ​ທາງ​ທະຫານ​ຢ່າງ​ໄວ​ຂອງ​ຈີນ ຊຶ່ງ​ທ່ານ​ເຕືອນ​ວ່າ ຍຸດ​ທະ​ສາດ​ໃໝ່​ຂອງ​ອະ​ເມຣິກາຈະ
​ເຮັດ​ໃຫ້​ກຸງ​ປັກ​ກິ​ງມີ​ຄວາມ​ຮູ້ສຶກ​ບໍ່​ສະບາຍ​ໃຈ ​ແລະ​ສາມາດ​ສ້າງ​ຜົນ​ກະທົບ​ຕໍ່​ສາຍ​ພົວພັນ
​ລະຫວ່າງ​ສອງ​ປະ​ເທດ​ໄດ້.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ໂອ​ບາ​ມາ ປະກາດ​ແຜນການ​ປ້ອງ​ກັນ​ປະ​ເທດ​ໃໝ່​ນີ້​
ໃຫ້​ຮູ້​ໃນ​ວັນ​ພະຫັດ​ຜ່ານ​ມາ​ນີ້ ຊຶ່ງ​ທ່ານ​ກ່າວ​ວ່າ ສະຫະລັດ​ປັບປຸງ​ການ​ມີໜ້າ​ຂອງ​ຕົນ​ໃຫ້​ເຂັ້ມ
​ແຂງ​ຂຶ້ນ​ໃນ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກ ​ເຖິງ​ແມ່ນ​ສະຫະລັດ​ຕັດ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ປ້ອງ​ກັນ
​ປະ​ເທດ​ຂອງ​ຕົນ​ລົງ​ຫລາຍ​ພັນ​ລ້ານ​ກໍ​ຕາມ.

ເບິ່ງວີດີໂອລາຍງານປະທານາທິບໍດີໂອບາມາ ປະກາດແຜນຍຸທະສາດປ້ອງກັນປະເທດໃໝ່:

XS
SM
MD
LG