ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ໜ່ວຍງານລັດຖະບານຈຳນວນນຶ່ງ ສັ່ງໃຫ້ເຈົ້າໜ້າທີ່ລັດ ບໍ່ຕ້ອງແຈ້ງຜົນງານຕາມຄຳສັ່ງ ‘ອີລອນ ມັສຄ໌’


ແຟ້ມພາບ - ອີລອນ ມັສຄ໌ ກ່າວຢູ່ທີ່ງານປະຊຸມພັກການເມືອງ ອານຸລັກນິຍົມ, Conservative Political Action Conference ຫຼື CPAC ທີ່ສູນກາງຫໍປະຊຸມ ແລະຣີສອດແຫ່ງຊາດ ເກລອດດ໌ (Gaylord National Resort & Convention Center) ໃນ ເມືອງ ອັອກສັນ ຮຽວລ໌ (Oxon Hill), ລັດແມຣີແລນ, ວັນທີ 20 ກຸມພາ 2025.
ແຟ້ມພາບ - ອີລອນ ມັສຄ໌ ກ່າວຢູ່ທີ່ງານປະຊຸມພັກການເມືອງ ອານຸລັກນິຍົມ, Conservative Political Action Conference ຫຼື CPAC ທີ່ສູນກາງຫໍປະຊຸມ ແລະຣີສອດແຫ່ງຊາດ ເກລອດດ໌ (Gaylord National Resort & Convention Center) ໃນ ເມືອງ ອັອກສັນ ຮຽວລ໌ (Oxon Hill), ລັດແມຣີແລນ, ວັນທີ 20 ກຸມພາ 2025.

ໜ່ວຍງານລັດຖະບານຂອງອາເມຣິກາ ເຊັ່ນ ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະອົງການສັນຕິບານກາງ FBI ໄດ້ແຈ້ງໃຫ້ບັນດາ ພະນັກງານ ບໍ່ປະຕິບັດຕາມຄຳຮຽກຮ້ອງຂອງທ່ານ ອີລອນ ມັສຄ໌ ທີ່ສັ່ງການ ໃຫ້ເຈົ້າໜ້າທີ່ລັດຖະກອນຂອງລັດຖະບານກາງສະຫະລັດ ຊີ້ແຈງຜົນງານທີ່ພວກ ເຂົາໄດ້ເຮັດ ເມື່ອອາທິດແລ້ວນີ້ ຫຼືບໍ່ດັ່ງນັ້ນ ຈະສ່ຽງຕໍ່ການຖືກໄລ່ອອກ ອີງຕາມລາຍງານຂອງອົງການຂ່າວເອພີ.

ແຮງຕ້ານທານພາຍໃນໜ່ວຍງານຂອງລັດໄດ້ນຳໄປສູ່ຄວາມວຸ້ນວາຍ ແລະ ສັບສົນ ລະຫວ່າງທີ່ຕອກຢ້ຳເຖິງການຊ່ວງຊິງອຳນາດກັນ ລະຫວ່າງ ພັນທະ ມິດຂອງປະທານາທິບໍດີ ດໍໂນລ ທຣຳ ເຊິ່ງກະທົບຕໍ່ຊີວິດຂອງເຈົ້າໜ້າທີ່ ລັດຖະບານກາງສະຫະລັດ ທົ່ວປະເທດ ລະຫວ່າງທີ່ພວກທ່ານກຳລັງກ້າວ ເຂົ້າສູ່ອາທິດແຫ່ງການເຮັດວຽກມື້ໃໝ່.

ເມື່ອວັນເສົາທີ່ຜ່ານມາ ທີມງານຂອງທ່ານ ມັສຄ໌ ໄດ້ສົ່ງອີເມລໄປຍັງພະນັກງານ ລັດເປັນແສນຄົນ ພ້ອມໃຫ້ເວລາ 48 ຊົ່ງໂມງໃນການລາຍງານ 5 ຢ່າງທີ່ເປັນ ຜົນງານປະຈຳອາທິດທີ່ຜ່ານມາ ແລະໃນຂໍ້ຄວາມທີ່ຂຽນລົງທາງສື່ສັງຄົມ ແອັກສ໌ (X) ເຊິ່ງທ່ານ ມັສຄ໌ ໄດ້ລະບຸວ່າ ເຈົ້າໜ້າທີ່ລັດຄົນໃດທີ່ບໍ່ຕອບອີເມລ ໄດ້ທັນຕາມເສັ້ນຕາຍ ຄືໃນເວລາ 12 ໂມງ 59 ນາທີກາງຄືນ ຂອງວັນຈັນ ຕາມເວລາໃນທ້ອງຖິ່ນ ອາດຈະຕ້ອງໄດ້ອອກການ.

