ຕໍາຫລວດໃນນະຄອນຫລວງມານີລາ ກະປະມານວ່າ ມີຊາວກາໂຕລິກຢ່າງໜ້ອຍ 3 ລ້ານຄົນ
ໄດ້ປະກອບສ່ວນໃນຂະບວນແຫ່ທາງສາສະໜາປະຈໍາປີ ເຖິງແມ່ນມີຄໍາເຕືອນມາຈາກປະທາ
ນາທິບໍດີວ່າ ພວກຫົວຮຸນແຮງມຸສລິມອາດຈະທໍາການໂຈມຕີຕໍ່ການໂຮມຊຸມນຸມຊົນນີ້ກໍຕາມ.
ພວກຖືສາສະໜາກາໂຕລິກໃນຈໍານວນຢ່າງຫລວງຫລາຍ ໄດ້ພາກັນ ໃນວັນຈັນມື້ນີ້ ຊຸມນຸມ
ຫ້ອມລ້ອມຮູບໄມ້ແກະສະຫລັກຂອງພະເຍຊູ ທີ່ເອີ້ນກັນວ່າ the Black Nazarene ທີ່ຜູ້ເຊື່ອ
ຖື ພາກັນກ່າວວ່າ ມີພະລັງອໍານາດໃນການຮັກສານັ້ນ.
ປະທານາທິບໍດີ Benigno Aquino ໄດ້ອອກມາເຕືອນໃນວັນອາທິດວານນີ້ວ່າ ທາງການໄດ້
ຄົ້ນພົບແຜນການຂອງພວກຫົວຮຸນແຮງ ທີ່ຈະຂັດຂວາງທັບມ້າງຂະບວນແຫ່ດັ່ງກ່າວໃນກຸງ
ມານີລາ ແລະວ່າພວກຕໍາຫລວດໄດ້ພະຍາຍາມທໍາການຈັບກຸມພວກຜູ້ຕ້ອງສົງໄສເຫລົ່ານີ້ຢູ່.
ການບໍລິການທາງໂທລະສັບມືຖືເລາະຕາມແຄມທາງຂະບວນແຫ່ ໄດ້ຖືກຂັດຂວາງໄວ້ ເພື່ອ
ປ້ອງກັນບໍ່ໃຫ້ມີການວາງລະເບີດຈາກໄລຍະໄກໆແບບໃຊ້ຣີໂມດນັ້ນ. ພວກເຈົ້າໜ້າທີ່ກ່າວ
ວ່າ ໄດ້ມີການສົ່ງຕໍາຫລວດ 15 ພັນຄົນອອກປະຕິບັດການ ເພື່ອຮັກສາຄວາມປອດໄພໃຫ້
ຂະບວນແຫ່ດັ່ງກ່າວ. ຕໍາຫລວດກະປະມານວ່າ ມີປະຊາຊົນຢ່າງໜ້ອຍ 9 ລ້ານຄົນຈະປະ
ກອບສ່ວນໃນການແຫ່ຂະບວນນີ້ກ່ອນມັນຈະສິ້ນສຸດລົງ.
ເຊື່ອກັນວ່າ ຮູບແກະສະຫລັກທີ່ເຮັດດ້ວຍໄມ້ຂອງພະເຍຊູໄດ້ຖືກນໍາມາຍັງກຸງມານີລາ ຈາກ
ປະເທດເມັກຊິໂກ ໃນປີ 1606.
ຢ່າງໜ້ອຍ 80 ເປີເຊັນຂອງພົນລະເມືອງຟີລິບປິນຖືສາສະໜາກາໂຕລິກ ອັນເປັນມໍລະດົກ
ທີ່ຕົກທອດມາການເປັນຫົວເມືອງຂຶ້ນຂອງສະເປນໃນອະດີດນັ້ນ.