ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Mitt Romney ຊະນະການເລືອກຕັ້ງຂອງພັກ ທີ່ລັດ Iowa (ເບິ່ງວີດີໂອແລະສະໄລດ໌)


ທ່ານ Mitt Romney ອະດີດຜູ້ວ່າການລັດ Massachusetts ຜູ້ສະມັກສັງກັດ
ພັກ Republican ພ້ອມດ້ວຍຄອບຄົວ ກ່າວປາໄສຕໍ່ພວກສະໜັບສະໜຸນທ່ານ
ໃນນະຄອນ Des Moines ລັດ Iowa.
ວັນທີ 4 ມັງກອນ 2012.
ທ່ານ Mitt Romney ອະດີດຜູ້ວ່າການລັດ Massachusetts ຜູ້ສະມັກສັງກັດ ພັກ Republican ພ້ອມດ້ວຍຄອບຄົວ ກ່າວປາໄສຕໍ່ພວກສະໜັບສະໜຸນທ່ານ ໃນນະຄອນ Des Moines ລັດ Iowa. ວັນທີ 4 ມັງກອນ 2012.

ອະດີດ​ຜູ້​ວ່າການ​ລັດ Massachusetts ທ່ານ Mitt Romney ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ຂອງ​ພັກ Republican ​ໃນ​ລັດ Iowa ຢ່າງ​ຫວຸດ​ວິດ ເໜືອ​ທ່ານ Rick Santorum ຫົວ​ອະນຸລັກ​ສັງຄົມ​ແນວ ທາງ​ເດີມ ​ໃນ​ການແຂ່ງຂັນ​ຮອບ​ທໍາ​ອິດ​ເພື່ອໃຫ້​ໄດ້​ເປັນ​ຜູ້​ສະມັກ​ແຂ່ງ ຂັນ​ຂອງ​ພັກ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະ​ລັດ​ໃນ​ເດືອນ​ພະຈິກ​ປີ​ນີ້.

ເຈົ້າ​ໜ້າ​ທີ່​ພັກ Republican ປະກາດ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ໃຫ້​ຮູ້​ໃນພຸດ​ມື້​ນີ້​ວ່າ ທ່ານ Mitt Romney ທີ່​ມີ​ສຽງ​ນໍາ​ໜ້າ​ໝູ່​ມາ​ເປັນ​ເວລາ​ດົນ​ນານ​ແລ້ວນັ້ນ ​ໄດ້​ຊະນະ​ທ່ານ Rick Santorum ທີ່​ໄດ້​ຮັບ​ສຽງ​ນິຍົມ​ສູງຂຶ້ນ​ຫວ່າງ​ໄວໆ​ມາ​ນີ້ ພຽງ​ແຕ່ 8 ສຽງ​ເທົ່າ​ນັ້ນ ຊຶ່ງ​ເຮັດ​ໃຫ້ການ​ແຂ່ງຂັນ​ດັ່ງກ່າວເປັນ​ການ​ແຂ່ງຂັນ​ທີ່​ມີ​ສຽງ​ໃກ້ຊິດ​ກັນ​ທີ່​ສຸດ​ໃນ​ປະວັດ​ສາດ​ຂອງກອງ​ປະຊຸມ​ພັກ​ໃນ​ລັດ Iowa ຊຶ່ງ​ທ່ານ Romney ​ໄດ້​ຮັບ​ສຽງ​ສະໜັບສະໜຸນ 30,015ສຽງ ​ແລະ​ທ່ານ Santorum ​ໄດ້​ຮັບ 30,007 ສຽງ.

ຜູ້​ສະມັກ​ຕໍ່ຕ້ານ​ສົງຄາມ ທ່ານ Ron Paul ​ໄດ້​ຊະນະອັນ​ດັບ 3 ໂດຍ​ໄດ້​ຮັບ​ສຽງ​ສະໜັບສະໜຸນ 21 ​ເປີ​ເຊັນ.

