ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວມຸສລິມ ປະທະກັບຕໍາຫລວດ ທີ່ໂບດມຸສລິມແຫ່ງນຶ່ງ ໃນຈີນ


ເຫດການບໍ່ສະຫງົບທາງສັງຄົມບັ້ນນຶ່ງ ໃນປະເທດຈີນ.
ເຫດການບໍ່ສະຫງົບທາງສັງຄົມບັ້ນນຶ່ງ ໃນປະເທດຈີນ.

ຕໍາຫລວດ​ແລະ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກຸ່ມ​ນຶ່ງ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງເໜືອ​ຂອງ​ຈີນ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ພວກ​ຊາວ​ມຸສລິ​ມຫລາຍ​ຮ້ອຍ​ຄົນໄດ້​ທໍາ​ການ​ຕໍ່ສູ້​ກັບ​ຕໍາຫລວດ ​ເວລາ​ເຈົ້າ​ໜ້າ​ທີ່​ທາງ​ການ​ປະກາດ​ວວ່າ ​ໂບດ​ອິສລາມ​ທີ່​ຫາ​ກໍ່ສ້າງ​ແລ້ວ​ໃໝ່ໆ​ຜິດ​ກົດໝາຍ ​ແລະ​ພາກັນ​ເຄື່ອນ​ເຂົ້າ​ໄປ​ທໍາລາຍ​ມັນໂບດ​ນັ້ນ.

ສູນ​ກາງໃຫ້​ຂ່າວ​ຂໍ້​ມູນ​ສໍາລັບ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ແລະ​ປະຊາທິປະ​ໄຕ​ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ຮອງ​ກົງ ກ່າວ​ວ່າ ປະຊາຊົນ 2 ຄົນ​ໄດ້​ເສຍຊີວິດ​ແລະ 50 ຄົນ​ໄດ້​ຮັບ​ບາດ​ເຈັບ​ເວລາ​ພວກ​ຕໍາຫລວດ​ໃຊ້​ແກ​ສນໍ້າຕາ ມີດ​ແລະ​ໄມ້ຄ້ອນ​ທຸບ​ຕີ​ພວກ​ປະ​ທ້ວງ​ຊົນ​ເຜົ່າ Hui ມຸສລິ​ມ​ໃນ​ເມືອງ Hexi ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້.

ຕໍາຫລວດ​ປະ​ຈໍາ​ເມືອງ​ດັ່ງກ່າວ​ໄດ້​ປະຕິ​ເສດ​ວ່າ ບໍ່​ມີ​ຜູ້​ຄົນ​ໃດ​ເສຍ​ຊີວິດ ​ແຕ່​ກ່າວ​ວ່າ ປະຊາຊົນ​ຫລາຍ​ຄົນ​ໄດ້​ຖືກ​ຈັບ​ກຸມ. ຕໍາຫລວດ​ປະມານ 1 ພັນ​ຄົນ​ໄດ້​ທໍາລາຍ​ໂບດ​ດັ່ງກ່າວ​ຫລັງ​ຈາກ​ການ​ປະ​ທະ​ກັນ​ແລ້ວ.

ລັດຖະບານ​ຄອມ​ມີ​ວນິດ​ຈີນ​ໄຕ້​ຕິດຕາມ​ຂ່າວ​ກິດຈະ​ກໍາ​ທາງ​ສາດສະໜາ​ຢ່າງ​ໃກ້ຊິດ ​ແລະ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ພວກ​ໂບດ​ມຸສລິ​ມ​ແລະ​ໂບດ​ຄຣີສອື່ນໆ​ຈະ​ກາຍ​ເປັນ​ສູນ​ກາງ​ເພື່ອ​ທໍາ​ການ​ຍຸຍົງ​ຕໍ່ຕ້ານ​ລັດຖະບານ.

ຊົນ​ເຜົ່າ Hui ​ເປັນ​ສະມາຊິກ​ຂອງ​ກຸມ​ນຶ່ງ​ໃນ​ບັນດາ​ກຸ່ມຊາວ​ມຸສລິ​ມກຸ່ມ​ນ້ອຍ​ຫລາຍ​ກຸ່ມ​ໃນ​ຈີນ. ພວກ​ຊົນ​ກຸ່ມ​ນີ້​ແມ່ນ​ຮວມທັງ​ພວກ​ລູກ​ຫລານຂອງ​ຊາວ​ອົບ​ພະຍົບມຸສລິ​ມມາ​ຈາກ​ພາກ​ພື້ນ​ເອ​ເຊຍ​ກາງ ບັນດາ​ສະມາຊິກ​ຊອງ​ຊົນ​ເຜົ່າ​ໃຫຍ່ Han ທີ່​ປ່ຽນ​ສາດ​ສະໝາ​ມາ​ເປັນອີສລາມ​ແລະກຸ່ມ​ອື່ນໆ​ອີກ​ຫລາຍ​ກຸ່ມ.

XS
SM
MD
LG