ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

25 ຄົນ ເສຍຊີວິດ ຍ້ອນດິນເຈື່ອນທັບ ທີ່ຟີລິບປິນ


ຄວາມເສຍຫາຍຈາກເຫດດີນເຈື່ອນ ທີ່ຟີລິບປີນ, ວັນທີ 5 ມັງກອນ 2012
ຄວາມເສຍຫາຍຈາກເຫດດີນເຈື່ອນ ທີ່ຟີລິບປີນ, ວັນທີ 5 ມັງກອນ 2012

ເຫດດິນ​ເຈື່ອນ​ໃນ​ປະຊາ​ຄົມຂຸດບໍ່​ຄໍາແຫ່ງ​ນຶ່ງ​ເທິງ​ເກາະ​ມິນ​ດາ​ນາວ​ໃນ​ພາກໃຕ້​ຂອງ​ຟີ​ລິບ​ປິນ​ ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 25 ຄົນ​ແລະ​ ອີກ 100 ກວ່າ​ຄົນຫາຍສາ​ບສູນ.

ໄພ​ດິນ​ເຈື່ອນ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ຕອນ​ຂ້ອນ​ແຈ້ງ​ວັນ​ພະຫັດ​ມື້​ນີ້​ໃກ້ໆ​ກັບ​ເມືອງ Pantukan ​ໃນ​ຂະນະ​ທີ່​ປະຊາຊົນ​ກໍາລັງ​ພາກັນ​ນອນ​ຫລັບ​ຢູ່​ໃນກະທ່ອມ​ຫລື​ຕູບຂອງ​ເຂົາ​ເຈົ້າ​.

ພວກ​ຊາວບ້ານ​ຕ້ອງໄດ້ໃຊ້​ຊ້ວນ ​ແລະ​ມື​ເປົ່າ​ຂອງ​ເຂົາ​ເຈົ້າ​ ​ຂຸດ​ຄົ້ນ​ຕາມ​ສິ່ງ​ຫັກພັງ​ ​ເພື່ອ​ຊອກ​ຄົ້ນ​ຫາ​ພວກ​ທີ່ອາດ​ລອດ​ຊີວິດມາ​ໄດ້​ ໃນ​ຄຸ້ມ​ອາໄສ​ຂອງ​ພວກ​ຄົນ​ງານ​ຂຸດບໍ່​ຄໍາ​ຂະໜາດ​ນ້ອຍ​ແຫ່ງ​ນຶ່ງ ຊຶ່ງເຂົ້າ​ໄປ​ເຖິງ​ໄດ້ ຜ່ານ​ຫົນທາງ​ເທິງພູ​ເຂົາ​ທີ່​ລະ​ອິດ​ລະ​ອ້ຽວ​ເທົ່າ​ນັ້ນ. ບັນດາ​ເຈົ້າ​ໜ້າທີ່ໄດ້ຮຽກຮ້ອງ​ໃຫ້​ພວກ​ວົງ​ການ​ທຸລະ​ກິດທ້ອງ​ຖິ່ນ​ ສະໜອງ​ພວກ​ເຄື່ອງ​ຈັກ​ຂະໜາດ​ໜັກໃຫ້ ເພື່ອ​ຊ່ອຍ​ເລັ່ງລັດ​ໃນ​ການ​ຊ່ອຍ​ກູ້​ໄພ​ຄັ້ງ​ນີ້.

ພວກ​ທະຫານ​ຟີ​ລິບ​ປິນ​ແລະເຮືອບິນ​ເຮ​ລີ​ຄອບ​ເຕີ​ກອງທັບ​ ກໍ​ໃຫ້ການ ຊ່ອຍ​ເຫລືອ​ໃນ​ການ​ຊ່ອຍ​ກູ້​ໄພ​ຄັ້ງ​ນີ້​ເຊ່ນ​ກັນ. ມາ​ຮອດ​ປັດຈຸບັນ​ ມີ​ພວກ​ລອດ​ຊີວິດ​ມາ​ໄດ້​ຢ່າງ​ໜ້ອຍ 15 ຄົນ​ໄດ້​ຖືກ​ຊ່ອຍຊີວິດ ​ແລະສົ່ງ​ໄປ​ຍັງ​ພວກ​ໂຮງໝໍ​ແຫ່ງ​ຕ່າງໆ​ໃນ​ທ້ອງ​ຖິ່ນ.

ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໄດ້​ເຕືອນ​ພວກ​ຊາວບ້ານ​ມາ​ກ່ອນ​ໃນ​ປີ​ແລ້ວ​ນີ້​ໃຫ້​ຍົກຍ້າຍ​ອອກ​ຈາກ​ຂົງ​ເຂດ​ເນື່ອງ​ຈາກ​ເກີດ​ໄພ​ດິນ​ເຈື່ອນ​ມາ​ກ່ອນ​ແລ້ວ. ​ແຕ່​ພວກ​ພະນັກງານ​ບໍ່​ແຮ່​ທີ່​ທຸກ​ຍາກ​ແລະ​ພວກ​ຄອບຄົວ​ຂອງເຂົາ​ເຈົ້າ​ບໍ່​ເອົາຫົວຊາ​ນໍາ​ຄໍາ​ເຕືອນ​ດັ່ງກ່າວ ​ແລະ​ໄດ້​ພາກັນ​ຍົກ​ຍ້າຍ​ເຂົ້າໄປຫາ​ຂຸດ​ຄໍາ​ຄືນ​ ຍ້ອນ​ລາຄາ​ຄໍາ​ທີ່ສູງ​ຂຶ້ນ.

ໄພ​ດິນ​ເຈື່ອນ​ໃນເຂດ​ດຽວ​ກັນ​ນີ້ ໄດ້​ສັງຫານ​ປະຊາຊົນ​ໄປ​ປະມານ 20 ​ຄົນ ໃນ​ເດືອນ​ເມສາ​ປີ​ແລ້ວ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຝົນຕົກ​ໜັກ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ​ແລະ​ການຂຸດ​ຄົ້ນ​ບໍ່​ແຮ່​ຢ່າງ​ກວ້າງຂວາງໄດ້​ເຮັດ​ໃຫ້​ດິນ​ພູ​ເຈື່ອນ​ລົງ​ໃນເຂດນັ້ນ.

XS
SM
MD
LG