ຍີ່ປຸ່ນ ແລະ ຟີລິບປິນ ໄດ້ທໍາການຕົກລົງກັນໃນວັນຈັນມື້ນີ້ ທີ່ຈະຮັດແໜ້ນການຮ່ວມມືດ້ານປ້ອງກັນປະເທດໃຫ້ເລິກເຊິ່ງ, ແລະສົນທະນາກັນກ່ຽວກັບການປົກປ້ອງຂໍ້ມູນທາງທະຫານຮ່ວມກັນ ເພື່ອປະເຊີນໜ້າກັບຄວາມກັງວົນຮ່ວມກັນ ສໍາລັບການກະທໍາທີ່ເປັນການເກາະຜິດຕ່າງໆຂອງ ຈີນ ຢູ່ໃນພາກພື້ນ.
ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ທ່ານ ເຈັນ ນາກາຕານິ (Gen Nakatani) ແລະ ຄູ່ຕຳແໜ່ງຟີລິບປິນ ທ່ານ ກີລເບີໂຕ ເຕໂອໂດໂຣ, ໄດ້ທໍາການຮ່າງຂໍ້ຕົກລົງຮ່ວມກັນໃນກອງປະຊຸມຢູ່ນະຄອນຫຼວງມານີລາ, ບ່ອນທີ່ພວກທ່ານທັງສອງສະແດງຄວາມກັງວົນຕໍ່ການກະທຳຕ່າງໆຂອງ ຈີນ ຢູ່ບໍລິເວນທະເລຈີນໃຕ້ ແລະ ທະເລຈີນຕາເວັນອອກທີ່ມີຂໍ້ພິພາດກັນນັ້ນ, ໃຫ້ເປັນວາລະອັນສໍາຄັນ.
ຍີ່ປຸ່ນ ແລະ ຟີລິບປິນ ແມ່ນພັນທະມິດຕາມສົນທິສັນຍາຂອງ ສະຫະລັດ, ແລະທັງ 3 ປະເທດ ແມ່ນນຶ່ງໃນບັນດາກຸ່ມທີ່ວິຈານກ່ຽວກັບການກະທຳທີ່ຍຶດໝັ້ນທີ່ສຸດຂອງ ຈີນ ຢູ່ໃນພາກພື້ນ, ໃນນັ້ນລວມມີ ບໍລິເວນນ່ານນ້ຳທີ່ມີການປະທະກັນ.
ໃນການກ່າວຄຳປາໄສຢູ່ທີ່ການເປີດກອງປະຊຸມກັບ ທ່ານ ນາກາຕານິ, ທ່ານ ເຕໂອໂດໂຣ ກ່າວວ່າ ຟີລິບປີນ ຫວັງຢາກຊຸກຍູ້ສາຍພົວພັນດ້ານການປ້ອງກັນປະເທດກັບ ຍີ່ປຸ່ນ ເພື່ອ “ຕໍ່ຕ້ານຄວາມຄວາມພະຍາຍາມພຽງຝ່າຍດຽວຂອງ ຈີນ ແລະ ບັນດາປະເທດຕ່າງໆທີ່ຈະປ່ຽນແປງກົດລະບຽບ ແລະເນື້ອໃນຕ່າງໆຂອງສາກົນ.”
ທ່ານ ນາກາສາກິ ກ່າວລຸນຫຼັງກອງປະຊຸມວ່າ ທ່ານເອງເຫັນດີນໍາ ທ່ານ ເຕໂອໂດໂຣ “ເພື່ອເພີ້ມທະວີການຮ່ວມມືດ້ານການປະຕິບັດງານ,” ລວມທັງການຝຶກຊ້ອມດ້ານປ້ອງກັນຂອງທັງສອງປະເທດ ແລະຫລາຍໆປະເທດຮ່ວມກັນ, ການຈອດທຽບທ່າຢູ່ທ່າກໍາປັ່ນ ແລະການແບ່ງປັນຂໍ້ມູນຂ່າວສານ.
ທ່ານ ນາກາຕານິ ກ່າວວ່າ “ພວກເຮົາຍັງເຫັນດີທີ່ຈະເລີ້ມການສົນທະນາລະຫວ່າງເຈົ້າໜ້າທີ່ປ້ອງກັນປະເທດ ກ່ຽວກັບກົນໄກປົກປ້ອງຂໍ້ມູນຂ່າວສານທາງທະຫານ ນໍາອີກດ້ວຍ.”
ຟີລິບປິນ ໄດ້ເຊັນລົງນາມໃນຂໍ້ຕົກລົງກັບ ສະຫະລັດ ເມື່ອປີທີ່ຜ່ານມາ, ເຊິ່ງເປັນປະເທດພັນທະມິດຂອງຕົນຕາມສົນທິສັນຍາທີ່ມີມາແຕ່ດົນນານ ເພື່ອຮັບປະກັນການແລກປ່ຽນຂໍ້ມູນທາງທະຫານທີ່ເປັນຄວາມລັບຂັ້ນສູງ ແລະດ້ານເທັກໂນໂລຈີ້ທາງດ້ານອາວຸດທີ່ສຳຄັນ ເພື່ອເຮັດໃຫ້ ສະຫະລັດ ຂາຍອາວຸດດັ່ງກ່າວໃຫ້ແກ່ ຟີລິບປິນ ໄດ້.
ທ່ານ ລອຍ ອອສຕິນ, ເຊິ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດໃນຂະນັ້ນ ແລະ ທ່ານ ເຕໂອໂດໂຣ ໄດ້ເຊັນລົງນາມໃນສັນຍາຄວາມໝັ້ນຄົງໂດຍລວມຂອງຂໍ້ມູນຂ່າວສານທາງການທະຫານ ທີ່ຜູກມັດທາງກົດໝາຍຢູ່ມານິລາ ໃນເວລາທີ່ ສະຫະລັດ ແລະ ຟີລິບປິນ ກໍາລັງຊຸກຍູ້ໃຫ້ມີການພົວພັນດ້ານການປ້ອງກັນ ແລະການທະຫານຂອງພວກເຂົາເຈົ້າ, ລວມທັງການຊ້ອມຮົບຮ່ວມຂະໜາດໃຫຍ່, ເຊິ່ງສ່ວນຫຼາຍ ແມ່ນການຕອບສະໜອງຕໍ່ການກະທໍາທີ່ຮຸກຮານຂອງ ຈີນ ຢູ່ໃນຂົງເຂດເອເຊຍ.
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
MANILA, Philippines (AP) — Japan and the Philippines agreed Monday to further deepen their defense collaboration and talk about protecting shared military information in the face of mutual alarm over China’s increasing aggressive actions in the region.
Japanese Defense Minister Gen Nakatani and his Philippine counterpart, Gilberto Teodoro, forged the agreements in a meeting in Manila where their concern over China’s actions in the disputed South China Sea and East China Sea was high in the agenda.
Japan and the Philippines are treaty allies of the United States, and the three have been among the most vocal critics of China’s assertive actions in the region, including in the contested waters.
At the opening of his meeting with Nakatani, Teodoro said the Philippines was looking forward to boosting defense relations with Japan “against unilateral attempts by China and other countries to change the international order and the narrative."
Nakatani said after the meeting that he agreed with Teodoro “to strengthen operational cooperation,” including joint and multinational defense trainings, port calls and information-sharing.
"We also agreed to commence discussion between defense authorities on military information protection mechanism,” Nakatani said.
The Philippines signed an agreement with the United States, its longtime treaty ally, last year to better secure the exchange of highly confidential military intelligence and technology in key weapons to allow the sale of such weaponry by the U.S. to the Philippines.
Then-Defense Secretary Lloyd Austin and Teodoro signed the legally binding General Security of Military Information Agreement in Manila at a time when the U.S. and the Philippines were boosting their defense and military engagements, including large-scale joint combat drills, largely in response to China’s increasingly aggressive actions in Asia.
ຟໍຣັມສະແດງຄວາມຄິດເຫັນ