ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຊອກຫາ ການສະໜັບສະໜຸນ ຈາກຈີນ ໃນການລົງໂທດຕໍ່ອີຣ່ານ


ທ່ານ Timothy Geithner ລັດຖະມົນຕີການເງິນສະຫະລັດ ຈັບມືກັບ
ທ່ານ Xi Jinping ຮອງປະທານປະເທດຈີນ.
ວັນທີ 11 ມັງກອນ 2012.
ທ່ານ Timothy Geithner ລັດຖະມົນຕີການເງິນສະຫະລັດ ຈັບມືກັບ ທ່ານ Xi Jinping ຮອງປະທານປະເທດຈີນ. ວັນທີ 11 ມັງກອນ 2012.





















ທ່ານ Timothy Geithner ລັດຖະມົນຕີ​ການ​ເງິນຂອງສະຫະລັດໄດ້​ ​ພົບ​ປະກັນ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຈີນ​ ທີ່​ກຸງ​ປັກ​ກີ່ງ​ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ ​ທີ່ຄາດ​ວ່າຈະ​ເພ່ງ​ເລັງ​ໃສ່ສາຍພົວພັນ​ທາງ​ເສດຖະກິດ​ທີ່​ດີ​ຂຶ້ນ ​ແລະ​ການ​ລົງ​ໂທດ​ຂອງ​ສະຫະລັດ​ຕໍ່ໂຄງການ​ນີວ​ເຄລຍຂອງ​ອີຣ່ານນັ້ນ.

ໃນ​ລະຫວ່າງ​ການ​ພົບ​ປະກັນ​ກັບ​ຮອງ​ປະ​ທານ​ປະ​ເທດ​ຈີນ ທ່ານ Xi Jinping ນັ້ນ ທ່ານ Geithner ກ່າວ​ວ່າ ທ່ານ​ຫວັງ​ວ່າ​ຈະ​ສ້າງຄວາມ ສໍາພັນ​ໃນ​ການ​ຮ່ວມ​ໄມ້​ຮ່ວມມື​ກັນ ​ໃຫ້​ເຂັ້ມ​ແຂງ​ທີ່​ສຸດ ກັບ​ຈີນ​ກ່ຽວ​ກັບ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຂອງ​ໂລກ ​ແລະ​ການ​ຫ້າມ​ແຜ່ຜາຍ​ອາວຸດ​ນີວ​ເຄລຍນັ້ນ.

ໜັງສືພິມ​ຊິນ​ຫົວ​ຂອງທາງ​ການ​ຈີນ​ກ່າວ​ວ່າ ສອງ​ຝ່າຍ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາທີ່​ຈະ​ເພີ່ມການ​ຮ່ວມ​ມື​ກັນ​ໃນ​ວັນ​ອັງຄານ​ວານ​ນີ້​ກ່ຽວ​ກັບ​ການ​ເລັ່ງລັດ​ການ​ຟື້ນ​ໂຕ​ຄືນຂອງ​ສະພາບ​ເສດຖະກິດ​ໂລກ ​ທີ່​ກໍາລັງ​ຢູ່​ໃນ​ສະພາບ​ສະ​ລັບ​ຊັບຊ້ອນ​ແລະເຄັ່ງ​ຄຽດຢ່າງ​ຮ້າຍ​ແຮງໃນ​ເວລາ​ນີ້.

ແຕ່​ພາລະກິດ​ທີ່​ສໍາຄັນ​ຂອງທ່ານ Geithner ​ແມ່ນ​ເກ້​ຍກ່ອມ​ໃຫ້​ຈີນ​ເຫັນ​ພ້ອມ​ກັບ​ການ​ລົງ​ໂທດ​ຂອງ​ສະຫະລັດ ​ຕໍ່ວົງ​ການ​ອຸດສາຫະກໍາ​ນໍ້າມັນ​ຂອງ​ອີຣ່ານນັ້ນ. ແຕ່​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ເລື້ອງ​ນີ້ ປາກົດ​ວ່າຈະ​ບໍ່​ເກີດ​ຂຶ້ນ ​ເນື່ອງ​ຈາກຈີນ​ຊື້​ນໍ້າມັນ​ໃນ​ປະລິມານ​ເກືອບ 1 ສ່ວນ 3 ຂອງ​ນໍ້າມັນ​ທັງ​ໝົດ​ທີ່​ອີຣ່ານສົ່ງ​ອອກ​ຂາຍ​ໃນ​ຕ່າງປະ​ເທດ​ນັ້ນ ​ແລະ​ຈີນ​ກໍ​ໄດ້​ທໍາ​ການ​ຄັດຄ້ານ​ຊໍ້າ​ແລ້ວ​ຊໍ້າ​ອີກ ຕໍ່ການ​ລົງ​ໂທ​ດຕໍ່​ອີຣ່ານ ​ໃນ​ຖານະເປັນ​ເຄື່ອງມື​ເພື່ອ​ຍັບ​ຍັ້ງໂຄງການ​ນີວ​ເຄລຍຂອງ​ອີຣ່ານນັ້ນ.

ທ່ານ Geithner ​ຍັງ​ໄດ້​ທໍາ​ການ​ພົບ​ປະ​ກັບທ່ານ​ເວີນ​ ເຈ​ຍປາວ ນາຍົກລັດຖະມົນຕີຈີນ ​ແລະ​ເຈົ້າ​ໜ້າ​ທີ່​ຈີນ​ຄົນ​ອື່ນໆອີກໃນ​ວັນ​ພຸດ​ມື້​ນີ້

ແລະ​ຄາດ​ວ່າ​ທ່ານຈະອອກ​ເດີນທາງ ໃນ​ຕອນ​ບ່າຍມື້​ນີ້ ​ຕໍ່​ໄປ​ຍັງ​ຍີ່ປຸ່ນ ຊື່​ງ​ເປັນ​ອີກປະເທດ​ນຶ່ງທີ່ໃຊ້ນໍ້າມັນ​ຂອງ​ອີຣ່ານຫລາຍ​ເຊ່ນ​ກັນ.

XS
SM
MD
LG