ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໘ ມີນາ ໒໐໒໕

ຣັດເຊຍໃຊ້ທໍ່ສົ່ງແກັສ ເພື່ອໂຈມຕີກອງກຳລັງຢູເຄຣນຈາກດ້ານຫຼັງ ໃນເມືອງເຄີສກ


ປະທານາທິບໍດີ ວລາດີເມຍ ປູຕິນ ຢ້ຽມຢາມໂຄງການວາງທໍ່ສົ່ງແກັສ
ປະທານາທິບໍດີ ວລາດີເມຍ ປູຕິນ ຢ້ຽມຢາມໂຄງການວາງທໍ່ສົ່ງແກັສ

ກອງກຳລັງພິເສດຂອງຣັດເຊຍ ຍ່າງເປັນລະຍາທາງຫຼາຍກິໂລແມັດພາຍໃນທໍ່ສົ່ງແກັສເພື່ອໂຈມຕີກອງກຳລັງຢູເຄຣນຈາກດ້ານຫຼັງໃນພາກພື້ນເຄີີຣກ (Kursk) ທັງພວກນັກບລອກເກີ້ກ່ຽວກັບສົງຄາມຂອງກອງທັບຢູເຄຣນ ແລະ ຂອງຊາວຣັດເຊຍຕ່າງກໍ່ໄດ້ລາຍງານ, ຂະນະທີ່ມົສກູ ເຄື່ອນໄຫວເພື່ອຍຶດຄືນບາງສ່ວນຂອງແຂວງຢູ່ຊາຍແດນທີ່ກີຢິບຍຶດໄປ ໃນການໂຈມຕີແບບທີ່ບໍ່ຮູ້ເມື່ອ ອີງຕາມອົງການຂ່າເອພີລາຍງານ.

ຢູເຄຣນເປີດສາກການຮຸກຮານຂ້າມພົມແດນທີ່ກ້າສ່ຽງ ໃນພາກພື້ນ ເຄີສກ ເມື່ອເດືອນສິງຫາ ຊຶ່ງຖືວ່າ ເປັນການໂຈມຕີດິນແດນຂອງຣັດເຊຍ ຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2. ພາຍໃນບໍ່ພໍເທົ່າໃດວັນ ກອງກຳລັງຂອງຢູເຄຣນ ຫຼາຍໜ່ວຍສາມາດຍຶດຄອງພື້ນທີ່ໄດ້ 1,000 ຕາລາງກິໂລແມັດ ລວມເຖິງເມືອງຊາຍແດນທີ່ເປັນຍຸດທະສາດ ຄື ຊຸດຈາ ( Sudzha) ແລະ ຈັບຕົວນັກໂທດສົງຄາມຊາວຣັດເຊຍໄປຫຼາຍຮ້ອຍຄົນ. ອີງຕາມການລາຍງານຂອງກີຢິບ ປະຕິບັດການດັ່ງກ່າວ ມີຈຸດໝາຍເພື່ອຂໍ້ຕໍ່ລອງໃນການເຈລະຈາສັນຕິພາບໃນອະນາຄົດ ແລະບັງຄັບໃຫ້ຣັດເຊຍ ຫັນທະຫານອອກໄປຈາກການບຸກໂຈມຕີທີ່ມີຢູ່ພາກຕາເວນອອກຂອງຢູເຄຣນ.

ແຕ່ຫຼາຍເດືອນຫຼັງຈາກທີ່ຢູເຄຣນໂຈມຕີິໜັກແບບສາຟ້າແລບ ທະຫານໃນ ເຄີສກຂອງຕົນ ກໍ່ອິດເມື່ອຍ ແລະ ເປື້ອນເລືອດຈາກການໂຈມຕີຢ່າງບໍ່ຢຸດຢັ້ງຂອງທະຫານ 50,000 ຄົນ ລວມເຖິງບາງສ່ວນຈາກເກົາຫຼີເໜືອ ຊຶ່ງເປັນພັນທະມິດຂອງຣັດເຊຍນຳດ້ວຍ ແຜນທີ່ທີ່ເປີດເຜີຍຂອງສະໜາມລົບສະແດງໃຫ້ເຫັນທະຫານຢູເຄຣນຫຼາຍໝື່ນຄົນສ່ຽງທີ່ຈະຖືກປິດລ້ອມ.

ຕາມໂພສຂອງ ເທເລແກຣມ ໂດຍ ພວກບລອກເກີ້ ທີ່ສະໜັບສະໜູນ ວັງເຄຣມລິນ ຊຶ່ງເກີດໃນຢູເຄຣນ ເຈົ້າໜ້າທີ່ຣັດເຊຍຍ່າງເຂົ້າໄປປະມານ 15 ກິໂລແມັດພາຍໃນທໍ່ສົ່ງແກັສ ຊຶ່ງຈົນກະທັ້ງບໍ່ດົນມານີ້ ມົສກູ ເຄີຍໃຊ້ສົ່ງແກັສໄປຍັງຢູໂຣບ. ບລອກເກີ້ ຢູຣີ ໂພໂດລຢາກາ (Yuri Podolyaka) ອ້າງວ່າທະຫານຣັດເຊຍ ບາງສ່ວນໃຊ້ເວລາຫຼາຍວັນລໍຖ້າຢູ່ໃນທໍ່ສົ່ງແກັສ ກ່ອນທີ່ຈະໂຈມຕີິກອງກຳລັງຢູເຄຣນຈາກດ້ານຫຼັງໃກ້ເມືອງຊຸດຈາ.

