ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີໄຕ້ຫວັນ ໃຫ້ຄໍາໝັ້ນສັນຍາ ທີ່ຈະມີສາຍພົວພັນ ທີ່ດີຂຶ້ນກັນຈີນ


ປະທານາທິບໍດີ Ma Ying-jeou ແຫ່ງໄຕ້ຫວັນ (ຂ້າງຊ້າຍ)ແລະຄູ່ສະມັກ ທ່ານ Wu Den-yih, ປະກາດໄຊຊະນະໃນການເລືອກຕັ້ງປະທານາທິບໍດີ
ໃນກຸງໄຕເປ, ໄຕ້ຫວັນ.
ວັນທີ 15 ມັງກອນ 2012.
ປະທານາທິບໍດີ Ma Ying-jeou ແຫ່ງໄຕ້ຫວັນ (ຂ້າງຊ້າຍ)ແລະຄູ່ສະມັກ ທ່ານ Wu Den-yih, ປະກາດໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ໃນກຸງໄຕເປ, ໄຕ້ຫວັນ. ວັນທີ 15 ມັງກອນ 2012.

ປະທານາທິບໍດີ Ma Ying-jeou ​ແຫ່ງ​ໄຕ້​ຫວັນ​ກ່າວ​ວ່າ ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ສະ​ໄໝ​ທີ​ສອງ​ຂອງ​ທ່ານ​ ຈະ​ອໍານວຍ​ໃຫ້​ມີ​ສາຍ​ພົວພັນ​ທີ່​ລາບ​ລື່ນ​ຂຶ້ນກັບ​ຈີນ​ແຜ່ນດິນ​ໃຫຍ່.

ປະທານາທິບໍດີ​ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ​ໄດ້​ອ້າງ​ເອົາໄຊຊະນະ​ໃນ​ການເລືອກ​ຕັ້ງ​ໃນວັນ​ເສົາ​ວານ​ນີ້ ​ໂດຍ​ກ່າວ​ຕໍ່​ພວກ​ສະໜັບສະໜຸນ ທ່ານ​ທີ່ໄປໂຮມ​ຊຸມນຸມ​ກັນ​ຢູ່ສໍານັກງານເລືອກ​ຕັ້ງ​ຂອງ​ທ່ານ​ວ່າ ພວກ​ ເຮົາ​ໄດ້​ຊະນະ. ສ່ວນ​ຄູ່​ແຂ່ງ​ຂອງ​ທ່ານ ຜູ້​ນໍາ​ຝ່າຍ​ຄ້ານ ທ່ານນາງ Tsai Ing-wen ​ໄດ້ຍອມຮັບການ​ປາ​ໄຊ​ແລະ​ຂໍ​ຂະ​ມາ​ໂທດ​ຕໍ່​ບັນດາ​ສະມາ​ຊິກ​ພັກ​ປະຊາທິປັດ​ກ້າວໜ້າ​ຂອງ​ທ່ານ​ນາງ.

ປະທານາທິບໍດີ Ma ຍັງ​ກ່າວ​ຕໍ່​ພວກ​ສະໜັບສະ​ໜຸນ​ທ່ານ​ວ່າ ຄວາມ​ສໍາພັນ​ກັນ​ຈີນ​ແຜ່ນດິນ​ໃຫຍ່​ໃນ​ລະຫວ່າງ​ສະ​ໄໝ​ທີ​ສອງ​ ກໍານົດ 4 ປີຂອງ​ທ່ານ​ຈະ​ດໍາ​ເນີນ​ໄປ​ຢ່າງ​ສັນຕິ​ຫລາຍ​ຂຶ້ນ ​ໂດຍ​ຈະ​ມີ​ຄວາມ​ໄວ້​ໃຈຊຶ່ງ​ກັນ​ແລະ​ກັນ​ຫລາຍ​ຂຶ້ນ ​ແລະ​ໂອກາດ​ແຫ່ງ​ບັນຫາ​ຂັດ​ແຍ່ງ​ກັນ​ຈະ​ມີໜ້ອຍ​ລົງ.

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຈີນ​ກ່າວ​ວ່າ ​ໄຊຊະນະ​ຂອງ​ທ່ານ Ma ອາດ​ສາມາດ​ອໍາ​ນວຍ​ໃຫ້​ມີ​ໂອກາດໃໝ່​ ເພື່ອ​ປັບປຸງ​ສາຍ​ພົວພັນ​ໃຫ້​ດີຂຶ້ນ​ ແລະ​ສະ​ແດງ​ໃຫ້ເຫັນ​ວ່າປະຊາຊົນ​ໄຕ້​ຫວັນ​ໃຫ້ການສະໜັບສະໜຸນ​ແກ່ການ​ພັດທະນາ​ສາຍ​ພົວພັນທີ່​ສັນຕິກັບ​ຈີນ​ແຜ່ນດິນ​ໃຫຍ່​.

ມີ​ການ​ສິ້ງ​ຊອມ​ເບິ່ງ​ການ​ເລືອກ​ຕັ້ງ​ໃນ​ໄຕ້​ຫວັນຢ່າງ​ໃກ້ຊິດ ຢູ່​ໃນ​ສະຫະລັດ.

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາໄດ້ສະ​ແດງ​ຄວາມ​ຊົມເຊີຍຕໍ່​ທ່ານ Ma Ying jeou ກ່ຽວ​ກັບ​ໄຊຊະນະ​ຂອງ​ທ່ານ​ ໃນ​ຖະ​ແຫລ​ງການ​ສະບບັນຶ່ງ​ ໃນ​ວັ​ນ​ເສົາ​ວານ​ນີ້ ຊຶ່ງ​ທ່ານ​ກ່າວ​ວ່າ ສາຍ​ພົວພັນ​ທີ່​ດີ​ຂຶ້ນ​ລະຫວ່າງ​ໄຕ້ຫວັນ​ແລະ​ຈີນ ​ແມ່ນ​ມີຄວາມ​ສໍາຄັນ​ຢ່າງເລິກ​ເຊິ່ງ​ຕໍ່​ສະຫະລັດ.

ບັນດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ໄຕ້​ຫວັນ ກ່າວ​ວ່າ ທ່ານ Ma ​ໄດ້​ຮັບຄະ​ແນນ​ສຽງ​ເກືອບ 52 ​ເປີ​ເຊັນ​ຂອງ​ບັດ​ຄະ​ແນນ​ສຽງ​ທັງ​ໝົດ ​ເມື່ອສົມ​ທຽບ​ໃສ່​ເກືອບ 46 ​ເປີ​ເຊັນ​ຂອງ​ທ່ານ​ນາງ Tsai ຄູ່​ແຂ່ງ​ນັ້ນ. ນອກ​ນີ້ ພັກ​ກົວ​ມິນ​ຕັງ​ຂອງ​ລັດຖະບານ​ໄຕ້​ຫວັນ​ ຍັງ​ໄດ້​ຮັບ​ບ່ອນ​ນັ່ງ 64 ບ່ອນ​ໃນ​ຈໍານວນ​ບ່ອນ​ນັ່ງ​ທັງ​ໝົດ 113 ບ່ອນ​ໃນ​ສະພາ​ແຫ່ງ​ຊາດ​ນັ້ນ.

XS
SM
MD
LG