ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫລີໃຕ້ແລະສະຫະລັດ ວາງແຜນການຕອບໂຕ້ ໃນກໍລະນີທີ່ມີການຮຸກຮານ ຈາກເກົາຫລີເໜືອ


ປະທານາທິບໍດີ Lee Myung-bak ແຫ່ງເກົາຫລີໃຕ້.
ວັນທີ 4 ມັງກອນ 2013.
ປະທານາທິບໍດີ Lee Myung-bak ແຫ່ງເກົາຫລີໃຕ້. ວັນທີ 4 ມັງກອນ 2013.

ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້ ກ່າວ​ວ່າ ລັດຖະບານ​ຈະ​ລົງ​ນາມໃນ​ຂໍ້​ຕົກລົງ​ກັບ​ສະຫະລັດ​ໃນ​ໄວໆ​ນີ້​ເພື່ອ​ເພີ່ມ​ການ​ຊ້ອມ​ລົບ​ຮ່ວມ​ກັນ​ຂຶ້ນ​ແລະ​ສົ່ງ​ເສີມ​ຄວາມ​ຕຽມ​ພ້ອມ​ໃນ​ກໍລະນີ​ທີ່​ມີ​ການ​ຮຸກ​ຮານ​ຈາກ​ເກົາຫລີເໜືອ​ທີ່​ອາດ​ມີ​ຂຶ້ນ​ໄດ້​ນັ້ນ.

ຮອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້ ທ່ານ Lim Kwan-Binກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ການ​ນາບ​ຂູ່ໃນ​ການ​ເກາະ​ຜິດ​ໂດຍ​ເກົາຫລີ​ເໜືອ​ຍັງ​ຄົງ​ເປັນ​ໄປ​ໄດ້​ຢູ່ ຂະນະ​ທີ່​ທ່ານ​ກິມຈົງ​ອູ​ນ​ກ້າວ​ຂຶ້ນ​ຄອງ​ອໍານາດຫລັງ​ຈາກ​ທ່ານ​ກິມຈົງ​ອີລ ມື້ບິດາ​ຂອງ​ທ່ານ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ໄປ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້​ກ່າວ​ວ່າ ​ແຜນການ​ຂອງ​ການ​ຊ້ອມ​ລົບ​ຮ່ວມ​ກັນ​ແມ່ນ​ໄດ້​ຕົກລົງ​ກັນ​ໃນ​ເດືອນ​ຕຸລາ​ຜ່ານ​ມາ ​ແລະ​ຄາດ​ວ່າ​ຈະ​ມີ​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກັນ​ໃນ​ທ້າຍ​ເດືອນ​ນີ້.

ສະຫະລັດ​ແລະ​ເກົາຫລີ​ໃຕ້​ເຄີຍ​ທໍາ​ການ​ຊ້ອມ​ລົບ​ຮ່ວມ​ກັນ​ມາ​ແລ້ວ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ກຸງ​ໂຊນ ກ່າວ​ວ່າ ຂໍ້​ຕົກລົງ​ກັນ​ສະບັບ​ໃໝ່​ຈະ​ກ່າວຢ່າງ​ເຈາະ​ຈົງ​ກ່ຽວ​ກັບ​ວ່າ ການ​ຊ້ອມ​ລົບ​ຮ່ວມ​ກັນ​ນີ້​ຈະ​ມີ​ຂຶ້ນ​ເລື້ອຍ​ສໍ່າ​ໃດ.

ໃນ​ປັດຈຸບັນ​ນີ້ ມີ​ທະຫານ​ສະຫະລັດ​ປະມານ 28 ພັນ​ຄົນປະ​ຈໍາ​ການ​ຢູ່ໃນ​ເກົາຫລີ​ໃຕ້​ເພື່ອ​ຊ່ອຍ​ປົກ​ປັກ​ຮັກສາ​ຕໍ່ຕ້ານ​ການ​ຂົ່ມຂູ່​ໂຈມ​ຕີ​ຈາກລັດ ຖະບານ​ກຸງ​ພຽງ​ຢ້າງ​ທີ່​ມີ​ອາວຸດ​ນີວ​ເຄລຍນັ້ນ.

XS
SM
MD
LG