ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໐ ມີນາ ໒໐໒໕

ເກົາຫຼີເໜືອ ປາກົດວ່າ ຈະສົ່ງທະຫານໄປ ຣັດເຊຍ ເພີ້ມເຕີມ ເພື່ອສະໜັບສະໜູນສົງຄາມກັບ ຢູເຄຣນ


ຮູບຖືກຖ່າຍໃນວັນທີ 25 ກຸມພາ ແລະເຜີຍແຜ່ໂດຍອົງການຂ່າວ KCNA ໂດຍ KNS ໃນວັນທີ 26 ກຸມພາ 2025, ສະແດງໃຫ້ເຫັນຜູ້ນໍາເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄປຢ້ຽມຢາມສະຖາບັນທະຫານ Kang Kon ໃນນະຄອນຫຼວງພຽງຢາງ.
ຮູບຖືກຖ່າຍໃນວັນທີ 25 ກຸມພາ ແລະເຜີຍແຜ່ໂດຍອົງການຂ່າວ KCNA ໂດຍ KNS ໃນວັນທີ 26 ກຸມພາ 2025, ສະແດງໃຫ້ເຫັນຜູ້ນໍາເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄປຢ້ຽມຢາມສະຖາບັນທະຫານ Kang Kon ໃນນະຄອນຫຼວງພຽງຢາງ.

ອົງການສອດແນມຂອງເກົາຫຼີໃຕ້ ກ່າວໃນວັນພະຫັດວານນີ້ ກ່ຽວກັບສິ່ງທີ່ປາກົດຄືວ່າ ເກົາຫຼີເໜືອ ໄດ້ສົ່ງກອງກຳລັງທະຫານຂອງຕົນໄປຍັງ ຣັດເຊຍ ຕື່ມອີກ, ລຸນຫຼັງທະຫານທີ່ຖືກສົ່ງໄປປະຕິບັດໜ້າທີ່ຢູ່ແນວໜ້າຂອງສົງຄາມ ຣັດເຊຍ-ຢູເຄຣນ ໄດ້ຮັບບາດເຈັບ ແລະເສຍຊີວິດຢ່າງຫຼວງຫຼາຍ.

ໜ່ວຍ​ງານ​ສືບ​ລັບ​ແຫ່ງ​ຊາດ ຫຼື (NIS) ກ່າວ​ໃນ​ຖະ​ແຫຼງ​ການ​ສັ້ນ​ວ່າ ຕົນ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ກຳ​ນົດ​ວ່າ ເກົາ​ຫຼີ​ເໜືອ ​ໄດ້​ສົ່ງ​ທະ​ຫານ​ໄປ​ຍັງ ​ຣັດ​ເຊຍ ​ອີກຈໍານວນ​ຫຼາຍປານໃດແທ້.

ອົງການ NIS ຍັງໄດ້ປະເມີນວ່າ ທະຫານເກົາຫຼີເໜືອ ໄດ້ຖືກສົ່ງກັບໄປຍັງບໍລິເວນແນວໜ້າໃນຂົງເຂດ ເຄີສຄ໌ ຂອງ ຣັດເຊຍ ໃນອາທິດທຳອິດຂອງເດືອນກຸມພາ, ຫຼັງຈາກມີລາຍງານກ່ຽວກັບການຖອນທະຫານຊົ່ວຄາວ ອອກຈາກພື້ນທີ່ດັ່ງກ່າວ. ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວ​ຄຳ​ປາ​ໄສ ​ໃນ​ວັນ​ທີ 7 ກຸມພາ​ທີ່ຜ່ານມາ​ ໄດ້ຢືນຢັນການ​ໂຈມ​ຕີ​ຄັ້ງ​ໃໝ່​ຂອງ​ຢູ​ເຄຣນ ຢູ່​ຂົງເຂດ ເຄີສຄ໌ ​ແລະ​ກ່າວອີກ​ວ່າ ທະຫານ​ເກົາຫຼີ​ເໜືອ​ກຳລັງຕໍ່​ສູ້ຄຽງ​ບ່າຄຽງໄຫຼ່ກັບ​ກຳລັງ​ຂອງຣັດ​ເຊຍຢູ່​ທີ່​ນັ້ນ.

ເກົາຫຼີ​ເໜືອ​ ໄດ້​ສະໜອງ​ອາວຸດ​ທຳ​ມະ​ດາຈຳນວນຫຼາຍ​ໃຫ້​ແກ່ ຣັດ​ເຊຍ, ​ແລະ​ໃນ​ລະດູໃບໄມ້ຫຼົ່ນຂອງປີກາຍ​ນີ້ ກໍ​ໄດ້​ສົ່ງ​ກຳລັງ​ທະຫານ​ປະມານ 10,000 ຫາ 12,000 ຄົນ​ໄປ​ຍັງ ຣັດ​ເຊຍ ​ອີກດ້ວຍ, ອີງຕາມ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງ​ສະຫະລັດ, ​ເກົາຫຼີ​ໃຕ້ ​ແລະ ຢູ​ເຄຣນ. ທະຫານເກົາຫຼີເໜືອ ມີລະບຽບວິໄນສູງ ແລະໄດ້ຮັບການຝຶກຝົນມາເປັນຢ່າງດີ, ແຕ່ບັນດານັກສັງເກດການກ່າວວ່າ ພວກເຂົາເຈົ້າໄດ້ກາຍມາເປັນເປົ້າໝາຍໃນການໂຈມຕີດ້ວຍໂດຣນ ແລະ ປືນໃຫຍ່ໃນສະໜາມລົບລະຫວ່າງ ຣັດເຊຍ-ຢູເຄຣນ ໄດ້ງ່າຍ ເນື່ອງຈາກຂາດປະສົບການໃນການສູ້ລົບ ແລະຄວາມບໍ່ລື້ງເຄີຍກັບພູມສັນຖານຢູ່ໃນຂົງເຂດນັ້ນ.

ໃນເດືອນມັງກອນ, ອົງການ NIS ກ່າວວ່າ ມີທະຫານເກົາຫຼີເໜືອເສຍຊີວິດປະມານ 300 ຄົນ ແລະໄດ້ຮັບບາດເຈັບອີກ 2,700 ຄົນ. ໃນກ່ອນ​ໜ້າ​ນີ້ ທ່ານ ເຊເລັນສກີ ​ເປີດເຜີຍວ່າ ມີທະຫານເກົາຫຼີເໜືອ​ທີ່​ເສຍ​ຊີ​ວິດ ຫຼື ​ບາດ​ເຈັບ​ປະມານ 4,000 ຄົນ, ເຖິງ​ແມ່ນ​ ສະ​ຫະ​ລັດ ຈະກະປະມານໄວ້ຕໍ່າ ຢູ່​ທີ່​ປະ​ມານ 1,200 ຄົນ ກໍຕາມ.

ໃນຕອນເຊົ້າຂອງວັນພະຫັດວານນີ້, ໜັງສືພິມ ຈຸງແອັງ ອີງໂບ (JoongAng Ilbo) ຂອງເກົາຫຼີໃຕ້, ເຊິ່ງອ້າງເຖິງແຫຼ່ງຂ່າວທີ່ບໍ່ເປີດເຜີຍຊື່ ໄດ້ລາຍງານວ່າ ມີທະຫານເກົາຫຼີເໜືອປະມານ 1,000 ຫາ 3,000 ຄົນ ໄດ້ຖືກສົ່ງໄປຍັງຂົງເຂດ ເຄີສຄ໌ ອີກຄັ້ງ ໃນລະຫວ່າງເດືອນມັງກອນຫາເດືອນກຸມພານີ້.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

SEOUL, South Korea (AP) — South Korea's spy agency said Thursday that North Korea appears to have sent additional troops to Russia, after its soldiers deployed on the Russian-Ukraine fronts suffered heavy casualties.

The National Intelligence Service said in a brief statement it was trying to determine exactly how many more troops North Korea has deployed to Russia.

The NIS also assessed that North Korean troops were redeployed at fronts in Russia's Kursk region in the first week of February, following a reported temporary withdrawal from the area. Ukrainian President Volodymyr Zelenskyy, in an address on February 7, confirmed a new Ukrainian offensive in Kursk and said North Korean troops were fighting alongside Russian forces there.

North Korea has been supplying a vast number of conventional weapons to Russia, and last fall it sent about 10,000 to 12,000 troops to Russia, as well, according to U.S., South Korean and Ukraine intelligence officials. North Korean soldiers are highly disciplined and well trained, but observers say they've become easy targets for drone and artillery attacks on Russian-Ukraine battlefields because of their lack of combat experience and unfamiliarity with the terrain.

In January, the NIS said about 300 North Korean soldiers had died and another 2,700 had been injured. Zelenskyy earlier put the number of killed or wounded North Koreans at 4,000, though U.S. estimates were lower at around 1,200.

Earlier Thursday, South Korea's JoongAng Ilbo newspaper, citing unidentified sources, reported that an additional 1,000 to 3,000 North Korean soldiers were deployed to Kursk between January and February.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG