ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ມີນາ ໒໐໒໕

ຢູໂຣບຕອບໂຕ້ ດໍໂນລ ທຣໍາ ຈະຂຶ້ນພາສີ ສີນຄ້າສຳຄັນ ຂອງ ຣີພັບລິິກັນ


ທຸລະກິດເຄື່ອງດື່ມທາດເຫຼົ້າກຳລັງໄດ້ຮັບຜົນກະທົບຈາກການຂຶ້ນອັດຕາພາສີຂອງ ທ່ານ ດໍໂນລ ທຣໍາ
ທຸລະກິດເຄື່ອງດື່ມທາດເຫຼົ້າກຳລັງໄດ້ຮັບຜົນກະທົບຈາກການຂຶ້ນອັດຕາພາສີຂອງ ທ່ານ ດໍໂນລ ທຣໍາ

ສະຫະພາບຢູໂຣບ ປະກາດເມື່ອວັນພຸດວານນີ້ວ່າຈະໃຊ້ມາດຕະການຕອບໂຕ້ ສະຫະລັດ ແລະເລັ່ງເປົ້າໝາຍໄປທີ່ສີນຄ້າກະສິກຳແລະອຸດສາຫະກຳ ໂດຍທ່າ ທີດັ່ງກ່າວເກີດຂຶ້ນບໍ່ພໍເທົ່າໃດຊົ່ວໂມງຫຼັງຈາກທີ່ລັດຖະບານອາເມຣິກັນຂຶ້ນພາສີນໍາເຂົ້າເຫຼັກແລະອາລູມີນຽມທັງໝົດໃນອັດຕາ 25% ອີງຕາມການລາຍງານ ຂອງອົງການຂ່າວ ເອພີ.

ສະຫະພາບ ຢູໂຣບ ຫຼື EU ຊຶ່ງເປັນກຸ່ມເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກ ໃຊ້ມາດຕະການຂົ່ມຂູ່ຄັ້ງນີ້ທ່າມກາງຄວາມເຄັ່ງຕຶງລະຫວ່າງລັດຖະບານວໍຊິງຕັນແລະຢູໂຣບ.

ເມື່ອເດືືອນທີ່ຜ່ານມາລັດຖະບານສະຫະລັດພາຍໃຕ້ການນໍາຂອງປະທານາທິບໍດີ ທ່ານ ດໍໂນລ ທຣໍາ ໄດ້ເຕືອນຢູໂຣບວ່າອາດຈະຕ້ອງດູແລເລື່ອງຄວາມໝັ້ນຄົງ ດ້ວຍຕົນເອງໃນອະນາຄົດ.

ການກຽມໃຊ້ມາດຕະການພາສີຕອບໂຕ້ສະຫະລັດ ໂດຍ ອີຢູ ຄັ້ງນີ້ກວມເອົາ ສິນຄ້າມູນຄ່າ 26,000 ລ້ານຢູໂຣ ຊຶ່ງເລັງເປົ້າໝາຍໄປທີ່ບໍ່ແມ່ນແຕ່ເຫຼັກ ແລະອາລູມີນຽມເທົ່າ​ນັ້ນ, ແຕ່ຍັງລວມເຖິງຜະລິດຕະພັນທີ່ມາຈາກລັດທີ່ເປັນ ຖານ​ປາກສຽງຂອງພັກ ຣີພັບລີກັນ ພາຍໃຕ້ການນໍາຂອງທ່ານ ດໍໂນລ ທຣໍາ ດ້ວຍເຊັ່ນຊີ້ນງົວແລະສັດປີກຈາກ​ລັດ ແຄນຊັສ ແລະ ເນບຣາສກາ ຕະຫຼອດ​ ຈົນເຖິງວັດສະດຸທີ່ເຮັດຈາກໄມ້ທີ່ລັດ ຈໍເຈຍແລະ ອາລາບາມາ.

ການດຳ​ເນີນ​ການຂອງຝ່າຍຢູໂຣບຄັ້ງນີ້ ຕ້ອງການໃຫ້ສະຫະລັດ ຮັບຮູ້ເຖິງແຮງ ກົດດັນສະເພາະຈຸດທີ່ຫວັງຜົນໄດ້ແລະບໍ່ເຮັດໃຫ້ເກີດຄວາມເສຍຫາຍຕໍ່ພາກທຸ ລະກິດຂອງ ອີຢູ ເອງຫຼາຍປານໃດ.

ນອກຈາກນັ້ນສິນຄ້າທີ່ສະຫະພາບຢູໂຣບຂູ່ຈະເກັບພາສີເພີ້ມຈາກສະຫະລັດ ຍັງປະກອບດ້ວຍ ເຄື່ອງໃຊ້ໄຟຟ້າໃນບ້ານ, ແຜ່ນແພ, ສີນຄ້າກະສິກຳ, ເຫຼົ້າ ເນີຍຖົ່ວດິນ ແລະ ເຄື່ອງນຸ່ງຮົ່ມທີ່ໃຊ້ຜ້າຢີນ ໂດຍຜະລິດຕະພັນເຫຼົ່ານີ້ຖືກມາດ ຕະການພາສີຈາກ ອີຢູ ໃນການບໍລິຫານປະເທດສະໄໝທຳອິດຂອງ ທ່ານ ດໍໂນລ ທຣໍາມາແລ້ວເຊັ່ນກັນ.

ຜູ້ຜະລິດເຫຼົ້າຂອງສະຫະລັດ ແລະ ຢູໂຣບ ຊຶ່ງເຄີຍໄດ້ຮັບຜົນປະໂຫຍດຈາກ ການບໍ່ຕ້ອງເສຍພາສີສຳລັບການສົ່ງອອກໄປສູ່ຕະຫຼາດທັງສອງຝ່າຍໄດ້ກາຍມາ ເປັນກຸ່ມທີ່ຮັບເຄາະຈາກແຮງກົດດັນຂອງຄວາມຂັດແຍ້ງໃນປະເດັນສິນຄ້າເຫຼັກ ແລະ ອາລູມີນຽມ.

ທ່ານ ຄຣິສ ສ​ວອງເກີຣ໌ ​ຫົວ​ໜ້າ​ສະ​ພາ​ເຫຼົ້າ ສະ​ຫະ​ລັດ ກ່າວວ່າການດຳເນີນ ການຂອງ ອີຢູ “ ໜ້າຜິດຫວັງຢ່າງຍິ່ງແລະທຳ​ລາຍຄວາມພະຍາຍາມທີ່ປະ​ສົບ​ຜົນສຳເລັດໃນການສົ່ງອອກ​ສິນຄ້າເຫຼົ້າໄປຍັງຢຸູໂຣບອີກຄັ້ງຢ່າງຮຸນແຮງ.”

ທ່ານ ນາງ ເອີຊູລາ ວອນ ເດີ ເລ​ເຢັນ ປະທານຄະນະກຳມາທິການຢູໂຣບ ກ່າວໃນຖະແຫຼງການວ່າກຸ່ມການຄ້າ ອີຢູ “ ຍັງຄົງເປີດທາງສຳລັບການ ເຈລະຈາສະເໝີ.”

ທ່ານ ນາງ ກ່າວວ່າ “ ເຮົາເຊື່ອວ່າໃນໂລກທີ່ມີຄວາມບໍ່ແນ່ນອນທາງພູມສາດ ການ​ເມືອງ ແລະທາງເສດຖະກິດ ການສ້າງພາລະຕໍ່ເສດຖະກິດຂອງພວກ ເຮົາດ້ວຍພາສີ ບໍ່ແມ່ນປະໂຫຍດທີ່ມີຮ່ວມກັນ” ແລະ “ພາສີເປັນສິ່ງທີ່ບໍ່​ດີຕໍ່ທຸລະກິດ ແລະ ຍິ່ງບໍ່​ດີຕໍ່ຜູ້ບໍລິໂພກ. ພາສີເຫຼົ່ານີ້ໄດ້ສັ່ນຄອນຕ່ອງ​ໂສ້​ການ​ສະ​ໜອງ​ສິນ​ຄ້າ. ມັນນໍາຄວາມບໍ່ແນ່ນອນມາສູ່ເສດຖະກິດ.”

ສະພາການຄ້າຂອງສະຫະລັດແຫ່ງຢູໂຣບກ່າວວ່າ ການຕອບໂຕ້ໄປມາລະ ຫວ່າງ ສະຫະ​ລັດ ແລະ ຢູໂຣບ ທີ່ກໍາລັງເກີດຂຶ້ນ “ ມີແຕ່ຈະທຳລາຍການ ຈ້າງວຽກ, ຄວາມຮັ່ງມີ ແລະ ຄວາມໝັ້ນຄົງຂອງທັງສອງຝັ່ງມະຫາສະມຸດ ແອດແລນຕິກ.”

ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ຢືນຢັນກັບນັກຂ່າວຍໃນວັນພຸດວານນີ້ວ່າ ຈະໃຊ້ມາດຕະການຕອບໂຕ້ທາງພາສີຕໍ່ຢູໂຣບເຊັ່ນກັນ.

ຜູ້ນຳສະຫະລັດກ່າວລະຫວ່າງການປະຊຸມກັບນາຍົກລັດຖະມົນຕີ ໄອແລນ ທ່ານ ໄມເຄີລ ມາຣຕິນ ວ່າ “ສະຫະລັດຈະນໍາສິ່ງທີ່ຖືກປະເທດອື່ນລັກໄປກັບຄືນມາ. ເຮົາຈະນໍາຄວາມຮຸ່ງເຮືອງກັບຄືນມາ ເຮົາຈະນໍາບໍລິສັດຕ່າງໆກັບມາ.”

ທ່ານ ດໍໂນລ ທຣໍາ ກ່າວວ່າ “ເຮົາຈະໃຊ້ມາດຕະການຕອບໂຕ້ທາງພາສີຕໍ່ ສະຫະພາບຢູໂຣບ ບໍ່ສຳຄັນວ່າພວກເຂົາຈະເກັບພາສີກັບເຮົາເທົ່າໃດ ເຮົາຈະ ເກັບກັບພວກເຂົາເທົ່ານັ້ນເຊັ່ນກັນ.”

ກ່ອນໜ້ານີ້ ທ່ານ ດໍໂນລ ທຣໍາ ສັ່ງເພີ້ມກຳແພງພາສີຕໍ່ການາດາ, ແມັກຊິໂກ ແລະ ຈີນ ແລະ ກຽມຂຶ້ນພາສີສະຫະພາບຢູໂຣບ ບຣາຊີລ ແລະ ເກົາຫຼີໃຕ້ ໃນວັນທີ 02 ເມສານີ້ເຊັ່ນກັນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG