ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ເຕືອນກໍາປັ່ນ ບັນທຸກເຮືອບິນ ສະຫະລັດ ບໍ່ໃຫ້ກັບຄືນ ໄປຍັງ ອ່າວເປີເຊຍ (ເບິ່ງວີດີໂອ)


ກໍາປັ່ນບັນທຸກເຮືອບິນ USS John C. Stennis ຂອງສະຫະລັດໃນຊ່ອງແຄບ Hormuz.
ວັນທີ 3 ມັງກອນ 2012.
ກໍາປັ່ນບັນທຸກເຮືອບິນ USS John C. Stennis ຂອງສະຫະລັດໃນຊ່ອງແຄບ Hormuz. ວັນທີ 3 ມັງກອນ 2012.

ອີຣ່ານກ່າວ​ວ່າ​ກໍາ​ປັ່ນ​ບັນທຸກ​ເຮືອ​ບິນ​ຂອງສະ​ຫະລັດ​ບໍ່​ຄວນ​ຈະ​ກັບ​ຄືນ​ໄປ​ຍັງ​ອ່າວ​ເປີ​ເຊຍອີກ ນຶ່ງ​ມື້​ຫລັງ​ຈາກ​ກຸງ​ເຕຫະຣ່ານ​ເສັດ​ສິ້ນ​ການ​ຊ້ອມ​ລົບ​ທາງ​ທະ​ເລ​ຂອງ​ຕົນ​ໃກ້ໆ​ກັບ​ຊ່ອງ​ແຄບ​ຍຸດ​ທະ​ສາດ Hormuz.

ຜູ້​ບັນຊາ​ການກອງທັບ​ອີຣ່ານ Ataollah Salehi ກ່າວ​ໃນ​ວັນ​ອັງຄານ ມື້​ນີ້​ວ່າ ອີຣ່ານຈະ​ບໍ່​ກ່າວ​ຢໍ້າ​ເຖິງຄໍາ​ເຕືອນ​ຂອງ​ຕົນ​ຄືນ​ໃໝ່ ​ແຕ່​ບໍ່​ໄດ້​ບົ່ງ​ຊື່ກໍາປັ່ນ​ບັນທຸກ​ເຮືອບິນ​ຂອງສະຫະລັດ​ອອກ​ມາ.

ໂຄສົກ​ຍິງ​ປະ​ຈໍາ​ກອງທັບ​ເຮືອ​ທີ 5 ຂອງ​ສະຫະລັດ ຊຶ່ງ​ມີ​ຖານປະຕິບັດ​ງານ​ຢູ່​ໃນ​ປະ​ເທດ
Bahrain ກ່າວ​ໃນ​ສັບປະດາ​ຜ່ານ​ມາ​ວ່າ ກໍາ​ປັ່ນ​ບັນທຸກ​ເຮືອບິນ USS John C. Sten
nis ​ໄດ້​ເຄື່ອນ​ຍ້າຍ​ອອກ​ຈາກອ່າວ​ເປີ​ເຊຍ​ຜ່ານ​ຊ່ອງ​ແຄບ Hormuz ຕາມ​ແຜນການ​ປະ
ຕິບັດ​ງານ​ເປັນ​ປະຈໍາ​ທີ່​ວາງແຜນໄວ້​ກ່ອນນັ້ນ.

ອີຣ່ານ​ໄດ້​ຂົ່ມຂູ່​ທີ່​ຈະ​ຕອບ​ໂຕ​ຕໍ່​ການ​ລົງ​ໂທດ​ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ຕົນ​ໂດຍ​
ຈະ​ປິດ​ການ​ເດີນ​ເຮືອ​ໃນ​ຊ່ອງ​ແຄບ​ດັ່ງກ່າວ ອັນ​ເປັນ​ສາຍ ທາງ​ຜ່ານ​ຂອງ​ສິນຄ້າ​ສົ່ງ​ອອກ​
ທີ່​ສໍາຄັນ​ທີ່​ສຸດ​ສໍາລັບ​ພວກ​ປະ​ເທດ​ຜະລິດ​ນໍ້າມັນ​ອື່ນໆ​ໃນ​ຂົງ​ເຂດ​ອ່າວ​ເປີ​ເຊຍ. ກອງ
ທັບ​ເຮືອ​ສະຫະລັດ ກ່າວ​ວ່າຕົນ​ຈະ​ບໍ່​ປະລະ​ໃຫ້​ມີ​ການ​ຂັດຂວາງ​ຫລື​ລົບ​ກວນ​ທາງ​ຜ່ານ
ສິນຄ້າ​ໃນ​ອ່າວ​ເປີ​ເຊຍ​ນີ້.

ໃນ​ວັນ​ອັງຄານ​ມື້​ນີ້ ຝຣັ່ງຮຽກຮ້ອງ​ໃຫ້​ມີ​ການ​ລົງ​ໂທດ​ເຂັ້ມ​ແຂງ​ຂຶ້ນຕື່ມ​ຕໍ່​ອີຣ່ານ ຮວມ
ທັງ​ການ​ກັກ​ຊັບ​ສິນ​ຂອງ​ທະນາຄານ​ກາງຂອງ​ອີຣ່ານນໍາ.

ຖະ​ແຫລ​ງການ​ຂອງຝຣັ່ງມີ​ຂຶ້ນ​ຫລັງ​ຈາກ​ການ​ເຄື່ອນ​ໄຫວ​ໃນ​ທໍານອງ​ດຽວ​ກັນ​ກັບ​ຂອງ
ສະຫະລັດ ຊຶ່ງ​ໄດ້​ວາງ​ການ​ລົງ​ໂທດ​ຄັ້ງ​ໃໝ່​ແນ​ເປົ້າ ໝາຍ​ໃສ່​ທະນາຄານ​ກາງ ທີ່​ອາດ
ສາມາດ​ສົ່ງ​ຜົນ​ກະທົບ​ຕໍ່​ສະມັດຖະພາບ​ຂອງ​ອີຣ່ານ​ເພື່ອ​ຂາຍ​ນໍ້າມັນ​ຂອງ​ຕົນ​ໃນ​ຕະ
ຫຼາດ​ນາໆ​ຊາດ​ນັ້ນ.

XS
SM
MD
LG