ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫລີເໜືອ ວາງແຜນ ໃຫ້ອະໄພໂທດ ແກ່ພວກນັກໂທດ


ທ່ານກິມຈົງອູລ ຜູ້ນໍາຄົນໃໝ່ຂອງເກົາຫລີເໜືອ.
ວັນທີ 9 ມັງກອນ 2012.
ທ່ານກິມຈົງອູລ ຜູ້ນໍາຄົນໃໝ່ຂອງເກົາຫລີເໜືອ. ວັນທີ 9 ມັງກອນ 2012.

















ເກົາຫລີ​ເໜືອ​ວາງ​ແຜນ​ຈະ​ໃຫ້​ອະ​ໄພ​ໂທດ​ແກ່​ພວກ​ຄົນ​ໂທດ​ຈໍານວນ​ນຶ່ງ​ທີ່​ບໍ່​ເຈາະ​ຈົງ​ໃຫ້​ຊາບ​ໃນ​ເດືອນ​ໜ້າ​ນີ້​ເພື່ອ​ເປັນ​ຂີດ​ໝາຍ​ວັນ​ຄ້າຍ​ວັນ​ເກີດ ທີ່​ສຳຄັນແກ່ມື້​ລາງພວກ​ຜູ້​ນໍາ 2 ທ່ານ​ຄື ທ່ານ​ກິມຈົງ​ອີລ ​ແລະທ່ານ​ກິ​ມ ອີລຊຸງ​ນັ້ນ.

ອົງການ​ຂ່າວສູນ​ກາງ​ຂອງທາງ​ການ​ເກົາຫລີ​ເໜືອ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ການ​ໃຫ້​ນິລະ​ໂທດ​ກໍາ​ດັ່ງກ່າວ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ທີ 1 ກຸມພາ​ໜ້າ​ນີ້ ຕາມ​ຄໍາ​ສັ່ງລັດຖະສະພາ ​ແຕ່​ບໍ່​ໄດ້​ເວົ້າໃຫ້​ຮູ້​ວ່າ​ໂທດ​ແບບ​ໃດ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ໂທດ ຫລື​ວ່າ​ມີ​ນັກ​ໂທດ​ຈັກ​ຄົນ​ຈະ​ຖືກ​ປ່ອຍ​ໂຕ​ນັ້ນ.

ການ​ໃຫ້​ນິລະ​ໂທດ​ກໍາ​ດັ່ງກ່າວ​ນີ້​ແມ່ນ​ເພື່ອ​ລະ​ລຶກ​ເຖິງ​ວັນ​ຄ້າຍ​ວັນ​ເກີດຂອງ​ມື້​ລາງ​ຜູ້​ນໍາ​ກິມຈົງ​ອີລ ຈະ​ມີ​ອາຍຸ​ຄົບ 70 ປີ ​ໃນ​ເດືອນ​ກຸມພາ​ນີ້ ແລະ​ມື້ລາງ​ບິດາ​ຂອງ​ທ່ານ ຄື ທ່ານ​ກິ​ມອີລຊຸງ ຜູ້​ກໍ່​ຕັ້ງ​ເກົາຫລີ​ເໜືອ ຊຶ່ງ​ຈະ​ມີ​ອາຍຸຄົບ 100 ປີ​ໃນ​ເດືອນ​ເມສາ​ຕໍ່ໜ້າ​ນີ້.

ເກົາຫລີ​ເໜືອ​ເຄີຍ​ປ່ອຍ​ນັກ​ໂທດ​ເປັນ​ບາງ​ຄັ້ງ​ບາງ​ຄາວເນື່ອງໃນ​ວັນ​ຄົບຮອບປີ​ທີ່​ສໍາຄັນ​ຕ່າງໆ. ກະຊວງ​ທ້ອນ​ໂຮມ​ປະ​ເທດ​ຂອງ​ເກົາຫລີ​ໃຕ້ກ່າວ ​ວ່າ ກຸງ​ພຽງ​ຢ້າງ​ໄດ້​ໃຫ້​ນິລະ​ໂທດ​ກໍາ​ພິ​ເສດ​ເທື່ອ​ຫລ້າ​ສຸດ​ ແມ່ນ​ໃນ​ປີ 2005 ​ເພື່ອ​ສະຫລອງ​ວັນ​ຂີດ​ໝາຍ​ຄົບຮອບ 60 ປີ​ ​ໃນ​ການປົດ​ປ່ອຍ​ຈາກການເປັນ​ຫົວເມືອງ​ຂຶ້ນ​ຂອງ​ຍີ່ປຸ່ນ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກະ​ປະມານ​ວ່າ ມີ​ປະຊາຊົນ​ປະມານ 2 ​ແສນ​ຄົນ​ຖືກ​ກັກ​ຂັງ​ຢູ່​ໃນ​ສູນ​ຄຸມ​ຂັງແຫ່ງ​ຕ່າງໆ​ໃນ​ເກົາຫລີ​ເໜືອ ບ່ອນ​ທີ່​ເຊື່ອ​ກັນວ່າ​ມີ​ການທາລຸນ​ນະ​ກໍາຢ່າງ​ແຜ່​ຫລາຍ​ແລະ​ສະພາບ​ການ​ເປັນ​ຢູ່ແບບ​ທຸກທໍລະມານໃນ​ຂັ້ນ​ອັນຕະລາຍ​ເຖິງ​ຕາຍ​ໄດ້.

ລາຍ​ງານ​ຂອງ​ອົງການ​ຂ່າວ​ສູນ​ກາງ​ຂອງ​ເກົາຫລີ​ເໜືອ ກ່າວ​ວ່າ ການ​ໃຫ້​ນິລະ​ໂທດ​ກໍາ​ຄັ້ງ​ຫລ້າ​ສຸດເມື່ອໄວໆ​ຜ່ານ​ມາ​ນີ້ ສະ​ແດງ​ໃຫ້​ເຫັນເຖິງ ການ​ເມືອງ​ທີ່​ສັກສິດ​ສູງ​ສົ່ງ ​ເມດ​ຕາ​ແລະ​ທຸກ​ຄົນ​ຮັກຫອມ​ຂອງ​ມື້​ລາງ​ຜູ້​ນໍາພາ​ປະ​ເທດ​ທັງ​ສອງ ຊຶ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ພວກ​ທ່ານ ​ພາກັນ​ສະ ຫລອງ​ກັນ​ເປັນ​ວັນພັກ​ແຫ່ງ​ຊາດ.

ມີ​ການ​ຄຶດ​ກັນ​ວ່າ ທ່ານ​ກິມຈົງ​ອູ​ນ ຜູ້​ນໍາ​ຄົນ​ໃໝ່​ຂອງ​ເກົາ​ຫລີເໜືອ ມີ​ອາຍຸ 28 ຫລື 29 ປີ​ ໃນ​ວັນ​ອາທິດແລ້ວ​ນີ້ ​ແຕ່​ຢ່າງ​ໃດ​ກໍ​ດີ ວັນເກີດ​ ຂອງ​ທ່ານ​ຍັງ​ບໍ່​ທັນ​ໄດ້ຖືກ​ຮັບ​ຮູ້​ເປັນ​ວັນພັກ​ແຫ່ງ​ຊາດ​ເທື່ອ. ບິດາ​ຂອງ​ທ່ານ ຄື​ທ່ານ​ກິມຈົງ​ອີລ ​ໄດ້​ເຖິງ​ແກ່​ມໍລະນະ​ກໍາ​ໄປ​ຍ້ອນ​ໂລກ​ຫົວ​ໃຈ​ວາຍ​ໃນ​ວັນ​ທີ 17 ທັນວາ​ຜ່ານ​ມາ​ນີ້.

XS
SM
MD
LG