ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

25 ຄົນເສຍຊີວິດ ຍ້ອນ ລະເບີດສະລະຊີບ ທີ່ຊີເຣຍ


ພວກເຈົ້າໜ້າທີ່ຮັກສາຄວາມປອດໄພຂອງຊີເຣຍກໍາລັງກວດກາ ສົບຄົນນຶ່ງໃກ້ໆກ້ກັບລັດບັສທີ່ໄດ້ຮັບຄວາມເສຍຫາຍ ຍ້ອນລະເບີດ
ສະລະຊີບໃນກຸງດາມັສກັສ.
ວັນທີ 7 ມັງກອນ 2012.
ພວກເຈົ້າໜ້າທີ່ຮັກສາຄວາມປອດໄພຂອງຊີເຣຍກໍາລັງກວດກາ ສົບຄົນນຶ່ງໃກ້ໆກ້ກັບລັດບັສທີ່ໄດ້ຮັບຄວາມເສຍຫາຍ ຍ້ອນລະເບີດ ສະລະຊີບໃນກຸງດາມັສກັສ. ວັນທີ 7 ມັງກອນ 2012.

ລະ​ເບີດ​ສະລະ​ຊີບ​ໄດ້​ແຕກ​ຂຶ້ນ​ໃນ​ທາງ​ສີ່​ແຍກ​ແຫ່ງ​ນຶ່ງ​ທີ່​ມີ​ການ​ຈະລາຈອນ​ຄັບ​ຄັ່ງໃນ​ນະຄອນຫລວງ​ຂອງ​ຊີ​ເຣຍ​ໃນ​ວັນ​ສຸກ​ວານ​ນີ້ ​ເຮັດ​ໃຫ້​ປະຊາຊົນ 25 ຄົນ​ເສຍຊີວິດ​ແລະ​ບາດ​ເຈັບ​ຕື່ມ​ອີກ​ຢ່າງ​ໜ້ອບ 46 ຄົນ.

ສື່ມວນ​ຊົນ​ທາງ​ການ​ຊີ​ເຣຍກ່າວ​ວ່າ ຜູ່​ວາງ​ລະ​ເບີດ​ໄດ້​ບີບ​ກະນວນ​ວັດຖຸລະ​ເບີດ​ໂຕ​ຕາຍ​ຢູ່​ໃກ້ໆ​ກັບ​ໂຮງ​ຮຽນ​ແລະ​ສະຖານີ​ຕໍາຫລວດ​ໃນ​ໃຈກາງເມືອງ Midan ​ໃນ​ນະຄອນຫລວງ ດາ​ມັສກັສ.

ລັດ​ບັສຄັນ​ນຶ່ງ​ທີ່​ບັນທຸກ​ພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດຈໍານວນ​ນຶ່ງ ປາກົດ​ວ່າໄດ້​ເປັນ​ເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ.

ໂທລະພາບ​ແຫ່ງ​ລັດ​ຂອງ​ຊີ​ເຣຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຮູບ​ພາບ​ຂອງ​ປະຊາຊົນ​ທີາກັບ​ຫາມ​ສົບ​ຜູ້​ເສຍ​ຊີວິດ ​ແລະ​ພວກ​ຜູ້​ຄົນ​ອື່ນໆ​ທີ່​ຮ້ອງຂຶ້ນ​ກ່ຽວ​ກັບ​ລະ​ເບີດ​ແຕກ​ຂຶ້ນ​ນີ້​ວ່າ ​ເປັນ​ນໍ້າມື​ຂອງ​ພວກ​ກໍ່​ການ​ຮ້າຍ. ຮູບ​ພາບ​ໃນ​ໂທລະພາບ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເສຍ​ຫາຍ​ແກ່​ພວກ​ວດຍານ​ພາຫະນະ​ຕ່າງໆ​ເຊ່ນ​ກັນ ທີ່​ຮວມທັງ​ອັນ​ທີ່​ປາກົດ​ວ່າ​ເປັນ​ລົດ​ບັສຕໍາຫລວດ​ຊຶ່ງ​ເຫົນ​ປ່ອງ​ຢຽມລົດ​ແຕກ​ຊະ​ໄປ ​ແລະ​ເຫັນ​ເລືອດ​ຕິດ​ລົດ​ເຊ່ນ​ກັນ.

ລັດຖະບານ​ແລະ​ຝ່າຍ​ຄ້ານ​ຕ່າງ​ຝ່າຍ​ຕ່າງ​ກ່າວ​ຫາກັນ​ກ່ຽວ​ກັບ​ພວກ​ທີ່ໃຫ້ການ​ສະໜັບສະໜຸນ​ໃນ​ການ​ວາງ​ລະ​ເບີດ​ໂຈມ​ຕີ​ນີ້.ຜູ້​ນໍາ​ຂອງ​ກຸມ​ຝ່າຍ​ຄ້ານ​ຄື​ກຸ່ມ ກອງທັບ​ເສຣີຊີ​ເຣຍ ຫລື Free Syrian Army ກ່າວ​ຕໍ່​ຕາໜ່າງ​ໂທລະພາບ Arabiya ວ່າ ລັດຖະບານ​ຊີ​ເຣຍມີ​ປະວັດ​ມາ​ເປັນ​ເວລາ​ດົນ​ນານໃນ​ການ​ປະຕິບັດ​ຄວບ​ຄຸມ​ການ​ໂຈມ​ຕີແບບ​ກໍ່​ການ​ຮ້າຍ​ນີ້.

ຊີ​ເຣຍ​ໄດ້​ທໍາ​ການ​ກ່າວ​ຫາ​ມາ​ເປັນ​ເວລາ​ດົນ​ນານ​ຕໍ່ພວກ​ກໍ່ການ​ຮ້າຍ​ທີ່​ປະກອບ​ອາວຸດ​ທີ່​ວ່າ​ເປັນແ​ຮງຂັບ​ດັນ​ໃນ​ການກໍ່​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ອໍານາດ​ປົກຄອງ​ຂອງ​ປະທານາທິບໍດີ Bashar al-Assad ນັ້ນ.

ທ່ານ​ນາງ Victoria Nuland ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ແລະ​ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້ປະນາມ​ການ​ໂຈມ​ຕີ​ດັ່ງກ່າວ. ທ່ານ​ນາງ Nuland ກ່າວ​ວ່າ ຄື​ກັບ​ການ​ໂຈມ​ຕີ​ຫລາຍ​ບັ້ນມາ​ກ່ອນ​ນັ້ນ ຊີ​ເຣຍ​ໄດ້​ຖິ້ມ​ໂທດ​ໃສ່​ເກືອ​ບວ່າ​ໝົດ​ທຸກ​ຄົນ ​ເຊ່ນ​ຝ່າຍ​ຄ້ານ ກຸ່ມ al-Qaeda ​ແລະ​ແມ່ນ​ແຕ່​ສະຫະລັດ​ນໍາ. ທ່ານ​ນາງ​ປະຕິເສດທີ່ຈະສັນນິຖານ​ວ່າ ຜູ້​ໃດອາດ​ຈະ​ເປັນ​ຜູ້​ທໍາ​ການ​ໂຈມ​ຕີ​ນັ້ນ.

XS
SM
MD
LG