ສະມາຊິກພັກເດໂມແຄຣັດ ຫຼືແມ່ນແຕ່ຈາກພັກຣີພັບບລີກັນບາງທ່ານ ໄດ້ອອກ ມາວິຈານຄຳສັ່ງທີ່ຜິດປົກກະຕິຂອງທ່ານ ມັສຄ໌ ເຊິ່ງມີຂຶ້ນໃນບໍ່ເທົ່າໃດຊົ່ວໂມງ ຫລັງຈາກ ທ່ານ ທຣຳ ໄດ້ບອກທາງສື່ສັງຄົມໃຫ້ ທ່ານ ມັສຄ໌ ມີມາດຕະ ການທີ່ແຂງກ້າຂຶ້ນອີກໃນການຫລຸດຂະໜາດຂອງລັດຖະບານຜ່ານໜ່ວຍງານ ເພື່ອປະສິດທິພາບຂອງລັດຖະບານ ຫຼື DOGE (Department of Government Efficiency) ແລະນຶ່ງວັນກ່ອນໜ້ານັ້ນທ່ານ ມັສຄ໌ ຫາກໍ່ສະ ຫຼອງບົດບາດໃໝ່ຂອງຕົນ ດ້ວຍການຍົກເລື່ອຍໄຟຟ້າຢູ່ກາງເວທີ ໃນງານປະ ຊຸມຝ່າຍອະນຸລັກນິຍົມທີ່ນະຄອນຫຼວງ ວໍຊິງຕັນ.

ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານຈອນ ເຄີທິສ ຈາກລັດ ຢູທາ ເປັນນຶ່ງໃນຜູ້ທີ່ສະແດງຄວາມກັງວົນ ເພາະລັດຢູທາ ມີພະນັກງານລັດ 33,000 ຄົນ ໂດຍກ່າວວ່າ “ຫາກສາມາດເວົ້າໄດ້ຢ່າງນຶ່ງກັບທ່ານ ອີລອນ ມັສຄ໌ ຄົງຈະ ບອກວ່າ ກະລຸນາມີຄວາມເມດຕາ ແລະໃຫ້ເຫັນອົກເຫັນໃຈໃນເລື້ອງນີ້ດ້ວຍ... ພວກເຂົາຄືຄົນແທ້ໆ ມີຊີວິດແທ້ໆ ມີໜີ້ສິນ...ນັັ້​ນເປັນຄຳກ່າວບໍ່​ຈິງທີ່ຈະບອກວ່າ ເຮົາຕ້ອງຕັດຄົນພວກນີ້ ແລະເຈົ້າຕ້ອງມີຄວາມໂຫດຫ້ຽມເພື່ອພາລະນີ້.”

ສ່ວນສະມາຊິກສະພາສັງກັດພັກຣີພັບບລີກັນທ່ານ ໄມຄ໌ ລໍເລີຣ໌ ຈາກລັດ ນິວຢອກ ຕັ້ງຄຳຖາມເຖິງຫລັກການທາງກົດໝາຍຂອງຄະນະທຳງານຂອງທ່ານ ທຣຳ ໃນການປົດເຈົ້າໜ້າທີ່ໝື່ນຊີວິດ ທີ່ບໍ່ຍອມເຮັດຕາມຄຳຂໍຂອງທ່ານ ມັສຄ໌ ເຖິງແມ່ນວ່າ ອີເມລດັ່ງກ່າວຈະບໍ່ໄດ້ລະບຸຄຳຂົ່ມຂູ່ວ່າ ຈະຕ້ອງຕົກງານກໍຕາມ.

ດ້ານສະຫະພັນແຮງງານກໍໄດ້ອອກມາຂູ່ວ່າ ຈະເດີນໜ້າທາງດ້ານກົດໝາຍໃນ ເລື້ອງນີ້ເຊັ່ນດຽວກັນກັບເຈົ້າໜ້າທີ່ກະຊວງ ແລະຜູ້ອຳນວຍການໜ່ວຍງານລັດ ຖະບານກາງ ເຊິ່ງໄດ້ຮັບການແຕ່ງຕັ້ງໂດຍ ທ່ານທຣຳ ເອງ ໄດ້ແຈ້ງໃຫ້ພະນັກ ງານຊາບວ່າ ບໍ່ຕ້ອງເຮັດຕາມຂໍ້ຮຽກຮ້ອງຂອງທ່ານ ມັສຄ໌.

ອ່ານຂ່າວທີ່ກ່ຽວກັບເລື້ອງນີ້ໃນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

ລາຍການກະຈາຍສຽງຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG