ທ່ານ Mitt Romney ອະດີດຜູ້ວ່າການລັດ Massachusetts ກໍາລັງສຸມຄວາມສົນໃຈໃສ່ລັດ New Hampshire ຊຶ່ງເປັນລັດຕໍ່ໄປທີ່ຈະມີການແຂ່ງຂັນຂອງຜູ້ທີ່ຫວັງຈະໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ສະມັກຂອງພັກຣີພັບບລິກັນ ໃນການເລືອກຕັ້ງປະທານາທິບໍດີສະຫະລັດ ຫລັງຈາກທ່ານໄດ້ຊະນະການເລືອກຕັ້ງຢ່າງຫວຸດວິດໃນລັດ Iowa ໃນວັນ ອັງຄານ.
ທ່ານ Romney ໄດ້ໄປໂຄສະນາຫາສຽງໃນລັດ New Hampshireໃນວັນພຸດວານນີ້ ພ້ອມກັບທ່ານ John McCain ສະມາຊິກສະພາສູງສະຫະລັດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ຜູ້ສະມັກແຂ່ງຂັນປະທານາທິບໍດີຕາງ ໜ້າພັກ Republican ໃນປີ 2008 ນັ້ນ. ການເລືອກຕັ້ງຂັ້ນຕົ້ນໃນລັດ New Hampshire ກໍານົດຈະມີຂຶ້ນໃນວັນທີ 10 ເດືອນນີ້. ທ່ານ Romney ໄດ້ກ່າວໂຈມຕີນະໂຍບາຍການຕ່າງປະເທດຂອງປະທານາ ທິບໍດີບາຣັກ ໂອບາມາ ແລະການເສດຖະກິດ ແລະທ່ານໄດ້ສະເໜີວິທີການແກ້ໄຂບັນຫາດັ່ງກ່າວຂອງທ່ານເອງ.
ສ່ວນທ່ານ McCain ທໍານາຍວ່າ ພັກ Republican ຈະໄດ້ເຂົ້າໄປນັ່ງໃນທໍານຽບຂາວແລະໃນສະພາສູງໃນການເລືອກຕັ້ງໃນເດືອນພະຈິກປີນີ້.
ທ່ານ Romney ໄດ້ຊະນະພວກຄູ່ແຂ່ງຈາກພັກ Republicanໃນການເລືອກຕັ້ງຂັ້ນຕົ້ນຂອງພັກໃນວັນອັງຄານຜ່ານມານີ້ໃນລັດ Iowa ໂດຍໄດ້ຄະແນນພຽງແຕ່ 8 ສຽງ ລື່ນຄູ່ແຂ່ງທີ່ໃກ້ຊິດທີ່ສຸດ ຄືທ່ານ Rick Santorum ຫົວອະນຸລັກແນວທາງເດີມໃນດ້ານສັງຄົມ ຊຶ່ງແຕ່ ລະຄົນໄດ້ຮັບສຽງສະໜັບສະໜຸນ 25 ເປີເຊັນຂອງຄະແນນສຽງທັງໝົດ.