ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາປັ່ນບັນທຸກສິນຄ້າ ເທີເກີຍຕຶ້ນ ຢູ່ນອກຝັ່ງນີວຊີແລນ ຫັກພັງເປັນສອງຕ່ອນ.


ກໍາປັ່ນບັນທຸກສິນຄ້າ Rena ທີ່ຫັກພັງເປັນສອງຕ່ອນ ຢູ່ນອກຝັ່ງທະເລເກາະເໜືອຂອງນີວຊີແລນ, ວັນທີ 8 ມັງກອນ 2012.
ກໍາປັ່ນບັນທຸກສິນຄ້າ Rena ທີ່ຫັກພັງເປັນສອງຕ່ອນ ຢູ່ນອກຝັ່ງທະເລເກາະເໜືອຂອງນີວຊີແລນ, ວັນທີ 8 ມັງກອນ 2012.

ພວກເຈົ້າໜ້າ​ທີ່​ການ​ເດີນ​ເຮືອ​ກ່າວ​ວ່າ ​ກໍ່າ​ປັ່ນ​ບັນທຸກ​ສິນຄ້າ​ລໍາ​ນຶ່ງ​ທີ່​ເກີຍ​ຕື້ນ​ຢູ່​ນອກ​ຝັ່ງ​ທະ​ເລ​ນີວຊີແລນ​ດ໌ ມາ​ຕັ້ງ​ແຕ​ເດືອນ​ຕຸລາ​ປີຜ່ານມາ ​ໄດ້​ແຕກ​ຫັກລົງ ​ໃນ​ວັນ​ອາທິດ​ມື້​ນີ້ ສົ່ງ​ຜົນ​ໃຫ້​ຕູ້​ສິນຄ້າ​ແລະ​ສິ່ງ​ຫັກ​ພັງຕ່າງໆພັດ​ອອກ​ຈາກກໍ່າ​ປັ່ນ ​ແລະ​ເກີດຄວາມ​ຢ້ານ​ກົວ​ວ່າຈະ​ມີ​ນໍ້າມັນຮົ່ວ​ລົ້ນ​ອອກ​ສູ່​ນໍ້າ​ທະ​ເລ.

ການຫັກພັງ​ລົງຂອງ​ກໍ່າ​ປັ່ນທີ່​ຊື່ວ່າ Rena ທີ່ເປັນຂອງປະ​ເທດ​ກຣີສ​ນັ້ນ ນັບ​ວ່າເປັນ​ໄພພິບັດ​ຕໍ່​ສະພາບ​ແວດ​ລ້ອມ​ການ​ເດີນ​ເຮືອ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ນີວຊີ​ແລນ​ດ໌ ​ແມ່ນ​ແຕ່​ກ່ອນໜ້າ​ກໍ່າ​ປັ່ນ​ລໍາ​ດັ່ງກ່າວໄດ້ຖືກ​ຄື້ນຟອງ​ຊັດ​ຈົນ​ສ່ວນ​ທ້າຍຂອງ​ກໍ່າ​ປັ່ນ​ແຕກ​ອອກ​ ໃນ​ລະຫວ່າງ​ພາຍຸ​ບັ້ນ​ນຶ່ງ​ຜ່ານ​ມານັ້ນ.

ນໍ້າມັນດິບ​ຫລາຍກວ່າ 1,000 ຕັນ ໄດ້​ຖືກ​ປໍ້າ​ອອກ ​ແຕ່​ກໍ​ຍັງ​ມີ​ອີກຫລາຍ​ຢູ່ ທີ່​ຍັງ​ປໍ້າ​ອອກ​ບໍ່​ໝົດ.

ພວກເຈົ້າໜ້າ​ທີ່​ການ​ເດີນ​ເຮືອ​ກ່າວ​ວ່າ ພວກ​ທີ​ມງານ​ຮັບ​ມື​ກັບ​ໄພພິບັດ​ແລະ​ສັດປ່າ ​ໄດ້​ຖືກ​ລະດົມກໍາລັງມາ​ຊ່ວຍ​ກັນ ​ແລະພວມ​ຕຽມ​ການ​ຈັດການ​ກັບ​ນໍ້າມັນ​ດິບ​ ທີ່ອາດຖືກ​ພັດຂຶ້ນຊາຍ​ຫາດທີ່​ອ່າວ Tauranga Harbor ​ເທິງ ​ເກາະ​ເໜືອ ຫລື North Island ນັ້ນ.

ກັບ​ຕັນ​ເຮືອ ​ແລະ​ເຈົ້າໜ້າ​ທີ່​ບັງຄັບ​ການ​ເດີ​ນ​ເຮືອ Rena ທີ່​ເປັນ​ຊາວຟີລິບ​ປິນທັງ​ສອງນັ້ນ ຖືກ​ຈັບ​ກຸມ​ໃນ​ຂໍ້​ຫາ​ຫລາຍ​ກະທົງ ​ໂຮມ​ທັງ​ການແລ່ນກໍ່າ​ປັ່ນໃນ​ລັກສະນະ​ທີ່​ສ້າງ​ໄພ​ອັນ​ຕະລາຍ ​ຫລື​ສ່ຽງ​ທີ່​ບໍ່​ມີ​ເຫດຜົນ​ພຽງພໍ ​ແລະ​ປ່ອຍ​ສານພິດ​ອັນຕະລາຍ​ສູ່​ສະພາບ​ແວດ​ລ້ອມ​.

XS
SM
MD
LG