ໄວລຸ່ນອາເມຣິກັນຄົນນຶ່ງກັບຄືນເຂົ້າມາສູ່ ສະຫະຣັດ ຫລັງຈາກລາວ ຖືກເນຣະເທດອອກໄປປະເທດ ໂຄລອມເບຍ ເພາະວ່ານາງໄດ້ປະກາດຕົນເອງວ່າເປັນຄົນເຂົ້າເມືອງບໍ່ຖືກຕ້ອງຕາມກົດໝາຍ
ໃນຕອນແລງຂອງວັນສຸກ ເດັກຍິງອາຍຸ 15 ປີ ໄດ້ກັບຄືນມາບ້ານຂອງລາວ ທີຣັດ ເທັກຊັສ ນາງ ຈາກາດຣຽນ ເທີນເນີ ໄດ້ຖືກນໍາຕົວ ອອກຈາກເຮືອບິນໃນທັນທີເພື່ອທໍການສອບປາກຄໍາ ຈາກເຈົ້າໜ້າທີ່ກວດຄົນເຂົ້າເມືອງ ກ່ອນທີ່ນາງຈະເດີນທາງກັບຄືນສູ່ຄອບຄົວ.
ນາງເທີເນີ ທີ່ກ່າວວ່າຕົນເອງຖືພາ ໄດ້ຖືກສົ່ງກັບໄປຍັງນະຄອນໂບໂກຕາ ປະເທດໂຄລອມເບຍ ໃນເດືອນ ພຶດສະພາ ປີ 2011 ແລະ ອ້າງຕົນເອງວ່າເປັນຜູ້ຍິງຊາວ ໂຄລອມເບຍ ມີອາຍຸ 21 ປີນັ້ນ.
ເບື້ອງຫລັງຂອງນາງວ່າແມ່ນໃຜແທ້ນັ້ນ ບໍ່ໄດ້ຖືກສອບຖາມຈາກຜູ້ພິພາກສາ
ສານສະຫະລັດ ຫລືຈາກເຈົ້າໝ້າທີ່ ໂຄລົມເບຍ ເຖິງແມ່ນວ່າ ນາງບໍ່ສາມາດ
ປາກພາສາສະເປນໄດ້ກໍຕາມ ປັດຈຸບັນນີ້ ເຈົ້າໜ້າທີ ໂບໂກຕາ ກໍາລັງທໍາການ
ສືບສວນສອບສວນວ່າ ນາງໄດ້ຮັບໄບຢັ້ງຢືນໜັງສືຜ່ານແດນຊົ່ວຄາວໄດ້ແນວ
ໃດ ຕະຫລອດທັງໄບອະນຸຍາດໃຫ້ເຮັດວຽກເຮັດການ ຢູ່ໃນປະເທດອາເມຣິ
ກາໃຕ້ໄດ້ຢ່າງໄດນັ້ນ.
ແມ່ຂອງນາງເທີເນີ ພ້ອມດ້ວຍແມ່ຕູ້ ແລະພວກເຈົ້າໜ້າທີ່ຮັກສາຄວາມປອດໄພ
ພາກັນຫຸ້ມລ້ອມຕົວຂອງນາງເທີເນີ ໃນຂະນະທີ່ບັນດານັກຂ່າວພາກັນລໍຕ້ອນ
ຮັບເຂົາເຈົ້າ ໃນຂະນະທີ່ກໍາລັງເດີນທາງອອກຈາກເດີ່ນເຮືອບິນນາໆຊາດທີ່
ເມືອງດ່າລາສ ຝອດເວີດ ໃນຕອນແລງວັນສຸກວານນີ້.
ທະນາຍຄວາມຂອງນາງກ່າວວ່າ ຄອບຄົວຂອງນາງເທີເນີ ຈະບໍ່ໃຫ້ຄໍາຖະ
ແຫລງໃດໆ ແຕ່ວ່າ ເຂົາເຈົ້າມີຄວາມດີໃຈຫລາຍທີ່ໄດ້ລູກສາວກັບມາບ້ານ.
ນາງເທີເນີ ໄດ້ຫລົບໜີຈາກບ້ານໃນທ້າຍປີ 2010 ໃນເດືອນເມສາຜ່ານມາ
ນີ້ ນາງໄດ້ຖືກຈັບຕົວທີ່ເມຶອງ ຮູສຕັນ ຣັດ ເທັກຊາສ ໃນຂໍ້ຫາລັກເຄື່ອງ ຕະ
ຫລອດລະຍະການສອບສວນ ນາງບອກວ່າ ນາງຊື່ ຕິກາ ລາເນ ຄໍເຕສ
ແລະເປັນຄົນໂຄລອມເບຍ.