ກ່ອນ​ໜ້າການ​ປະກາດ​ຜົນ​ການ​ເລືອກ​ຕັ້ງ​ບັ້ນ​ສຸດ​ທ້າຍ​ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້ ທ່ານ Romney ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ທ່ານ Santorum ​ຄູ່​ແຂງ​ຂັນ​ສໍາຄັນ​ຂອງ​ທ່ານ ​ແລະ​ກ່າວ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ຜູ້​ປ່ອນ​ບັດ ໃນ​ລັດ Iowa ທີ່​ໄດ້​ອໍາ​ນ​ວຍ​ໂອກາດໃຫ້​ທ່ານ ​ພ້ອມ​ດ້ວຍ​ຄູ່​ແຂ່ງຂັນ​ຄົນ​ອື່ນໆ​ ເພື່ອ​ສ້າງ​ຟື້ນຟູຈິດ​ໃຈ​ແລະ​ວິນ​ຍານ​ຂອງ​ປະ​ເທດ​ຊາດ​ຄືນ​ໃໝ່.

ໃນ​ຄໍາ​ປາ​ໄສ​ຈາກ​ນະຄອນຫລວງ Des Moines ຂອງ​ລັດ Iowa ທ່ານ Romney
ໄດ້​ເນ້ນ​ເຖິງ​ປະສົບ​ການ​ຂອງ​ທ່ານ​ໃນ​ວົງ​ການ​ທຸລະ​ກິດ ​ແລະ​ຕໍາ​ໜິຕິຕຽນ​ຄວາມ​ພະ
ຍາຍາມ​ຕ່າງໆ​ຂອງ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ເພື່ອເຮັດ​ໃຫ້​
ຊາວ​ອະ​ເມຣິກັນມີ​ວຽກມີການເຮັດ​ຄືນ​ອີກ​ນັ້ນ ຊຶ່ງ​ທ່ານ Romney ກ່າວ​ດັ່ງ​ນີ້ :

"ຂ້າພະເຈົ້າຈະດໍາເນີນງານເພື່ອ​ເຮັດ​ໃຫ້​ຊາວອະເມຣິກັນມີ​ວຽກ​ການ​ເຮັດຄືນອີກໂດຍ
ຈະເຮັດໃຫ້ອະເມຣິກາກັບຄືນເປັນບ່ອນທີ່ດຶງດູດຈິດໃຈຜູ້ຄົນ ຫລາຍທີ່ສຸດໃນໂລກ
ສຳລັບ​ພວກສ້າງໜ້າວຽກ ຜູ້ອອກ​ຫົວຄິດ​ປະ​ດິດສ້າງໃໝ່ ແລະພວກ​ນັກລົງທຶນແລະ
ວຽກງານ ວຽກການຕ່າງໆຈະເລີ້ມ ັ່ງໄຫລ​ເຂົ້າມາຄືກັນກັບແຕ່ກ່ອນ ແລະຂ້າພະ
ເຈົ້າຈະຮັກສາອັດຕາພາ ສີຢູ່ໃນລະດັບທີ່ຈະແຂ່ງຂັນໄດ້ ເຮັດໃຫ້ພວກຜູ້ຄວບຄຸມ
ແລະກົດລະບຽບຕ່າງໆທີ່ເບິ່ງວຽກການນັ້ນເປັນວິສາຫະກິດທີ່ໄດ້​ຮັບ​ການ​ສົ່ງ​ເສີມ
ເພື່ອ​ໃຫ້ໝັ້ນໃຈວ່າ ພວກເຮົາໄຂຕະຫຼາດໃໝ່ຂຶ້ນສໍາລັບພວກສິນຄ້າອະເມຣິກັນ
ແລະ ໃນທີສຸດສວາຍໂອກາດໃຊ້ແຫລ່ງພະລັງງານທີ່ເຮົາມີຢູ່ ທີ່ນີ້ ຄືນໍ້າມັນແລະ
ແກສ ຖ່ານຫິນ ນີວເຄລຍ ແລະສິ່ງທີ່ໃຊ້ຄືນ​ໃໝ່ໄດ້."

ການໂຄສະນາຫາສຽງເລືອກຕັ້ງຂອງທ່ານ Santorum ໄດ້ລິເລີ້ມຂຶ້ນຊ້າ ແຕ່
ທ່ານໄດ້ຟື້ນໂຕຄືນຈາກລະດັບຕໍ່າ ​ໃນການສໍາຫລວດຫາງສຽງປະຊາຊົນໃນລະ
ຫວ່າງເດືອນຜ່ານມາກ່ອນການເລືອກຕັ້ງຂອງພັກໃນ ລັດ Iowa ນີ້.

XS
SM
MD
LG