ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບເຮືອສະຫະລັດ ຊ່ອຍຊີວິດ ໂຕປະກັນອີຣ່ານ


ພວກທະຫານເຮືອສະຫະລັດຕ້ອນຮັບ ຊາວປະມົງອີຣ່ານຄົນນຶ່ງຈາກ
ເຮືອປະມົງ Al Molai ຂອງອີຣ່ານ ຫລັງຈາກຖືກຊ່ອຍກູ້ຊີວິດໄວ້
ຈາກພວກໂຈນສະລັດ ທີ່ທະເລອາຣາເບຍ, ວັນທີ 7 ມັງກອນ 2012.
ພວກທະຫານເຮືອສະຫະລັດຕ້ອນຮັບ ຊາວປະມົງອີຣ່ານຄົນນຶ່ງຈາກ ເຮືອປະມົງ Al Molai ຂອງອີຣ່ານ ຫລັງຈາກຖືກຊ່ອຍກູ້ຊີວິດໄວ້ ຈາກພວກໂຈນສະລັດ ທີ່ທະເລອາຣາເບຍ, ວັນທີ 7 ມັງກອນ 2012.





















ກໍາ​ປັ່ນ​ກອງທັບ​ເຮືອ​ສະຫະລັດ​ລໍາ​ນຶ່ງ​ໄດ້​ຊ່ອຍ​ກູ້​ຊີວິດ​ຊາວ​ອີຣ່ານ 13 ຄົນ​ທີ່​ຖືກ​ພວກ​ໂຈນ
​ສະ​ລັດ​ຈັບ​ເປັນ​ໂຕ​ປະກັນ​ໃນ​ທະ​ເລອາຣາ​ເບຍ ​ໃນເວລາ​ຫລາຍ​ມື້​ຫລັງ​ຈາກ​ອີຣ່ານ​ເຕືອນ
​ພວກ​ກໍາ​ປັ່ນ​ຂອງ​ສະຫະລັດ​ ບໍ່​ໃຫ້​ກັບ​ຄືນ​ໄປ​ຍັງ​ອ່າວ​ເປີ​ເຊຍ​ນັ້ນ.

ກອງທັບ​ເຮືອສະຫະລັດ​ປະກາດ​ໃຫ້​ຮູ້​ໃນ​ວັນ​ສຸກ​ວານ​ນີ້​ວ່າ ຕົນ​ພົບ​ເຫັນເຮືອ​ຂະໜາດ​ເບົາ
​ລໍາ​ນຶ່ງ​ຂອງ​ພວກ​ໂຈນ​ສະ​ລັດ ​ແລ່ນ​ຮຽງ​ຂ້າງ​ກັບ​ເຮືອ​ປະມົງ Al Molai ຂອງ​ອີຣ່ານ​ໃນ​ວັນ
​ພະຫັດ​ມື້ກ່ອນ​ນີ້ ຫລັງ​ຈາກ​ໄດ້​ຮັບ​ການ​ຂໍຮ້ອງ​ຄວາມ​ຊ່ອຍ​ເຫລືອ​ຈາກ​ເຮືອ​ອີຣ່ານລໍາ​ດັ່ງກ່າວ.
ກອງທັບ​ເຮືອ​ສະຫະລັດ​ກ່າວ​ວ່າ ພວກ​ທະຫານ​ທີ​ມນຶ່ງ​ຈາກ​ເຮືອ​ພິຄາດ USS Kidd ​ໄດ້​
ເຂົ້າ​ໄປ​ໃນ​ເຮືອ​ຂອງ​ອີຣ່ານລໍາ​ນີ້ ​ແລະ​ໄດ້​ຈັບ​ກຸມ​ພວກໂຈນ​ສະ​ລັດ 15 ຄົນ​ໃນ​ເຮືອ​ທີ່ຈັບ
​ຊາວ​ປະ​ມົງອີຣ່ານ​ເປັນ​ໂຕ​ປະກັນ​ຢູ່​ນັ້ນ.

