ບໍລິສັດຮົ່ງກົງ ທີ່ດຳເນີນກິດຈະການທ່າເຮືອໃກ້ຄອງປານາມາ ຕົກລົງທີ່ຈະຂາຍຮຸ້ນຂອງບໍລິສັດລູກ ເຊິ່ງຄວບຄຸມທຸລະກິດທ່າເຮືອໃນບໍລິເວນດັ່ງກ່າວໃຫ້ກັບ ກຸ່ມນັກລົງທຶນທີ່ປະກອບດ້ວຍບໍລິສັດແບລັກຣອກຄ໌ (BlackRock Inc.) ໂດຍກ່ອນໜ້ານີ້ ປະທານາທິບໍດີ ດໍໂນລ ທຣຳ ຂອງສະຫະລັດ ກ່າວຫາຈີນ ວ່າ ມີອິດທິພົນເໜືອຊ່ອງແຄບນີ້ ເຊິ່ງເປັນເສັ້ນທາງເດີນເຮືອທີ່ສຳຄັນ ອີງຕາມລາຍງານຂອງອົງການຂ່າວເອພີ.
ຊີເຄ້ ຮັດຈິນຊັນ ໂຮລດິ້ງ (CK Hutchinson Holding) ຂອງຮົ່ງກົງ ກ່າວໃນວັນອັງຄານວານນີ້ ວ່າ ຈະຂາຍຮຸ້ນທັງໝົດໃນ ຮັດຈິນຊັນ ພວດຕ໌ ໂຮລດິ້ງສ໌ ແລະຮັດຈິນຊັນ ພວດຕ໌ ກຣຸປ ໂຮລດິ້ງສ໌.
ບໍລິສັດລູກທັງສອງແຫ່ງນັ້ນ ຖືຮຸ້ນ 80 ເປີເຊັນ ໃນກິດຈະການທີ່ເຮັດທຸລະກິດທ່າເຮືອ 43 ແຫ່ງໃນ 23 ປະເທດ.
ຜູ້ຊື້ຮຸ້ນໃນຄັ້ງນີ້ ເປັນກຸ່ມນັກລົງທຶນທີ່ປະກອບດ້ວຍແບລັກຣອກຄຸ ແລະໂກລບໂບ້ ອິນຟຣາສະທຣັກເຈີ້ ພາດເນີຣສ໌ (Global Infrastructure Partners) ລວມທັງ ເທີມີໂນລ ອິນແວສເມັ້ນ ລິມມິດເຕັດ (Terminal Investment Limited).
ຜູ້ຊື້ເຫຼົ່ານີ້ ຈະເປັນເຈົ້າຂອງຮຸ້ນ 90 ເປີເຊັນ ຂອງປານາມາ ພວດສ໌ ຄອມປານີ້ (Panama Ports Company) ທີ່ດຳເນີນກິດຈະການທ່າເຮືອທີ່ ບອລໂບອາ ແລະ ຄຣິສໂຕບອລ ໃນປານາມາ.
ເມື່ອເດືອນມັງກອນ ສະມາຊິກສະພາສູງ ແທດ ຄຣູສ ຈາກພັກຣີພັບບລີກັນ ປະທານກຳມາທິການການຄ້າ ວິທະຍາສາດ ແລະຄົມມະນາຄົມ ສະແດງຄວາມກັງວົນວ່າ ຈີນ ສວຍໂອກາດ ຫຼືປິດກັ້ນເສັ້ນທາງຂົນສົ່ງສິນຄ້າທີ່ຄອງປານາມາ ທ່ານກ່າວວ່າ ສະຖານະການນີ້ ອາດເປັນໄພຕໍ່ຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ.
ແລະໃນຊ່ວງຕົ້ນເດືອນກຸມພາ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານມາຣໂກ ຣູບີໂອ ໄດ້ເດີນທາງຢ້ຽມຢາມປານາມາ ແລະພົບປະກັບປະທານາທິບໍດີ ໂຮເຊ້ ຣາອູລ ມູລີໂນ ໂດຍບອກວ່າ ປານາມາ ຕ້ອງພະຍາຍາມຫລຸດຜ່ອນອິດທິພົນຂອງຈີນ ໃນບໍລິເວນຄອງປານາມາ ຖ້າບໍ່ດັ່ງນັ້ນ ອາດຖືກມາດຕະການຕອບໂຕ້ຈາກສະຫະລັດ.
ທ່ານມູລີໂນ ບໍ່ເຫັນດ້ວຍກັບຄວາມຄິດທີ່ວ່າ ຈີນ ກຳລັງຄວບຄຸມກິດຈະການຂອງຄອງປານາມາ ຢ່າງໃດກໍຕາມ ບໍ່ເທົ່າໃດວັນຫຼັງຈາກການຢ້ຽມຢາມຂອງທ່ານຣູບີໂອ ລັດຖະບານປານາມາ ປະກາດບໍ່ຕໍ່ສັນຍາສະມາຊິກຂໍ້ຕົກລົງນຶ່ງ ແຖບນຶ່ງເສັ້ນທາງກັບຈີນ ໂດຍໃຫ້ເຫດຜົນວ່າ ເຮັດເພື່ອຜົນປະໂຫຍດທີ່ດີທີ່ສຸດຂອງຊາດ.