ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບປ່ອນບັດ ຮອບສຸດທ້າຍ ໃນການເລືອກຕັ້ງສະພາ (ເບິ່ງສະໄລດ໌)


ແມ່ຍິງອີຈິບຄົນນຶ່ງສະແດງໃຫ້ເຫັນນໍ້າມຶກຕິດນີ້ວຊີ້ຂອງລາວ
ຫລັງຈາກນາງປ່ອນບັດເລືອກຕັ້ງຮອບສຸດທ້າຍແລ້ວໃນແຂວງ
Qalyobeia, ອີຈິບ.
ວັນທີ 3 ມັງກອນ 2012.
ແມ່ຍິງອີຈິບຄົນນຶ່ງສະແດງໃຫ້ເຫັນນໍ້າມຶກຕິດນີ້ວຊີ້ຂອງລາວ ຫລັງຈາກນາງປ່ອນບັດເລືອກຕັ້ງຮອບສຸດທ້າຍແລ້ວໃນແຂວງ Qalyobeia, ອີຈິບ. ວັນທີ 3 ມັງກອນ 2012.


















ກຸ່ມພະລາດອນພາບມຸສລິ​ມອີ​ຈິບ​ກ່າວ​ວ່າ ຕົນ​ມີ​ເຈດ​ຕະນາ​ຈະປະກອບ​ຄະນະ​ລັດຖະບານ​ສາມັກຄີ​ຊາດ​ຂຶ້ນ ຂະນະ​ທີ່​ພວກ​ຜູ້​ມີ​ສິດປ່ອນ​ບັດໃນ​ເຂດ​ຊົນນະບົດ​ແຫ່ງ​ຕ່າງໆ​ພາກັນໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ຂັ້ນ​ຕອນທີ​ສາມ​ ແລະ​ສຸດ​ທ້າຍ​ຂອງ​ການ​ເລືອກ​ຕັ້ງ ຊຶ່ງ​ມາ​ຮອດ​ປັດຈຸບັນ ​ນີ້ແມ່ນ​ຄອບ​ງໍາ​ໂດຍພັກ​ສາດສະໜາອິສລາມ.

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ດໍາ​ເນີນ​ສືບ​ຕໍ່​ໄປ​ເປັນ​ມື້​ທີ 2 ​ໃນ 8 ​ແຂວງ​ຮວມ ທັງ​ແຂວງ al-Gharbiya, ​ແຂວງ Sinai ​ເໜືອ​ແລະ​ແຂວງ Sinai ​ໃຕ້ຊຶ່ງ​ເປັນ​ຂົງ​ເຂດ​ສຸດ​ທ້າຍ​ທີ່​ຈັດ​ໃຫ້​ມີການ​ປ່ອນ​ບັດ​ໃນ​ການເລືອກຕັ້ງ​ທີ່ເລີ້ມ​ມາ​ຕັ້ງ​ແຕ່​ທ້າ​ຍເດືອນ​ພະຈິກ​ຜ່ານ​ມາ. ຂົງ​ເຂດ​ເຫລົ່ານີ້​ ແມ່ນ​ຮວມທັງ​ທີ່​ໝັ້ນ​ປະວັດ​ສາດ​ຂອງກຸ່ມ​ພະລາດອນພາບ​ມຸສລິ​ມ ບ່ອນ​ທີ່​ພວກຜູ້​ສະມັກ​ທີ່​ຜູ້​ຄົນຮູ້​ຈັກດີ​ທີ່​ສຸດຂອງ​ກຸ່ມ​ດັ່ງກ່າວ​ຈໍານວນ​ນຶ່ງ​ສະມັກ​ແຂ່ງຂັນ​ນັ້ນ.

ໄຊຊະນະ​ຂອງ​ເຂົາ​ເຈົ້າ​ໄດ້​ມາ​ບົນ​ຄວາມ​ເສຍ​ຫາຍ​ຂອງ​ພວກ​ພັກ​ເສລີ​ແລະ​ພວກ​ກຸ່ມ​ຍຸວະຊົນ ທີ່ຢູ່​ເບື້ອງຫຼັງ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​ ທີ່​ຜູ້​ຄົນນິຍົມ​ທີ່​ໄດ້​ບັງຄັບ​ໃຫ້​ອະດີດ​ປະທານາທິບໍດີໂຮ​ສນີ ມູບາຣັກລາ​ອອກຈາກ​ອໍານາດ​ໄປ​ໃນ​ເວລາ​ເກືອບ 1 ປີຜ່ານມາ.

ໃນ​ເວລາ​ດຽວ​ກັນ​ພວກ​ທະຫານ​ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ​ໄດ້ເພີ່ມທະວີການ​ປາບ​ປາມ​ພວກ​ປະ​ທ້ວງ​ຂຶ້ນຢ່າງ​ຮຸນ​ແຮງ​. ​ໃນ​ສັບປະດາ​ຜ່ານ​ມາ​ນີ້ ພວກ​ທະຫານ​ໄດ້​ບຸກເຂົ້າ​ໄປ​ກວດຄົ້ນພວກ​ອົງ​ກອນ​ນິຍົມ​ປະຊາທິປະ​ໄຕ​ແລະ​ສັງ​ເກດ​ການ​ການ​ເລືອກ​ຕັ້ງ 10 ອົງ​ກອນ ຮ່ວມ​ທັງ 3 ກຸ່ມທີ່​ມີ​ສຳນັກງານ​ຢູ່​ສະຫະລັດ​ນໍາ.

ໃນ​ວັນ​ອັງຄານ​ວານ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ເພີ່ມ​ການ​ຕໍາ​ໜິຕິຕຽນ​ຂອງ​
ຕົນ​ຂຶ້ນ ​ໂດຍເອີ້​ນການ​ກໍ່ກວນ​ດັ່ງກ່າວ​ເປັນ​ທີ່ຮັບ​ເອົາ​ບໍ່​ໄດ້. ທ່ານ​ນາງ Victoria Nuland
ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ພວກ​ຄອງ​ອໍານາດ​ຕໍ່​ຈາກ​ລັດຖະ
ບານ​ທ່ານ​ມູບາຣັກ ​ໄດ້​ກ່າວໂຈມ​ຕີຢ່າງ​ຮຸນ​ແຮງ​ທີ່​ສຸດ​ຕໍ່ພວກ​ອົງ​ກອນ​ຕ່າງໆ​ທີ່​ບໍ່​ຂຶ້ນ​ກັບ​ລັດ
ຖະບານ​ນັ້ນ.

XS
SM
MD
LG