ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັນນິບາດອາຣັບ ຫາລືກັນ ກ່ຽວກັບຊີເຣຍ


ພວກນັກສັງເກດການຂອງສັນນິບາດຊາດອາຣັບໃນຊີເຣຍ.
ວັນທີ 8 ມັງກອນ 2012.
ພວກນັກສັງເກດການຂອງສັນນິບາດຊາດອາຣັບໃນຊີເຣຍ. ວັນທີ 8 ມັງກອນ 2012.

ຄະນະ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສັນນິບາດ​ຊາດ​ອາຣັບກໍາລັງປະຊຸມກັນ​ໃນ​
ວັນ​ອາທິດ​ມື້​ນີ້​ ເພື່ອ​ທົບ​ທວນ​ເບິ່ງ​ວຽກ​ງານ​ການ​ປະກອບພາລະກິດ​ຂອງ​ພວກ​ນັກ​ສັງ
​ເກດ​ການ​ຂອງ​ຕົນ​ໃນ​ຊີ​ເຣຍ ຊຶ່ງ​ປະສົບ​ກັບຄວາມ​ລົ້ມ​ແຫລວ​ ຍ້ອນ​ບໍ່​ສາມາດເຮັດ​ໃຫ້
ການ​ປາບ​ປາມ​ຢ່າງ​ນອງ​ເລືອ​ຂອງ​ລັດຖະບານ​ຕໍ່​ພວກ​ປະ​ທ້ວງພົນລະ​ເຮືອນທີ່​ດໍາ​ເນີນ​
ມາ​ໄດ້ 10 ​ເດືອນ​ແລ້ວ ຍຸດຕິ​ລົງ​ໄດ້​ນັ້ນ.

ພວກ​ລັດຖະມົນຕີ​ເຫລົ່ານີ້​ພົບ​ປະກັນ​ຢູ່​ທີ່​ກຸງ​ໄຄ​ໂຣ ນຶ່ງ​ມື້​ຫລັງ​ຈາກ​ມີການປະ​ທະ​ກັນ​ຫລາຍ​ບັ້ນ ທີ່​ລາຍ​ງານ​ຂ່າວ​ເວົ້າ​ວ່າ ​ໄດ້ເອົາ​ຊີວິດປະຊາຊົນ​ໄປ​ຢ່າງ​ໜ້ອຍ 21 ຄົນ​ໃນ​ທົ່ວ​ຊີ​ເຣຍແລະ 2 ມື້​ຫລັງ​ຈາກ​ການໂຈມ​ຕີ​ດ້ວຍ​ລະ​ເບີດ​ບັ້ນ​ນຶ່ງ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ 26 ຄົນ​ໃນ​ນະຄອນຫລວງດາ​ມັສກັສ.

ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ໄດ້​ກ່າວ​ຖິ້ມ​ໂທດ​ໃສ່​ລັດຖະບານ​ເຊ່ນ​ກັນ​ວ່າສັງຫານ​ພວກ​ພົນ​ລະ​ເຮືອນ 17 ຄົນ ​ໃນ​ການ​ປະ​ທະ​ກັນ​ກັບ​ພວກ​ປະ​ທ້ວງໃນ​ວັນ​ສຸກ​ຜ່ານ​ມາ​ນີ້.

ຄາດ​ວ່າ​ພວກ​ລັດຖະມົນຕີ​ຕ່າງປະ​ເທດ​ເຫລົ່າ​ນີ້​ ຈະ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ ກ່ຽວ​ກັບວ່າ ຈະ​ຂໍ​ຮ້ອງ​ໃຫ້​ສະຫະ​ປະຊາ​ຊາດເຂົ້າຊ່ອຍ​ເຫລືອ​ຫລື​ບໍ ​ໃນ​ເມື່ອວ່າຄວາມ​ຮຸນ​ແຮງ​ໃນ​ຊີ​ເຣຍບໍ່​ໄດ້​ຜ່ອນຄາຍ​ລົງ ນັບ​ແຕ່​ພວກ​ນັກ​ສັງ​ເກດການ​ເດີນທາງ​ໄປ​ຮອດ​ຊີ​ເຣຍ​ເມື່ອ 2 ສັບປະດາ​ຜ່ານ​ມາ.

