ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານມິດ ຣອມນີ ຕົກເປັນ ຈຸດໂຈມຕີຂອງພວກຂູ່ແຂ່ງ ຈາກພັກ Republican (ເບິ່ງວີດີໂອ)


ທ່ານ Mitt Romney,ຜູ້ວ່າການລັດ Massachusetts ຢືນຢູ່ທາງກາງ ຕອບຄໍາຖາມໃນລະຫວ່າງການໂຕ້ວາທີກັນ
ຂອງພັກທີ່ເມືອງ Manchester ລັດ New Hampshire.
ວັນທີ 8 ມັງກອນ 2012.
ທ່ານ Mitt Romney,ຜູ້ວ່າການລັດ Massachusetts ຢືນຢູ່ທາງກາງ ຕອບຄໍາຖາມໃນລະຫວ່າງການໂຕ້ວາທີກັນ ຂອງພັກທີ່ເມືອງ Manchester ລັດ New Hampshire. ວັນທີ 8 ມັງກອນ 2012.

ທ່ານ Mitt Romney ທີ່​ຫວັງ​ວ່າ​ຈະ​ໄດ້​ເປັນ​ປະທານາທິບໍດີ​ສະຫະລັດ​ ໄດ້​ຖືກ​ຕໍາ​ໜິ
ຕິຕຽນ​ຢ່າງ​ໜັກ ​ໂດຍ​ພວກ​ຄູ່ແຂ່ງຈາກ​ພັກ Republican ດ້ວຍ​ກັນ ​ໃນ​ລະຫວ່າງ​ການ
ໂຕ້​ວາທີທີ່ຖ່າຍ​ທອດ​ທາງ​ໂທລະພາບ​ໃນ​ລັດ New Hampshire ​ຄືນ​ວັນ​ເສົາ​ວານ​ນີ້
ບໍ່​ເທົ່າ​ໃດ​ມື້ກ່​ອນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນຈະ​ມີ​ຂຶ້ນ​ໃນ​ລັດ​ດັ່ງກ່າວ ໃນ​ພາກ​ຕາ​ເວັນ​ອອກ
ສຽງ​ເໜືອ​ຂອງ​ສະຫະລັດ​ນັ້ນ.

ທ່ານ Romney ຊຶ່ງ​ເປັນ​ຜູ້​ສະມັກ​ແຂ່ງຂັນ​ທີ່​ມີ​ສຽງ​ນໍາ​ໜ້າ​ໝູ່​ໃນ​ການທີ່​ຈະ​ໄດ້​ຮັບ​ແຕ່ງ​ຕັ້ງ​
ໃຫ້​ເປັນ​ຜູ້​ສະມັກ​ແຂ່ງຂັນ​ຂອງ​ພັກ​ນັ້ນ ​ໄດ້​ຖືກ​ໂຈມ​ຕີ​ໂດຍ​ອະດີດ​ປະທານ​ສະພາ​ຕໍ່າ​ສະ​ລັດ
Newt Gingrich ​ແລະທ່ານ Rick Santorum ອະດີດ​ສະມາຊິກ​ສະພາ​ສູງ​ສະຫະລັດ​
ຈາກ​ລັດ Pennsylvania ກ່ຽວ​ກັບ​ອາຊີບ​ເກົ່າ​ຂອງ​ທ່ານ​ ເວລາ​ດໍາ​ເນີນທຸລະ​ກິດ​ການ​ລົງ
ທຶນ​ສ່ວນ​ຕົວ​ຂອງ​ທ່ານ​ນັ້ນ. ພວກ​ນັກ​ສັງ​ເກດ​ການ​ຫລາຍ​ຄົນ​ກ່າວ​ວ່າ ບໍລິສັດ​ຂອງ​ທ່ານ
Romney ​ໄດ້​ປົດ​ພະນັກງານຫລາຍ ​ຮ້ອຍ​ຄົນ​ອອກ ​ໃນ​ຂະນະ​ທີ່​ສ້າງກໍາ​ໄລ​ໃຫ້​ພວກ​ລົງ
ທຶນ​.

ທັງ​ທ່ານ Gingrich ​ແລະ​ທ່ານ Santorum ລົງ​ສະມັກ​ແຂ່ງຂັນບົນນະ​ໂຍບາຍ​ຫົວ​ອະນຸລັກ
ນິຍົມ​ແນວທາງ​ເດີມ​ຫລາຍ​ກວ່າທ່ານ Romney. ​ແຕ່​ອະດີດ​ຜູ້​ວ່າການ​ລັດ Massachusetts
ບໍ່​ເອົາ​ຫົວຊາ​ຕໍ່​ການ​ໂຈມ​ຕີ​ຂອງ​ພວກ​ຄູ່​ແຂ່ງຂັນ​ແລະເພ່ງ​ເລັງ​ການ​ຕໍາ​ໜິຕິຕຽນ​ຂອງທ່ານ ​ໃສ່
ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ຊຶ່ງ​ທ່ານ Romney ກ່າວ​ວ່າ ນະ​ໂຍບາຍດ້ານ​ເສດຖະກິດ
ຂອງ​ທ່ານ​ໂອ​ບາ​ມາ ​ໄດ້ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ປະ​ເທດ ​ເຖິງ​ແມ່ນ​ອັດຕາ​ຄົນ​ຫວ່າງງານ
ຂອງ​ປະ​ເທດ​ໄດ້​ຫລຸດ​ລົງ​ແດ່​ແລ້ວ​ ກໍ​ຕາມ.

ສ່ວນພວກ​ຜູ້​ສະມັກ​ແຂ່ງຂັນ​ສັງກັດ​ພັກ Republican ທີ່​ຍັງ​ເຫລືອ 3 ທ່ານ ຄື ທ່ານ Ron
Paul ສະມາຊິກ​ສະພາ​ຕໍ່າ​ຈາກ​ລັດ Texas, ທ່ານ Rick Perry ຜູ້​ວ່າການ​ລັດ Texas
ແລະ​ທ່ານ Jon Huntsman ອະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ປະ​ເທດ​ຈີນ
ຕ່າງ​ກໍໄດ້​ໃຊ້​ເວລາສ່ວນ​ໃຫຍ່​ໃນ​ການ​ໂຕ້​ວາທີ​ນັ້ນ ​ກ່າວ​ຕໍາ​ໜິຕິຕຽນຄວາມ​ໜ້າ​ເຊື່ອ​ຖື​ຂອງ​
ກັນ​ແລະ​ກັນ ພ້ອມ​ທັງໂຈມ​ຕີ​ທ່ານ Romney ​ໄປ​ພ້ອ​ມ.

ເບິ່ງວີດີໂອລາຍງານ່ກຽວກັບລັດ New Hampshire:

XS
SM
MD
LG