ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ຂ່າວເດັ່ນ! ທ່ານທຣຳ ປົດທີ່ປຶກສາດ້ານຄວາມໝັ້ນຄົງ ຂອງທຳນຽບຂາວ ອອກຈາກຕຳແໜ່ງ


ນາຍພົນເອກ ກອງທັບອາກາດ ຊີຄິວ ບຣາວນ໌ ປະທານເສນາທິການຮ່ວມຂອງເຫຼົ່າທັບສະຫະລັດ
ນາຍພົນເອກ ກອງທັບອາກາດ ຊີຄິວ ບຣາວນ໌ ປະທານເສນາທິການຮ່ວມຂອງເຫຼົ່າທັບສະຫະລັດ

ປະທານາທິບໍດີ ດໍໂນລ ທຣຳ ໄດ້ປົດ ນາຍພົນເອກ ກອງທັບອາກາດ ຊີຄິວ ບຣາວນ໌ ປະທານເສນາທິການຮ່ວມຂອງເຫຼົ່າທັບສະຫະລັດ ໃນວັນສຸກວານນີ້ ເຊິ່ງເຮັດໃຫ້ນັກບິນເຮືອບິນລົບ ແລະຜູ້ທີ່ຖືກຍອມຮັບແລະນັບຖືສູງພາຍໃນບັນດານາຍຄົນຂອງສະຫະລັດທ່ານນີ້ ພົ້ນຈາກຕຳແໜ່ງ ເຊິ່ງເປັນສ່ວນນຶ່ງຂອງຄວາມພະຍາຍາມຖອດຖອນບັນດາຜູ້ນຳໃນກອງທັບທີ່ສະໜັບສະໜູນຄວາມຫຼາກຫຼາຍແລະຄວາມເທົ່າທຽມ ໃນລຳດັບຊັ້ນການບັນຊາການ ຫຼື DEI ອີງຕາມລາຍງານຂອງອົງການຂ່າວເອພີ.

ການປົດພົນອາກາດເອກ ບຣາວນ໌ ຜູ້ເປັນນາຍພົນທະຫານອາກາດຜິວດຳຄົນທີ່ສອງທີ່ໄດ້ດຳລົງຕຳແໜ່ງປະທານເສນາທິການຮ່ວມເຫຼົ່າທັບນີ້, ເປັນທີ່ແນ່ນອນວ່າ ຈະສົ່ງຜົນສະເທື່ອນໄປທົ່ວ ທຳນຽບຫ້າແຈ. ນາຍພົນເອກ ບຣາວນ໌ ໄດ້ເຂົ້າດຳລົງຕຳແໜ່ງ ເມື່ອ 16 ເດືອນກ່ອນ ໂດຍມີສົງຄາມໃນຢູເຄຣນ ແລະບັນຫາຂັດແຍ້ງທີ່ຂະຫຍາຍອອກຢ່າງຕໍ່ເນື່ອງຢູ່ໃນເຂດຕາເວັນອອກກາງ.

ທ່ານທຣຳ ໄດ້ຂຽນລົງໃນຊື່ສັງຄົມວ່າ “ຂ້ອຍຂໍຂອບໃຈນາຍພົນ ‘ຊີຄິວ’ ບຣາວນ໌ ສຳລັບການຮັບໃຊ້ປະເທດຊາດຂອງພວກເຮົາ ຕະຫຼອດໄລຍະ 40 ປີຂອງທ່ານ, ລວມທັງໃນຖານະເປັນປະທານເສນາທິການຮ່ວມເຫຼົ່າທັບນຳດ້ວຍ. ທ່ານເປັນບູລຸດທີ່ດີຫຼາຍ ແລະຜູ້ນຳທີ່ດີເດັ່ນ ແລະ ຂ້ອຍອວຍພອນໃຫ້ທ່ານອານາຄົດທີ່ດີເລີດສຳລັບທ່ານ ແລະຄອບຄົວຂອງທ່ານ.”

ທ່ານທຣຳ ໄດ້ກ່າວວ່າ ທ່ານໄດ້ສະເໜີຊື່ ພົນອາກາດໂທ ແດນ “ຣາຊີນ” ເຄນ ໃຫ້ເປັນປະທານເສນາທິການຮ່ວມເຫຼົ່າທັບ ຄົນຕໍ່ໄປ.

ທ່ານທຣຳ ໄດ້ກະທຳລົງໄປ ເຖິງແມ່ນວ່າ ທ່ານ ບຣາວນ໌ ຈະໄດ້ຮັບການສະໜັບສະໜູນພາຍໃນບັນດາສະມາຊິກທີ່ສຳຄັນຂອງລັດຖະສະພາ ແລະການພົບປະກັບທ່ານທຣຳ ແບບທີ່ເປັນມິດໃນກາງເດືອນທັນວາ ທີ່ຜ່ານມາກໍຕາມ, ເມື່ອທັງສອງໄດ້ນັ່ງຄຽງຂ້າງກັນເປັນຄັ້ງທຳອິດຢູ່ທີ່ເກມແຂ່ງຂັນຟຸດບອລ ລະຫວ່າງທີມ ກອງທັບບົກ ແຂ່ງກັບ ກອງທັບເຮືອ. ທ່ານບຣາວ ກໍໄດ້ເຂົ້າຮ່ວມປະຊຸມເປັນປະຈຳກັບລັດຖະມົນຕີປ້ອງກັນປະເທດ ທ່ານພິດ ແຮັກເຊັດ ຜູ້ທີ່ຫາກໍໄດ້ເຂົ້າມາດຳລົງຕຳແໜ່ງລະດັບສູງສຸດຂອງທຳນຽມຫ້າແຈ ເມື່ອສີ່ອາທິດກ່ອນ.

ອ່ານຂ່າວນີ້ໃນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG