ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພະສົງທິເບດອີກອົງນຶ່ງ ເຜົາຕົນເອງຕາຍ


ພະສົງທິເບດ.
ວັນທີ 9 ມັງກອນ 2012.
ພະສົງທິເບດ. ວັນທີ 9 ມັງກອນ 2012.



















ລາຍ​ງານຂ່າວ​ຈາກ​ທິ​ເບ​ດແຈ້ງ​ວ່າ ພະສົງ​ທິ​ເບ​ດອີກ​ອົງ​ນຶ່ງ​ໄດ້​ເຖິງ​ແກ່​ມໍລະນະພາບ​ໃນ​ວັນ​
ອາທິດ​ວານ​ນີ້ ຫລັງ​ຈາກ​ເອົາ​ໄຟ​ເຜົາ​ຕົນ​ເອງ​ຕາຍ​ໃນ​ເມືອງ Dari ​ໃນເຂດ Amdo.

ລາຍ​ງານ​ເວົ້າ​ວ່າ ກ່ອນ​ພະ Lama Sopa Tulku ​ໄວ 42 ປີ ຈະເອົາ​ໄຟ​ເຜົາ​ໂຕ​ຕາຍນັ້ນ
ເພິ່ນກ່າວ​ວ່າ ​ເພິ່ນ​ເຮັດ​ສິ່ງ​ນີ້​ແມ່ນ​ເພື່ອລະ​ລຶກ​ເຖິງ​ດວງ​ວິນ​ຍານ​ຂອງ​ຊາວ​ທິ​ເບ​ດໝົດ​ສູ່​ຄົນ
ທີ່​ໄດ້​ເສຍ​ຊີວິດ​ໄປ​ຕັ້ງ​ແຕ່​ປີ 2009 ເພື່ອ​ເສລີພາບຂອງ​ທິ​ເບ​ດ ​ແລະ​ເພື່ອ​ໃຫ້​ອົງ​ດາ​ໄລ ລາ​
ມະ ຜູ້​ນໍາ​ດ້ານ​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ​ ກັບ​ຄືນ​ມາ​ຍັງ​ບ້ານ​ເດີມ​ເມືອງ​ນອນ ຊຶ່ງພະອົງ​ໄດ້​ຫລົບ
ໜີ​ຈາກ​ປະ​ເທດ​ໄປ​ອາ​ໄສ​ຢູ່​ໃນ​ອິນ​ເດຍ​ໃນ​ປີ 1959 ທ່າມກາງ​ທໍາ​ການ​ລຸກ​ຮື​ຂຶ້ນ​ຕໍ່​ຕ້ານ​ອໍາ
ນາດ​ປົກຄອງ​ຈີນ​ທີ່​ບໍ່​ປະສົບຜົນ​ສໍາ​ເລັດ​ນັ້ນ.

ພະ Lama Sopa Tulku ​ເປັນ​ພະສົງ​ທີ​ເບ​ດອົງ​ທີ​ສາມ​ທີ່ຈູດໂຕ​ເອງ​ຕາຍ​ໃນ​ໄລຍະ 3 ມື້​
ຜ່ານ​ມາ​ນີ້ ​ເພື່ອເປັນການ​ປະ​ທ້ວງ​ຕໍ່ຕ້ານ​ການ​ປົກຄອງ​ຂອງ​ຈີນ​ຢູ່ທິ​ເບ​ດນັ້ນ.

ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ​ໄດ້​ຢືນຢັນ​ຂ່າວໃນ​ວັນ​ອາທິດວານ​ນີ້ ວ່າອະດີດ​ພະ
​ທີ​ເບ​ດອົງ​ນຶ່ງໄດ້​ເສຍ​ຊີວິດ​ ຫລັງ​ຈາກ​ຜູ້ກ່ຽວ​ແລະຜູ້ຊາຍ​ອີກ​ຄົນນຶ່ງ​ເອົາ​ໄຟ​ເຜົາ​ໂຕເອງ​ ໃນ
​ວັນ​ສຸກຜ່ານ​ມາ​ໃກ້ໆ​ກັບວັດ Kirti ທີ່ເປັນຈຸດ​ຂອງ​ການ​ປະ​ທ້ວງ​ໃນ​ແຂວງ​ຊີ​ສວນນັ້ນ.

ຊິນ​ຫົວເວົ້າ​ວ່າ ອະດີດ​ພະ​ ​ໄວ 18 ປີ ອົງນັ້ນ​ໄດ້​ເອົາ​ໄຟ​ເຜົາໂຕ​ຕາຍ ຢູ່​ໃນ​ຫ້ອງພັກ​ໂຮງ
ແຮມ​ແຫ່ງ​ນຶ່ງ ​ໃນ​ຂະນະ​ດຽວ​ກັນກັບທີ່ຊາຍ ໄວ 22 ປີ ຄົນນຶ່ງໄດ້​ເຂົ້າໄປ​ປິ່ນປົວບາດ​ແຜ
ຈາກ​ໄຟ​ໄໝ້​ອາການ​ສາຫັດ​ໃນ​ໂຮງໝໍ ຫລັງ​ຈາກ​ຜູ້ກ່ຽວ​ພະຍາຍາມເຜົາ​ໂຕ​ຕາຍຢູ່ສີ່​ແຍກ​
ແຫ່ງ​ນຶ່ງ​ໃກ້ໆ​ນັ້ນ.

ເຊື່ອ​ກັນ​ວ່າ ມີ​ພະ​ສາດສະໜາ​ພຸດ​ທິ​ເບ​ດຢ່າງ​ໜ້ອຍ 14ອົງ​ແລ້ວ ​ທີ່ໄດ້ເອົາ​ໄຟ​ເຜົາ​ໂຕ​ເອງ​
ໃນ​ປີ​ແລ້ວ​ນີ້ ນັບ​ແຕ່​ພະ​ໜຸ່ມ​ອົງ​ນຶ່ງ​ທີ່​ທໍາ​ການປະ​ທ້ວງ​ການ​ປົກຄອງ​ຂອງ​ຈີນ ໄດ້ເອົາ​ໄຟ
ເຜົາໂຕ​ເອງ​ຕາຍຢູ່​ນອກ​ວັດ Kirti ​ໃນ​ເດືອນ​ມີນາ​ປີກາຍນີ້. ການ​ຕາຍ​ດັ່ງກ່າວ​ໄດ້​ກະຕຸ້ນ​
ໃຫ້ພວກພະສົງ​ແລະ​ແມ່​ຊີ​ທໍາ​ການ​ປະ​ທ້ວງ​ມາ​ເປັນ​ເວລາ​ຫລາຍ​ເດືອນ ​ແລະ​ກະ​ຕຸ້ນ​ໃຫ້
​ລັດຖະບານ​ຈີນທໍາ​ການ​ປາບ​ປາມ ທີ່​ຮວມທັງການ​ຈັບ​ກຸມ​ແລະການ​ຫາຍໂຕ​ໄປ​ຂອງ​ພວກ
​ພະສົງ​ຫລາຍ​ຮ້ອຍ​ອົງ.

XS
SM
MD
LG