ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກູ້ໄພຊ່ວຍຜູ້ລອດຊີວິດ ໄວ້ໄດ້ອີກຄົນນຶ່ງຈາກ ເຮືອທີ່ຫລົ້ມຢູ່ອີຕາລີ (ເບິ່ງວີດີໂອກັບສະໄລດ໌)


ພວກນັກດັບເພີງອີຕາລີກໍາລັງເຂົ້າຫາເຮືອທ່ອງທ່ຽວອີຕາລີ ທີ່ກໍາລັງຄາຫິນຢູ່
ນອກເກາະ Giglio, ອີຕາລີ.
ວັນທີ 15 ມັງກອນ 2012.
ພວກນັກດັບເພີງອີຕາລີກໍາລັງເຂົ້າຫາເຮືອທ່ອງທ່ຽວອີຕາລີ ທີ່ກໍາລັງຄາຫິນຢູ່ ນອກເກາະ Giglio, ອີຕາລີ. ວັນທີ 15 ມັງກອນ 2012.

ພວກ​ພະນັກງານ​ກູ້​ໄພ​ໃນ​ກໍາ​ປັ່ນທ່ອງ​ທ່ຽວ Costa Concordia ຂອງ​ອີ​ຕາ​ລີ ​ໄດ້​ຊ່ວຍຜູ້​ທີ່​ຍັງລອດ​ຊີວິດ​ຢູ່ ມາ​ໄດ້ອີກ​ຄົນ​ນຶ່ງ​ເປັນ​ຄົນທີ​ 3 ຊຶ່ງ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ຜູ້ກ່ຽວ ​ໃນ​ວັນ​ອາທິດ​ມື້​ນີ້ ຂະນະ​ທີ່​ທໍາ​ການ​ຊອກ​ຄົ້ນ ຢູ່​ໃນ​ເຮືອ.

ໃນ​ແລງ​ວັນ​ເສົາ​ວານ​ນີ້ ຜົວ​ເມຍ​ຊາວ​ເກົາຫລີ​ໃຕ້​ຄູ່​ນຶ່ງ​ທີ່ໄປທ່ຽວ​ຫລັງຈາກແຕ່ງງານ​ແລ້ວ ຫລື​ໄປຮັນ​ນີມູນ​ ໄດ້​ຖືກ​ຊ່ອຍ​ຊີວິດ​ອອກ​ມາ​ຈາກ​ຫ້ອງພັກຂອງ​ເຂົາ​ເຈົ້າ​ໃນເຮືອ​.

ຢ່າງ​ໜ້ອຍ​ປະຊາຊົນ 3 ຄົນ​ໄດ້​ເສຍ​ຊີວິດ ​ເວລາ​ກໍາ​ປັ່ນ​ໂດຍສານ​ລໍາ​ນີ້​ແລ່ນ​ໄປ​ຄາ​ຫີນ ​ໃນ​ແລງ​ວັນ​ສຸກ​ຜ່ານ​ມາ​ ໃນ​ທະ​ເລ Tiranian ນອກ​ຝັ່ງ​ທະ​ເລ​ພາກ​ເໜືອ​ຂອງ​ອີ​ຕາ​ລີ​ ​ແລະເຮັດ​ໃຫ້​ລໍາ​ເຮືອ​ດັ່ງກ່າວ​ພິກ​ຂວໍ້າ​ລົງ​ເບື້ອງ​ນຶ່ງ.

ລາຍ​ງານ​ຂ່າວ​ເວົ້າ​ວ່າ ຄົນ​ຝຣັ່ງ 2 ຄົນ​ເສຍ​ຊີວິດ​ໃນ​ອຸບັດ​ເຫດ​ດັ່ງກ່າວ ແລະ​ລູກ​ເຮືອ​ຄົນ​ນຶ່ງ​ທີ່
​ເປັນ​ຄົນ​ເປຣູ. ພວກ​ຄົນ​ໂດຍສານອີກ​ ​30 ກວ່າຄົນ​ໄດ້​ຮັບ​ບາດ​ເຈັບ. ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ
ຢ່າງ​ໜ້ອຍປະຊາຊົນ​ຕື່ມ​ອີກ 40 ຄົນ​ຫາຍ​ສາບ​ສູນ ​ແລະວ່າ ພວກ​ລູກ​ເຮືອ​ບາງ​ຄົນ​ອາດ​ຍັງ
​ຄ້າງ​ຄາ​ຢູ່​ໃນ​ເຮືອ.

ທ່ານ Francesco Schettino ກັບຕັນ​ເຮືອ ​ໄດ້​ຖືກຈັບໂຕ​ໄວ້​ໃນວັນ ​ເສົາ​ວານ​ນີ້ ຫລັງ​ຈາກຖືກ​ສອບ​ປາກ​ຄໍາ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ. ອົງ ການ​ຂ່າວ ANSA ຂອງ​ອີ​ຕາ​ລີ​ກ່າວ​ວ່າ ຜູ້ກ່ຽວ​ສາມາດ​ປະເຊີນ​ກັບການ​ຖືກ​ກ່າວ​ຫາ​ຫລາຍ​ກະທົງ ຮວມທັງ​ການ​ຄາດ​ຕະກໍາ​ແລະ​ປະຖິ້ມເຮືອ.

ພວກ​ພະນັກງານ​ຊ່ອຍ​ກູ້​ໄພ​ໃຊ້​ເຮືອ​ຊູຊີບ​ແລະ​ເຮືອບິນ​ເຮ​ລີ​ຄອບ​ເຕີຊ່ອຍ ກູ້​ພວກ​ຄົນ​ໂດຍສານ​ຈໍານວນ​ຫລາຍ​ກວ່າ 4 ພັນ​ຄົນ​ແລະ​ພວກ​ລູກເຮືອ​ ໄປ​ຍັງ​ເກາະ Giglio ​ແລະ​ເມືອງ Porto Santo Stefano ​ເທິງແຜ່ນ ດິນ​ໃຫຍ່​ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້.

ພວກ​ຄົນ​ໂດຍສານ​ທີ່​ລອດ​ຊີວິດ​ມາໄດ້​ຢ່າງ​ປອດ​ໄພ​ ພາກັນ​ເລົ່າ​ເຖິງ​ການ​ຊ່ອຍ​ກູ້​ຊີວິດ​ທີ່ວຸ້ນວາຍ​ແລະໜ້າ​ຢ້ານ​ກົວ ຊຶ່ງ​ຄົນ​ນຶ່ງເປັນ​ນັກ​ທ່ອງທ່ຽວ​ອາ​ເມຣິກັນຈາກ​ລັດ Arkansas ທີ່​ເວົ້າ​ວ່າ ຜູ້​ຄົນ​ບາງຄົນ​ຕ້ອງ​ໄດ້​ ລອຍ​ນໍ້າ​ເຂົ້າ​ຫາ​ຝັ່ງ.

ພວກ​ຄົນ​ໂດຍສານ​ກໍາລັງ​ພາກັນນັ່ງ​ກິນ​ເຂົ້າ​ແລງ​ຢູ່ ​ເວລາ​ເກີດ​ອຸບັດ​ເຫດແລະໄດ້ຮັບ​ການ​ກ່າວ​ບອກ​ວ່າ ​ເຮືອ​ກໍາລັງ​ປະ​ເຊີນ​ກັບ​ບັນຫາຕິດ​ຂັດ​ດ້ານໄຟຟ້າ.

ເບິ່ງສໄລດ໌ກ່ຽວກັບເຫດການເຮືອຫລົ້ມ:

XS
SM
MD
LG