ເມືອງນີ້ ມີຜູ້ຢູ່ອາໄສປະມານ 5,000 ຄົນ ກ່ອນທີ່ຣັດເຊຍ ຈະຮຸກຮານຢູເຄຣນໃນເດືອນກຸມພາ 2022 ແລະ ມີສະຖານີຖ່າຍໂອນ ແລະວັດແທກແກັສຫຼັກຕະຫຼອດແນວທໍ່ສົ່ງແກັສ ຊຶ່ງຄັ້ງນຶ່ງເຄີຍໃຊ້ເປັນຊ່ອງທາງຫຼັກ ສຳລັບການສົ່ງອອກແກັສທຳມະຊາດຂອງຣັດເຊຍ ຜ່ານດິນແດນຢູເຄຣນ.

ບລອກເກີ້ ສົງຄາມອີກຄົນນຶ່ງ ທີ່ໃຊ້ຊື່ຫຼີ້ນວ່າ Two Major ກ່າວວ່າ ກຳລັງເກີດການສູ້ລົບຢ່າງດຸເດືອນທີ່ເມືອງ ຊຸດຈາ ແລະ ກອງກຳລັງຣັດເຊຍສາມາດເຂົ້າສູ່ເມືອງໄດ້ຜ່ານທໍ່ສົ່ງແກັສ ສຳນັກຂ່າວ ເທເລແກຣມ ຂອງ ຣັດເຊຍ ໄດ້ເຜີຍແຜ່ ພາບຖ່າຍຂອງເຈົ້າໜ້າທີ່ໜ່ວຍລົບພິເສດ ຊຶ່ງໃສ່ໜ້າກາກປ້ອງກັນແກັສແລະຍ່າງໄປຕາມສິ່ງທີ່ເບິ່ງຄືວ່າ ພາຍໃນທໍ່ຂະໜາດໃຫຍ່.

ເມື່ອຕອນແລງວັນເສົາຜ່ານມາ ກອງບັນຊາການຂອງຢູເຄຣນ ໄດ້ຢືນຢັນແລ້ວວ່າ “ ກຸ່ມກໍ່ການຮ້າຍແລະບຸກໂຈມຕີ” ຂອງຣັດເຊຍ ໃຊ້ທໍ່ສົ່ງແກັສດັ່ງກ່າວເພື່ອພະຍາຍາມຍຶດພື້ນທີ່ນອກເມືອງ ຊຸດຈາ ໃນໂພສ ເທເລແກຣມ ລະບຸວ່າ ກອງກຳລັງຣັດເຊຍ “ ຖືກກວດພົບໃນເວລາທີ່ເໝາະສົມ” ແລະ ຢູເຄຣນຕອບໂຕ້ດ້ວຍການຍິງຈະຫຼວດແລະປືນໃຫຍ່.

“ ຂະນະນີ້ກອງກຳລັງພິເສດຂອງຣັດເຊຍ ຖືກກວດພົບແລ້ວປິດກັ້ນ ແລະຖືກທຳລາຍລ້າງ. ການສູນເສຍຂອງສັດຕູໃນເມືອງ ຊຸດຈາ ນັ້ນສູງຫຼາຍ” ກອງບັນຊາການທະຫານ ໄດ້ລາຍງານ.

ອ່ານຂ່າວເປັນພາສາອັງກິດ

Russian special forces walked kilometers inside of a gas pipeline to strike Ukrainian units from the rear in the Kursk region, Ukraine’s military and Russian war bloggers reported, as Moscow moves to recapture parts of its border province that Kyiv seized in a shock offensive.

Ukraine launched a daring cross-border incursion into Kursk in August, in what marked the largest attack on Russian territory since World War II. Within days, Ukrainian units had captured 1,000 square kilometers of territory, including the strategic border town of Sudzha, and taken hundreds of Russian prisoners of war. According to Kyiv, the operation aimed to gain a bargaining chip in future peace talks, and force Russia to divert troops away from its grinding offensive in eastern Ukraine.

But months after Ukraine’s thunder run, its soldiers in Kursk are weary and bloodied by relentless assaults of more than 50,000 troops, including some from Russia's ally North Korea. Tens of thousands of Ukrainian soldiers run the risk of being encircled, open source maps of the battlefield show.

According to Telegram posts by a Ukrainian-born, pro-Kremlin blogger, Russian operatives walked about 15 kilometers inside the pipeline, which Moscow had until recently used to send gas to Europe. Some Russian troops had spent several days in the pipe before striking Ukrainian units from the rear near the town of Sudzha, blogger Yuri Podolyaka claimed.

The town had some 5,000 residents before the February 2022 Russian invasion of Ukraine, and houses major gas transfer and measuring stations along the pipeline, once a major outlet for Russian natural gas exports through Ukrainian territory.

Another war blogger, who uses the alias Two Majors, said fierce fighting was underway for Sudzha, and that Russian forces managed to enter the town through a gas pipeline. Russian Telegram channels showed photos of what they said were special forces operatives, wearing gas masks and moving along what looked like the inside of a large pipe.

Ukraine’s General Staff confirmed on Saturday evening that Russian “sabotage and assault groups” used the pipeline in a bid to gain a foothold outside Sudzha. In a Telegram post, it said the Russian troops were “detected in a timely manner” and that Ukraine responded with rockets and artillery.

“At present, Russian special forces are being detected, blocked and destroyed. The enemy’s losses in Sudzha are very high,” the General Staff reported.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG