ສະຫະພາບຢູໂຣບ ປະກາດເມື່ອວັນພຸດວານນີ້ວ່າຈະໃຊ້ມາດຕະການຕອບໂຕ້ ສະຫະລັດ ແລະເລັ່ງເປົ້າໝາຍໄປທີ່ສີນຄ້າກະສິກຳແລະອຸດສາຫະກຳ ໂດຍທ່າ ທີດັ່ງກ່າວເກີດຂຶ້ນບໍ່ພໍເທົ່າໃດຊົ່ວໂມງຫຼັງຈາກທີ່ລັດຖະບານອາເມຣິກັນຂຶ້ນພາສີນໍາເຂົ້າເຫຼັກແລະອາລູມີນຽມທັງໝົດໃນອັດຕາ 25%
ປະທານາທິບຊດີ ທຣຳ ກ່າວວ່າ ຕົນຈະຊື້ລົດເທສລາຄັນໃໝ່ “ເພື່ອສະແດງຄວາມໝັ້ນໃຈ ແລະສະໜັບສະໜູນຕໍ່ ອີລອນ ມັສຄ໌ ຊາວອາເມຣິກັນຜູ້ຍິ່ງໃຫຍ່ຢ່າງແທ້ຈິງ”
ກະຊວງສຶກສາທິການຂອງສະຫະລັດ ມີແຜນຈະປົດພະນັກງານຫຼາຍກ່ວາ 1,300 ຄົນ ຊຶ່ງເປັນສ່ວນນຶ່ງຂອງຄວາມພະຍາຍາມຫຼຸດຈຳນວນພະນັກງານ ຂອງກະຊວງລົງເຄິ່ງນຶ່
ແຫຼ່ງຂ່າວດ້ານຄວາມປອດໄພ ໄດ້ກ່າວໃນວັນພຸດມື້ນີ້ ວ່າ ປະຕິບັດການຂອງກອງທັບປາກິສຖານ ໄດ້ຊ່ອຍເຫຼືອຜູ້ໂດຍສານມາໄດ້ 155 ຄົນ ແລະໄດ້ສັງຫານພວກກໍ່ການຮ້າຍ 27 ຄົນ
ລູກເຮືອທັງໝົດ 37 ຄົນຂອງກຳປັ່ນທັງສອງລຳ ຍົກເວັ້ນແຕ່ພຽງຄົນດຽວ ໄດ້ຖືກນຳຂຶ້ນຝັ່ງຢ່າງປອດໄພ. ສ່ວນລູກເຮືອຜູ້ນຶ່ງຈາກກຳປັ່ນສິນຄ້າ Solong ໄດ້ຫາຍສາບສູນ, ເຈົ້າຂອງກຳປັ່ນ ທ່ານເອີນສຕ໌ ຣູສ ໄດ້ກ່າວໃນຖະແຫລງການ
ຫ້ອງການຕຳຫຼວດສາກົນຢູ່ໃນມານີລາ ໄດ້ຮັບສຳເນົາເອກະສານໝາຍຈັບຢ່າງເປັນທາງການຈາກສານໂລກ ແລະແຈ້ງການດັ່ງກ່າວ ໃຫ້ອອກໝາຍຈັບອະດີດປະທານາທິບໍດີ ລັດຖະບານຟີລິບປິນ ກ່າວ
ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດຫຼາຍລູກເຂົ້າໄປໃນທະເລໃນວັນຈັນ ມື້ນີ້, ກອງທັບຂອງເກົາຫຼີໃຕ້ໄດ້ກ່າວ, ຫຼັງຈາກກອງກຳລັງທະຫານຂອງ ເກົາຫຼີໃຕ້ ແລະ ສະຫະລັດ ໄດ້ເລີ້ມຕົ້ນການຊ້ອມລົບຂະໜາດໃຫຍ່ປະຈຳປີ ຮ່ວມກັນບໍ່ເທົ່າໃດຊົ່ວໂມງ
ກອງກຳລັງພິເສດຂອງຣັດເຊຍ ຍ່າງເປັນລະຍາທາງຫຼາຍກິໂລແມັດພາຍໃນທໍ່ສົ່ງແກັສເພື່ອໂຈມຕີກອງກຳລັງຢູເຄຣນຈາກດ້ານຫຼັງໃນພາກພື້ນເຄີີຣກ (Kursk) ທັງພວກນັກບລອກເກີ້ກ່ຽວກັບສົງຄາມຂອງກອງທັບຢູເຄຣນ ແລະ ຂອງຊາວຣັດເຊຍຕ່າງກໍ່ໄດ້ລາຍງານ
ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ປະກາດເລື່ອນການເກັບພາສີນໍາເຂົ້າ ອັດຕາ 25% ຈາກສີນຄ້າເກືອບທຸກປະເພດຂອງ ແມັກຊິໂກ ໄປ 1 ເດືອນ ອີີກຄັ້ງເມື່ອວັນພະຫັດວານນີ້ ຫຼັງຈາກໂທລະສັບປຶກສາຫາລືກັບ ປະທານາທິ ບໍດີ ແມັກຊິໂກ
ບໍລິສັດຮົ່ງກົງ ທີ່ດຳເນີນກິດຈະການທ່າເຮືອໃກ້ຄອງປານາມາ ຕົກລົງທີ່ຈະຂາຍຮຸ້ນຂອງບໍລິສັດລູກ ເຊິ່ງຄວບຄຸມທຸລະກິດທ່າເຮືອໃນບໍລິເວນດັ່ງກ່າວໃຫ້ກັບ ກຸ່ມນັກລົງທຶນທີ່ປະກອບດ້ວຍບໍລິສັດແບລັກຣອກຄ໌ (BlackRock Inc.)
ພາຍຸຮຸນແຮງໄດ້ເຮັດໃຫ້ມີຄົນເສຍຊີວິດໄປແລ້ວ 2 ຄົນ ໃນລັດ ມິສຊິສຊິບປີ (Mississippi), ພັດເອົາຫຼັງຄາອອກຈາກຕຶກ ອາພາດເມັ້ນ ແລະ ບ້ານພັກຜູ້ ເຖົ້າໃນເມືຶອງນ້ອຍໆແຫ່ງນຶ່ງໃນລັດ ໂອກລາໂຮມາ ແລະຄຸກຄາມຊຸມຊົນອື່ນໆ ທົ່ວປະເທດ
ບັນດາເຈົ້າໜ້າທີ່ໃນຄຸກຂອງມຽນມາ ຖືກກ່າວຫາວ່າ ທຳການລະເມີດຕໍ່ນັກຂ່າວທີ່ຖືກຄຸມຂັງ ຫຼັງຈາກທີ່ລາວ ໄດ້ເປີດໂປ່ງການລະເມີດສິດທິມະນຸດຢູ່ໃນຄຸກ ອີງຕາມຜູ້ຈ້າງງານຂອງລາວ
ເຈົ້າໜ້າທີ່ດັບເພີງໄດ້ຕໍ່ສູ້ກັບໄຟປ່າໃນລັດ ຄາໂຣໄລນາ ເໜືອ ແລະ ໃຕ້ ເມື່ອວັນອາທິດວານນີ້ ທ່າມກາງສະພາບອາກາດແຫ້ງແລ້ງແລະລົມພັດແຮງ ໂດຍມີຄໍາສັ່ງອົບພະຍົບໃນບາງພື້ນທີ່
ພະຍາດໝາກສຸກ ຫຼື Measles ບໍ່ຄ່ອຍພົບເຫັນຢູ່ໃນ ສະຫະລັດ ແຕ່ຊາວອາເມຣິກັນ ເລີ້ມກັງວົນກ່ຽວກັບໄວຣັສທີ່ປ້ອງກັນໄດ້ຫຼາຍຂຶ້ນ ເນື່ອງຈາກຈຳນວນຄົນເຈັບ ຍັງຄົງເພີ້ມຂຶ້ນຢ່າງຕໍ່ໍເນື່ອງໃນພື້ນທີ່ຊົນນະບົດທາງທິດຕາເວັນອອກຂອງລັດເທັກຊັສ
ໜ່ວຍງານສືບລັບແຫ່ງຊາດ ກ່າວໃນຖະແຫຼງການສັ້ນວ່າ ຕົນໄດ້ພະຍາຍາມທີ່ຈະກຳນົດວ່າ ເກົາຫຼີເໜືອ ໄດ້ສົ່ງທະຫານໄປຍັງ ຣັດເຊຍ ອີກຈໍານວນຫຼາຍປານໃດແທ້
ແຜນການດັ່ງກ່າວ ລວມມີການລົງທຶນ 50 ເປີເຊັນຂອງລາຍຮັບຈາກບໍ່ແຮ່, ນ້ຳມັນ ແລະ ອາຍແກັສຂອງຢູເຄຣນ
ເຈົ້າໜ້າທີ່ ອິສຣາແອລ ແລະ ກຸ່ມຮາມາສ ຊຶ່ງເປັນອົງກອນກໍ່ການຮ້າຍທີ່ກຳນົດໂດຍ ສະຫະລັດ, ກ່າວໃນວັນອັງຄານວານນີ້ວ່າ ພວກເຂົາໄດ້ບັນລຸຂໍ້ຕົກລົງແລກປ່ຽນໂຕປະກັນ ແລະການປ່ອຍໂຕນັກໂທດຊາວປາແລັສໄຕນ໌ຫຼາຍຮ້ອຍຄົນ ໂດຍຍັງຄົງຂໍ້ຕົກລົງການຢຸດຍິງທີ່ອ່ອນໄຫວນີ້ໄວ້ເປັນເວລາຢ່າງ ໜ້ອຍອີິກສອງສາມວັນ
ໜ່ວຍງານລັດຖະບານຂອງອາເມຣິກາ ເຊັ່ນ ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະອົງການສັນຕິບານກາງ FBI ໄດ້ແຈ້ງໃຫ້ບັນດາ ພະນັກງານ ບໍ່ປະຕິບັດຕາມຄຳຮຽກຮ້ອງຂອງທ່ານ ອີລອນ ມັສຄ໌ ທີ່ສັ່ງການ ໃຫ້ເຈົ້າໜ້າທີ່ລັດຖະກອນຂອງລັດຖະບານກາງສະຫະລັດ ຊີ້ແຈງຜົນງານທີ່ພວກ ເຂົາໄດ້ເຮັດ ເມື່ອອາທິດແລ້ວນີ້
ທ່ານ ນາກາສາກິ ກ່າວລຸນຫຼັງກອງປະຊຸມວ່າ ທ່ານເອງເຫັນດີນໍາ ທ່ານ ເຕໂອໂດໂຣ 'ເພື່ອເພີ້ມທະວີການຮ່ວມມືດ້ານການປະຕິບັດງານ'
ການປົດນາຍພົນອາກາດເອກ ບຣາວນ໌ ຜູ້ເປັນນາຍພົນທະຫານອາກາດຜິວດຳຄົນທີ່ສອງທີ່ໄດ້ດຳລົງຕຳແໜ່ງປະທານເສນາທິການຮ່ວມເຫຼົ່າທັບນີ້, ເປັນທີ່ແນ່ນອນວ່າ ຈະສົ່ງຜົນສະເທື່ອນໄປທົ່ວ ທຳນຽບຫ້າແຈ
ໂຫລດຕື່ມອີກ