ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານພັນກີມູນ ຮຽກຮ້ອງ ໃຫ້ຊີເຣຍ ຢຸດເຂັ່ນຂ້າ ປະຊາຊົນຂອງຕົນ


ທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດທີ່ກອງປະຊຸມ
ໂລກອາຣັບ ທີ່ກຸງເບຣຸດ, ເລບານອນ.
ວັນທີ 15 ມັງກອນ 2012.
ທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດທີ່ກອງປະຊຸມ ໂລກອາຣັບ ທີ່ກຸງເບຣຸດ, ເລບານອນ. ວັນທີ 15 ມັງກອນ 2012.

ທ່ານ​ພັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ອອກ​ຄໍາ​ຮຽກ ຮ້ອງໃນ​ວັນ​ອາທິດ​ມື້
ນີ້ໄປ​ຍັງ​ປະທານາທິບໍດີຊີ​ເຣຍ ທ່ານ ​Bashar al-Assad ທີ່​ກໍາລັງ​ປະ​ເຊີນ​ກັບ​ບັນຫານັ້ນ
ໃຫ້ຢຸດ​ເຊົາ​ທໍາ​ການ​ເຂັ່ນຂ້າ​ປະຊາຊົນຂອງ​ຕົນ​ເອງ.

ໃນ​ຄໍາ​ປາ​ໄສ​ທີ່​ສໍາຄັນ​ຕໍ່ກອງ​ປະຊຸມ​ແຫ່ງ​ນຶ່ງ​ ທີ່​ເພ່ງ​ເລັງ​ໃສ່​ປະຊາທິປະ ໄຕ​ໃນໂລກ​ອາຫຣັບ
ນັ້ນທ່ານ​ພັນ​ກີ​ມູນ​ກ່າວ​ວ່າ ​ເສ້ນທາງ​ແຫ່ງ​ການ​ປາບ​ປາມ ​ເປັນທາງ​ຕັນ.

ທ່ານພັນ​ກ່າວຕໍ່​ພວກ​ທີ່​ມາ​ຮ່ວມ​ໃນກອງ​ປະຊຸມ ທີ່​ກຸງ Beirut ວ່າການ​ປະຕິວັດ​ໃນ​ໂລກ​ອາ
ຫຣັບສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນ​ຢູ່​ທີ່​ນັ້ນ

ບໍ່​ດີ​ໃຈ​ນໍາ​ການ​ປົກຄອງ​ໂດຍ​ຜູ້​ຜະ​ເດັດ​ການຕໍ່​ໄປ​ອີກ​ແລ້ວ. ທ່ານພັນ​ກີ​ມູນ ຍັງ​ຮຽກຮ້ອງ​ເຊ່ນ
ກັນໃຫ້​ອີສຣາ​ແອນ​ຍຸດຕິ​ການ​ຄອບ​ຄອງ​ໃນ​ດິນ​ແດນໃນ​ໂລກ​ອາຫຣັບ ​ໂດຍ​ກ່າວ​ວ່າ ການ​ຕັ້ງ​
ຖິ່ນຖານໃໝ່​ຫລື​ເກົ່າກໍ​ດີ ​ແມ່ນຜິດ​ກົດໝາຍ.

ໃນ​ຂະນະ​ດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທີ່​ອົງການ​ຂ່າວ SANA ຂອງ​ຊີ​ເຣຍກ່າວ​ວ່າ ທ່ານ​ອັສສັດ
ໄດ້ໃຫ້​ນິລະ​ໂທດ​ກໍາ​ທົ່ວ​ໄປ​ແກ່​ພວກ​ທີ່​ກະທໍາ​ຜິດກົດໝາຍ​ ນັບ​ແຕ່​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດ
ຖະບານຂອງ​ທ່ານ​ເລີ້ມ​ຂຶ້ນ​ເມື່ອ 10 ​ເດືອນກ່ອນ ​ແຕ່​ບໍ່​ໄດ້​ແຈ້ງ​ລາຍ​ລະອຽດ​ອື່ນໆໃຫ້​ຊາບ.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 5 ພັນ​ຄົນ​ໄດ້ເສຍ​ຊີວິດ​ໄປ​ໃນ​ຊີ​
ເຣຍ ນັບ​ແຕ່​ການ​ລຸກ​ຮື​ຂຶ້ນ​ໄດ້​ເລີ້ມ​ມາ​ຕັ້ງ​ແຕ່​ເດືອນ​ມີນາ​ແລ້ວ​ນີ້ ​ໃນ​ຂະນະ​ທີ່​ທາງ​ການ​ຊີ​ເຣຍ
ຖິ້ມ​ໂທດ​ໃສ່​ອັນ​ທີ່​ເຂົາ​ເຈົ້າ​ເອີ້ນວ່າ​ ພວກ​ກໍ່ການ​ຮ້າຍ​ປະກອບ​ອາວຸດ ທີ່​ໄດ້​ສັງຫານ​ພວກກໍາ
ລັງຮັກສາຄວາມ​ປອດ​ໄພຂອງ​ຊີ​ເຣຍໄປປະມານ 2 ພັນ​ຄົນ​ນັ້ນ.

ໃນ​ການ​ໃຫ້​ສໍາພາດ​ທີ່​ກໍານົດ​ຈະ​ອອກ​ອາກາດ​ໃນ​ຕອນ​ແລງ​ວັນ​ອາທິດ​ມື້​ນີ້​ໃນ​ສະຫະລັດ ​ໃນ​
ຕາຫນ່າງ​ໂທລະພາບ​ຂ່າວ CBS​, Sheikh Hamad bin Khalifa al-Thani ​ກະສັດ
ແຫ່ງQatar ສະ​ເໜີ​ໃຫ້​ສົ່ງ​ພວກທະຫານ​ອາຫຣັບ​ໄປ​ຍັງ​ຊີ​ເຣຍ ​ເພື່ອ​ຢຸດ​ການ​ນອງ​ເລືອດ​ກັນ
ໃນ​ປະ​ເທດ​ດັ່ງກ່າວ.

XS
SM
MD
LG