ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກມືປືນສັງຫານ 20 ຄົນ ທີ່ໄນຈີເຣຍ


ພວກມຸສລິມນີກາຍ Boko Haram ຈໍານວນນຶ່ງ ທີ່ໄດ້ຮັບເຄາະ ຍ້ອນຄວາມວຸ້ນວາຍໃນໄນຈີເຣຍ, ວັນທີ 7 ມັງກອນ 2012.
ພວກມຸສລິມນີກາຍ Boko Haram ຈໍານວນນຶ່ງ ທີ່ໄດ້ຮັບເຄາະ ຍ້ອນຄວາມວຸ້ນວາຍໃນໄນຈີເຣຍ, ວັນທີ 7 ມັງກອນ 2012.

ພວກ​ມື​ປືນ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 20 ຄົນ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ໄນ​ຈີ​ເຣຍ ​ໃນ​ການ​ປະ​ທະ​ກັນ​ຄັ້ງ​ຫລ້າສຸດ​ໃນ​ການ​ໂຈມ​ຕີຕິດ​ຕໍ່​ກັນ​ມາ​ຫລາຍ​ຄັ້ງ​ໃນ​ພາກ​ພື້ນ​ດັ່ງກ່າວ.

ການ​ໂຈມ​ຕີ​ພວກ​ຊາວ​ຄຣິສຕຽນ​ໃນ​ວັນ​ສຸກ​ວານ​ນີ້​ໄດ້​ເກີດ​ຂຶ້ນ​ໃນ​ເມືອງ Mubi ​ໃນ​ລັດ Adamawa ​ໃກ້ໆ​ກັບ​ຊາຍ​ແດນ Cameroon. ນັກຂ່າວ​ປະ​ຈໍາ​ທ້ອງ​ຖິ່ນ​ຄົນ​ນຶ່ງ​ກ່າວ​ຕໍ່​ວີ​ໂອ​ເອວ່າ ພວກ​ມື​ປືນ​ຈຸ​ນຶ່ງ​ທີ່​ບໍ່​ຊາບຊື່​ວ່າ​ແມ່ນ​ໃຜ​ຫລື​ກຸ່ມ​ໃດ ​ໄດ້​ເປີດ​ສາກ​ຍີ​ງ​ໃສ່​ປະຊາຊົນ​ໃນ 3 ​ເຂດ​ໃນ​ເມືອງ​ດັ່ງກ່າວ.

ລາຍ​ງານ​ຂ່າວ​ຈາກ​ຂົງ​ເຂດ​ເວົ້າ​ວ່າ ການ​ໂຈມ​ຕີ​ເຫລົ່າ​ນີ້​ແມ່ນ​ແນ​ໃສ່​ກຸ່ມຊົນ​ເຜົ່າ Igbo.

ໂຄສົກ​ທີ່​ກ່າວ​ວ່າ​ຕົນ​ເປັນ​ໂຄສົກ​ຂອງ​ກຸ່ມ​ມຸສລິ​ມຫົວ​ຮຸນ​ແຮງ​ນີກາຍ Boko Haram ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ສໍາລັບ​ການ​ໂຈມ​ຕີ​ເຫລົ່າ​ນີ້​ໃນ​ໃຫ້​ສໍາພາດ​ທາງ​ໂທລະສັບ​ກັບ​ພວກ​ນັກ​ຂ່າວ​ນັ້ນ.

ໂຄສົກ ທີ່​ເອີ້ນ​ກັນ​ວ່າ Abu Qaqa ຍັງ​ເວົ້າ​ເຊ່ນ​ກັນ​ວ່າ ນິກາຍ Boko Haram ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ໂບດ​ແຫ່ງ​ນຶ່ງ​ໃນ​ລັດ Gombe​ໃນ​ແລງ​ວັນ​ພະຫັດ​ຜ່ານ​ມາ​ນີ້ ທີ່​ໄດ້​ສັງຫານ​ປະຊາຊົນ​ໄປ 6 ຄົນ​ແລະ​ບາດ​ເຈັບ​ຕື່ມ​ອີກ 10 ຄົນ​ນັ້ນ.

ໂຄສົກ​ຄົນ​ນີ້​ກ່າວ​ວ່າການ​ໂຈມ​ຕີ​ເຫລົ່າ​ນີ້ ​ແມ່ນ​ເປັນ​ຕອບ​ໂຕ້​ຕໍ່​ຄໍາ​ຂາດຂອງ​ນິກາຍ Boko Haram ທີ່​ໄດ້​ປະກາດ​ອອກ​ໃນ​ຕົ້ນ​ສັບປະດາ​ນີ້ ​ໂດຍ​ຮຽກຮ້ອງ​ໃຫ້​ຊາວ​ຄຣິສຕຽນ​ທີ່​ອາ​ໄສ​ຢູ່​ໃນ​ພາກ​ເໜືອ​ຊຶ່ງ​ປະຊາຊົນສ່ວນ​ໃຫຍ່​ເປັນ​ຊາວ​ມຸສລິ​ມນັ້ນ​ໃຫ້​ອອກ​ຈາກ​ຂົງ​ເຂດ​ດັ່ງກ່າວ.

ກຸ່ມ​ນິກາຍ Boko Haram ​ໄດ້​ອ້າງ​ເອົາ​ຄວາມຮັບຜິດຊອບ​ໃນ​ການ​ໂຈມ​ຕີຫລາຍ​ບັ້ນ​ໃນ​ຫວ່າງ​ວ​ໄໆ​ຜ່ານ​ມາ​ນີ້​ໃນ​ປະ​ເທດ​ໄນ​ຈີ​ເຣຍ ຮວມທັງການ​ວາງ​ລະ​ເບີດ​ໂຈມ​ຕີໃນ​ວັນ​ຄຣີສມາສຜ່ານ​ມາ ຊຶ່ງ​ໄດ້​ສັງຫານ​ພວກ​ຊາວ​ຄຣິສຕຽນ​ຈໍານວນ​ຫລາຍ​ກວ່າ 40 ຄົນ​ນັ້ນ.

XS
SM
MD
LG