ກອງທັບ​ເຮືອ​ສະຫະລັດ​ກ່າວ​ວ່າ ​ເຮືອ​ປະມົງ​ອີຣ່ານລໍາ​ນີ້ ​ໄດ້​ຖືກ​ພວກ​ໂຈນ​ສະ​ລັດ​ຄອບ
​ຄອງ​ມາ​ໄດ້​ເດືອນ​ປາຍ​ແລ້ວ​ ແລະ​ໄດ້​ໃຊ້​ເຮືອ​ລໍາ​ດັ່ງກ່າວ​ເປັນ​ກອງ​ບັນຊາ​ການ​ໃຫຍ່​ສໍາລັບ
​ການ​ປະຕິບັດ​ງານ​ຂອງ​ພວກໂຈນ​ສະ​ລັດ ​ແລະ​ກ່າວ​ຕື່ມ​ວ່າ ​ເຊື່ອກັນ​ວ່າ​ພວກ​ໂຕ​ປະກັນ
​ເຫລົ່າ​ນີ້ໄດ້ຖືກ​ບັງຄັບ​ໃຫ້​ຊ່ອຍ​ເຫລືອ​ພວກ​ໂຈນ​ສະ​ລັດ​ມາ.

ໂຄສົກ​ຍິງ​ປະ​ຈໍາ​ກອງທັບ​ເຮືອ​ສະຫະລັດ​ກ່າວ​ຕໍ່​ນັກ​ຂ່າວ​ວີ​ໂອ​ເອ​ໃນ​ວັນ​ສຸກ​ວານ​ນີ້​ວ່າ
ທີ​ມທະຫານ​ເຮືອ​ຂອງ​ສະຫະລັດ​ຮູ້ຈັກ​ເລື້ອງ​ນີ້​ມາ​ກ່ອນ ກ່ອນ​ການ​ຊ່ອຍ​ກູ້​ຊີວິດ​ພວກ
ໂຕ​ປະກັນ​ວ່າ ​ເຮືອ​ປະມົງ​ລໍາ​ນີ້​ຕິດ​ທຸງຊາດອີຣ່ານ. ຮ້ອຍ​ໂທ Rebecca Rebarich
ກ່າວ​ວ່າ ພວກ​ກໍ​າປັ່ນ​ຂອງ​ສະຫະລັດ​ແມ່ນ​ຖືກ​ບັງຄັບ​ໃຫ້​ຊ່ອຍ​ກູ້​ຊີວິດພວກ​ເດີນທາງ​
ທາງ​ເຮື​ອ​ຄົນໃດໆ​ກໍ​ຕາມ​ທີ່​ຕົກ​ຢູ່​ໃນ​ສະພາບ​ອັນຕະລາຍ ​ໂດຍ​ບໍ່​ຄໍານຶງ​ເຖິງ​ສັນຊາດ​
ໃດໆ.

ຮ້ອຍ​ໂທ Rebarich ກ່າວ​ວ່າ ຫົວໜ້າ​ເຮືອ​ຂອງ​ຊາວ​ອີຣ່ານ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​
ຄຸນ​ຢ່າງ​ຈິງ​ຈັງ​ມາ​ຍັງ​ກອງທັບ​ເຮືອ​ສະຫະລັດ ​ໂດຍ​ກ່າວ​ວ່າ ທ່ານ​ຢ້ານ​ວ່າ ຖ້າ​ບໍ່​ມີ​
ການ​ຊ່ອຍ​ເຫລືອ​ຈາກ​ສະຫະລັດ​ນັ້ນ ພວກ​ລູກ​ເຮືອດັ່ງກ່າວ​ຈະ​ຖືກ​ກັກ​ເປັນ​ໂຕ​ປະກັນ​
ຕື່ມ​ອີກ​ຫລາຍ​ເດືອນ​ກໍ​ເປັນ​ໄດ້.

ກອງທັບ​ເຮືອ​ສະຫະລັດ​ກ່າວ​ວ່າ ຕົນ​ໄດ້​ໃຫ້​ອາຫານ​ແລະ​ໃຫ້ການ​ຮັກສາພະຍາບານ
ແກ່ພວກໂຕ​ປະກັນ​ເຫລົ່າ​ນັ້ນ.

XS
SM
MD
LG