ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອີຣ່ານ ເລີ້ມກັ່ນທາດຢູເຣນຽມ ທີ່ໂຮງງານແຫ່ງທີສອງ


ການທົດລອງຍິງລູກສອນໄຟຂອງອີຣ່ານ.
ວັນທີ 9 ມັງກອນ 2012.
ການທົດລອງຍິງລູກສອນໄຟຂອງອີຣ່ານ. ວັນທີ 9 ມັງກອນ 2012.

ອີຣ່ານ​ໄດ້​ຢືນຢັນ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຕົນ​ໄດ້​ເລີ້ມ​ກັ່ນທາດ​ຢູ​ເຣນຽມ ທີ່ໂຮງ​ງານ​ແຫ່ງ​ທີ​ສອງ ບ່ອນ​ທີ່ວັດຖຸ​ດັ່ງກ່າວ​ສາມາດເສີມ​ສະມັດຖະພາບຂຶ້ນ​ໄດ້​ຢ່າງ​ໄວທີ່​ອາດ​ສາມາດ​ນໍາ​ໃຊ້​ໃນ​ການ​ຜະລິດລະ​ເບີດ​ນີວ​ເຄລຍ​ໄດ້.

ທູດ​ພິ​ເສດ​ຂອງ​ອີຣ່ານປະ​ຈໍາ​ອົງການ​ພະລັງ​ປະລະມະ​ນູສາກົນ ທ່ານ Ali Asghar Soltanieh ກ່າວ​ວ່າ ກຸງ​ເຕຫະຣ່ານກໍາລັງ​ກັ່ນ​ທາດ​ຢູ​ເຣນຽມ​ທີ່ໂຮງ​ງານ Fordo ທີ່​ຫາ​ກໍ​ເລີ້ມເປີດ​ໃຊ້ໃໝ່ໆແລະ​ສະຖານ​ທີ່ແຫ່ງ​ເກົ່າໃນ​ເມືອງ Natanz. ທ່ານ Soltanieh ​ໄດ້​ກ່າວ​ເຊ່ນ​ນີ້​ຕໍ່​ຕາໜ່າງໂທລະພາບ al Alam ພາກພາສາ​ອາຣັບ ຂອງ​ອີຣ່ານວ່າ ການ​ດໍາ​ເນີນ​ງານ​ດັ່ງກ່າວ​ໄດ້​ມີ​ຂຶ້ນ​ພາຍ​ໃຕ້​ການ​ກໍາກັບ​ດູ​ແລ​ຂອງ​ອົງການ​ພະລັງງານ​ປະລະມະ​ນູສະຫະ​ປະຊາ​ຊາດ.

ພວກ​ນັກ​ການ​ທູດ​ທີ່​ມີ​ສາຍ​ພົວພັນ​ກັບ​ອົງການ​ຄວບ​ຄຸມພະ​ລັງ​ປະລະມະ​ນູສາ​ກົນ​ ຫລື IAEA ​ໄດ້​ຢືນຢັນ​ວ່າ ​ເຄື່ອງ​ແຍກ​ວັດ​ຖຸຂອງ​ອີຣ່ານ​ໄດ້​ເລີ້ມ​ດໍາ​ເນີນ​ການ​ກັ່ນ​ກອງ​ທາດ​ຢູ​ເຣນຽມ​ໃຫ້​ມີ​ຄວາມ​ບໍລິສຸດ​ໄດ້ເຖິງ 20 ​ເປີ​ເຊັນ​ທີ່ໂຮງ​ງານ Fordo ຊຶ່ງ​ເປັນ​ບໍລິ​ເວນ​ໃນ​ໃຕ້​ດິນ ຕັ້ງ​ຢູ່​ໃກ້ໆ​ກັບ​ເມືອງ Qom ​ຊຶ່ງ​ເປັນເມືອງສັກສິດ​ຂອງ​ສາ​ສະໜາ​ອິສລາມນິກາຍຊີ​ໄອ.

ສະຫະລັດ​ແລະ​ຝຣັ່ງ​ໄດ້​ປະນາມ​ການ​ເຄື່ອນ​ໄຫວ​ຂອງ​ອີຣ່ານນີ້.

ທ່ານ​ນາງ Victoria Nuland ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ຕັ້ງ​ຄໍາ​ຖາມ​ຂຶ້ນ​ມາ​ ກ່ຽວ​ກັບ​ຈຸດປະສົງ​ຂອງ​ອີຣ່ານນີ້ ຊຶ່ງ​ທ່ານນາງ​ກ່າວ​ວ່າ ​ເວລາ​ການ​ກັ່ນ​ທາດ​ຢູ​ເຣນຽມໄດ້ເພີ່ມ​ລະດັບ​ຂຶ້ນ 20 ​ເປີ​ເຊັນ ​ໂດຍ​ທົ່ວ​ໄປ​ແລ້ວ ກໍ​ແມ່ນ​ມີ​ທ່າ​ອຽງ​ທີ່​ສະ​ແດງໃຫ້​ເຫັນ​ວ່າ ​ເຈົ້າ​ເພີ່ມ​ລະດັບ​ການ​ກັ່ນ​ກອງ​ຂຶ້ນ​ທີ່ສາມາດ​ນຳພາ​ໄປ​ສູ່​ໂຄງການ​ນິວ​ເຄລຍທີ່ບໍ່​ແມ່ນ​ທຳ​ມະ​ດາ.

ຝຣັ່ງ​ເອີ້ນ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ວ່າ ​ນີ້​ເປັນ​ການ​ເກາະ​ຜິດ​ແບບ​ໃໝ່. ຖະ​ແຫລ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດຝຣັ່ງ​ສະ​ບັບນຶ່ງ​ກ່າວ​ວ່າ ການເຄື່ອນ​ໄຫວ​ດັ່ງກ່າວ​ນີ້ ພາ​ໃຫ້​ພວກ​ເຮົາ​ບໍ່​ມີ​ທາງ​ເລືອກ​ອື່ນ​ໃດ ມີ​ແຕ່​ເພີ່ມການ​ລົງ​ໂທດ​ຂອງ​ນາໆ​ຊາດ​ຂຶ້ນ​ອີກ​ ແລະ​ນໍາ​ໃຊ້ມາດ​ຕະການ​ລົງ ໂທດຢ່າງ​ໜັກຕ່າງໆແລະ​ເຂັ້ມ​ງວດ​ຂຶ້ນ​ທີ່​ບໍ່​ເຄີຍ​ໃຊ້​ມາ​ກ່ອນ ຮ່ວມກັບ​ພວກ​ປະ​ເທດພັນທະ​ມິດ​ໃນ​ຢູ​ໂຣບຂອງ​ເຮົາ​ແລະ​ພວກ​ປະ​ເທດ​ອື່ນໆ​ທີ່​ເຕັມ​ໃຈ​ຢາກ​ເຂົ້າ​ຮ່ວມ​ນໍາ.

XS
SM
MD
LG