ກຸ່ມ​ນັກ​ເຄື່ອນ​ໄຫວທາງ​ຄອມ​ພີ​ວ​ເຕີ​ ທີ່​ສະໜັບສະໜຸນພວກ​ຂະ​ບວນການ​ສົ່ງ​ເສີມ​ອໍານາດ​ປະຊາຊົນ​ໃນ​ທົ່ວ​ໂລກ Avaaz ກ່າວ​ວ່າ ມີເກືອບຮອດ 7 ພັນ​ຄົນ​ແລ້ວ​ເສຍ​ຊີວິດ​ ນັບ​ແຕ່​ເດືອນ​ມີນາ​ປີ 2011 ເປັນ​ຕົ້ນ​ມາ ​ເວລາ​ຄວາມ​ວຸ້ນວາຍ​ເລີ້ມ​ຂຶ້ນ​ໃນ​ຊີ​ເຣຍ. ກຸ່ມ Avaaz ກ່າວ​ວ່າ ​ໂຕ​ເລກ​ຜູ້​ບາດ​ເຈັບ​ລົ້ມ​ຕາຍຂອງ​ຕົນ​ໄດ້​ຮັບ​ການ​ຢືນຢັນ​ຜ່ານ​ການ​ຕິດ​ຕໍ່​ພົວ ພັນ​ກັບ​ແຫ​ລ່ງຂ່າວ​ຫລາຍ​ແຫ່ງ​ໃນ​ຊີ​ເຣຍ.

ສະຫະ​ປະຊາ​ຊາດ​ກະ​ປະມານ​ວ່າ ມີປະຊາຊົນ 5 ພັນ​ຄົນ​ໄດ້​ເສຍ​ຊີວິດ​ໃນ​ຊີ​ເຣຍ ​ໃນ​ຂະນະ​ທີ່​ລັດຖະບານ​ກຸງ​ດາ​ມັສກັສກ່າວ​ຫາ​ພວກ​ກໍ່​ການ​ຮ້າຍ​ປະກອບ​ອາວຸດ ວ່າ​ເປັນຝ່າຍຊຸກຍູ້​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ແລະ​ໄດ້ສັງຫານ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄປ 2 ພັນ​ຄົນ​ນັ້ນ.

ປະທານາທິບໍດີ Bashar al-Assad ​ໄດ້​ໃຫ້​ຄໍາ​ໜັ້ນສັນຍາ​ວ່າ ຈະ​ຖອນ​ກໍາລັງຮັກສາ​ຄວາມ​ປອດ​ໄພ​ຈາກ​ຫົວ​ເມືອງ​ຕ່າງໆ ປ່ອຍ​ພວກ​ນັກ​ໂທດການ​ເມືອງ​ແລະ​ອະນຸຍາດ​ໃຫ້​ມີ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໄດ້.

ແຕ່ລາຍ​ງານ​ຂ່າວ​ທີ່​ວ່າ​ລັດຖະບານ​ໄດ້​ປ່ອຍ​ພວກ​ນັກ​ໂທດ​ຢ່າງ​ຫລວງຫລາຍ​ນັ້ນ​ຍັງ​ບໍ່ໄດ້​ຮັບການ​ຢືນຢັນ​ ຊຶ່ງ​ສ່ວນ​ນຶ່ງ​ກໍ​ເປັນ​ຍ້ອນ​ວ່າລັດຖະບານ​ຫ້າມ​ບໍ່​ໃຫ້ພວກ​ນັກ​ຂ່າວ​ຕ່າງປະ​ເທດ​ເຂົ້າ​ໄປ​ໃນ​ປະ​ເທດ​.

XS
SM
MD
LG