ກໍາປັ່ນລົບຂອງສະຫະລັດລໍານຶ່ງຊ່ອຍກູ້ຊີວິດພວກລູກເຮືອອີຣ່ານ 6 ຄົນ ຫລັງຈາກເຮືອຂອງເຂົາເຈົ້າໄດ້ຫຼົ້ມໃນເຂດນ່ານນໍ້າຢູ່ນອກຝັ່ງທະເລຂອງອີຣັກ.
ບັນດາເຈົ້າໜ້າທີ່ທໍານຽບຫ້າແຈກ່າວວ່າ ເຮືອຍາມຝັ່ງຂອງສະຫະລັດໄດ້ຕອບສະໜອງຕໍ່ສັນຍານແຈ້ງເຫດປະສົບໄພຂອງພວກລູກເຮືອອີຣ່ານໃນເຊົ້າວັນອັງຄານວານນີ້ ຊຶ່ງຢູ່ນອກຝັ່ງເມືອງທ່າເຮືອ Umm Qasr ຂອງອີຣັກອອກໄປ 90 ຫລັກກິໂລແມັດ.
ພວກລູກເຮືອອີຣ່ານກ່າວວ່າ ນໍ້າກຳລັງໄຫຼເຂົ້າເຮືອຂອງເຂົາເຈົ້າ. ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ຈະສົ່ງພວກລູກເຮືອອີຣ່ານທັງ 6 ຄົນ ກັບຄືນປະເທດດ້ວຍວິທີໃດ.
ໃນສັບປະເຜ່ານມານີ້ ກໍາລັງກອງທັບເຮືອສະຫະລັດກໍໄດ້ຊ່ອຍຊີວິດພວກຊາວປະມົງອີຣ່ານ 13 ຄົນ ທີ່ຖືກພວກໂຈນສະລັດຈັບເປັນໂຕປະກັນໃນທະເລອາຣາເບຍເໜືອ.
ການຊ່ອຍກູ້ຊີວິດນີ້ມີຂຶ້ນໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງອີຣ່ານແລະໂລກຕາເວັນຕົກກໍາລັງຊຸດໂຊມລົງ ກ່ຽວກັບການຄັດຄ້ານຕ່າງໆຕໍ່ໂຄງ ການນີວເຄລຍທີ່ເປັນບັນຫາໂຕ້ແຍ້ງຂອງອີຣ່ານແລະການນາບຂູ່ຈາກ ກຸງເຕຫະຣ່ານທີ່ຈະອັດຊ່ອງແຄບຍຸດທະສາດ Hormuz ນັ້ນ.
ພວກປະເທດຕາເວັນຕົກ ໄດ້ພະຍາຍາມເພີ່ມຄວາມກົດດັນໃສ່ອີຣ່ານ ກ່ຽວກັບໂຄງການນີວເຄລຍຂອງຕົນນັ້ນ ໂດຍກ່າວວ່າໂຄງການນີວ ເຄລຍຂອງອີຣ່ານແມ່ນມີວັດຖຸປະສົງເພື່ອພັດທະນາພວກອາວຸດນີວເຄລຍ ຊຶ່ງທາງຝ່າຍອີຣ່ານຢືນຢັດວ່າ ໂຄງການນີວເຄລຍຂອງຕົນ ແມ່ນມີເປົ້າໝາຍທາງສັນຕິ.