ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໙ ມີນາ ໒໐໒໕

ອິສຣາແອລ ແລະ ຮາມາສ ຕົກລົງໃນການແລກປ່ຽນນັກໂທດກັບໂຕປະກັນຮອບໃໝ່ ຮັກສາຂໍ້ຕົກລົງຢຸດຍິງ ທີ່ອ່ອນໄຫວໄວ້ຄືເກົ່າ


ນັກຮົບແລະຜູ້ຄຸ້ມຄອງຂອງກຸ່ມຮາມາສໃນປາເລສໄຕນ໌ເຕົ້າໂຮມກັນທີ່ຈຸດສົ່ງມອບສົບໂຕປະກັນຊາວອິສແອລ 4 ຄົນໃນເມືອງຄານຍູນິສທາງພາກໃຕ້ຂອງເຂດກາຊາເມື່ອວັນທີ 20 ກຸມພາ 2025.
ນັກຮົບແລະຜູ້ຄຸ້ມຄອງຂອງກຸ່ມຮາມາສໃນປາເລສໄຕນ໌ເຕົ້າໂຮມກັນທີ່ຈຸດສົ່ງມອບສົບໂຕປະກັນຊາວອິສແອລ 4 ຄົນໃນເມືອງຄານຍູນິສທາງພາກໃຕ້ຂອງເຂດກາຊາເມື່ອວັນທີ 20 ກຸມພາ 2025.

ເຈົ້າໜ້າທີ່ ອິສຣາແອລ ແລະ ກຸ່ມຮາມາສ ຊຶ່ງເປັນອົງກອນກໍ່ການຮ້າຍທີ່ກຳນົດໂດຍ ສະຫະລັດ, ກ່າວໃນວັນອັງຄານວານນີ້ວ່າ ພວກເຂົາໄດ້ບັນລຸຂໍ້ຕົກລົງແລກປ່ຽນໂຕປະກັນ ແລະການປ່ອຍໂຕນັກໂທດຊາວປາແລັສໄຕນ໌ຫຼາຍຮ້ອຍຄົນ ໂດຍຍັງຄົງຂໍ້ຕົກລົງການຢຸດຍິງທີ່ອ່ອນໄຫວນີ້ໄວ້ເປັນເວລາຢ່າງ ໜ້ອຍອີິກສອງສາມວັນ, ອີງຕາມລາຍງານຂອງອົງການຂ່າວ AP.

ອິສຣາແອລ ໄດ້ເລື່ອນການປອ່ຍໂຕນັກໂທດຊາວປາແລັສໄຕນ໌ 600 ຄົນອອກໄປໃນວັນເສົາທີ່ຜ່ານມາ ເພື່ອປະທ້ວງໃນສີ່ງທີ່ຮ້ອງວ່າ ເປັນການປະຕິບັດທີ່ໂຫດຮ້າຍຕໍ່ໂຕປະກັນລະຫວ່າງການປ່ອຍໂຕໂດຍກຸ່ມຮາມາສ, ເຊິ່ງກຸ່ມກໍ່ການຮ້າຍກ່າວວ່າ ການເລື່ອນການປ່ອຍໂຕປະກັນດັ່ງກ່າວເປັນ “ການລະເມີດຂໍ້ຕົກລົງຢຸດຍິງຢ່າງຮ້າຍແຮງ” ແລະການເຈລະຈາໄລຍະທີສອງ ຈະບໍ່ສາມາດເກີດຂຶ້ນໄດ້ຈົນກ່ວາພວກເຂົາຈະໄດ້ຮັບອິດສະຫຼະພາບ.

ຄວາມຂັດແຍ້ງດັ່ງກ່າວ ອາດຈະເຮັດໃຫ້ຂໍ້ຕົກລົງຢຸດຍິງພັງລົງໄດ້ ເມື່ອຂໍ້ຕົກລົງໄລຍະທຳອິດທີ່ມີໄລຍະເວລາ 6 ອາທິດໃນປັດຈຸບັນ ສີ້ນສຸດລົງໃນອາທິດນີ້.

ແນວໃດກໍ່ຕາມ, ໃນຕອນຄໍ່າຂອງວັນອັງຄານວານນີ້ ກຸ່ມຮາມາສ ກ່າວວ່າ ໄດ້ບັນລຸຂໍ້ຕົກລົງຍຸຕິຂໍ້ຂັດແຍ້ງລະຫວ່າງຄະນະຜູ້ແທນທີ່ນໍາໂດຍ ທ່ານ ຄາລີລ ອາລ-ໄຮຍາ (Khalil al-Hayya) ເຈົ້າໜ້າທີ່ການເມືອງລະດັບສູງຂອງກຸ່ມ ຂະນະທີ່ເດີນທາງໄປຢາມນະຄອນຫຼວງ ໄຄໂຣ.

ຄວາມຄືບໜ້າດັ່ງກ່າວເບິ່ງຄືວ່າ ຈະເປີດທາງໃຫ້ສົ່ງສົບຂອງໂຕປະກັນອີກ 4 ຄົນກັບຄືນປະເທດ ແລະນັກໂທດອີກຫຼາຍຮ້ອຍຄົນທີ່ກຳນົດຈະປ່ອຍໂຕພາຍໃຕ້ຂໍ້ຕົກລົງຢຸດຍິງ.

ກ່ອນໜ້ານີ້ນັກໂທດທີ່ຖືກກຳນົດຈະປ່ອຍໂຕ “ຈະໄດ້ຮັບການປ່ອຍໂຕພ້ອມກັບສົບຂອງນັກໂທດຊາວອິສຣາແອລ ທີ່ຕົກລົງກັນວ່າ ຈະສົ່ງມອບ” ພ້ອມກັບປ່ອຍໂຕນັກໂທດຊາວປາແລັສໄຕນ໌ຊຸດໃໝ່, ອີງຕາມການລະບຸຈາກຖະແຫຼງການຂອງກຸ່ມຮາມາສ.

ເຈົ້າໜ້າທີ່ອິສຣາແອລ, ຊຶ່ງບໍ່ຂໍເປີດເຜີຍຊື່ເນື່ອງຈາກບໍ່ໄດ້ຮັບອະນຸຍາດໃນການໃຫ້ສຳພາດຕໍ່ນັກຂ່າວ ຢືນຢັນຕໍ່ຂໍ້ຕົກລົງດັ່ງກ່າວມານີ້.

ຂໍ້ຢຸດຍິງຊຶ່ງມີສະຫະລັດ ອິຢິບ ແລະ ກາຕ້າຣ ເປັນໃຈກາງຍຸດຕິການສູ້ຮົບຢ່າງໜັກດົນເຖິງ 15 ເດືອນທີ່ເລີ້ມຕົ້ນຂຶ້ນຫຼັງຈາກການໂຈມຕີຂອງກຸ່ມຮາມາສໃນວັນທີ 07 ຕຸລາ 2023 ຊຶ່ງເຮັດໃຫ້ຜູ້ຄົນເສັຍຊີວິດໄປປະມານ 1,200 ຄົນ ໃນອິສແອລ ແລະ ຈັບໂຕປະກັນໄປປະມານ 250 ຄົນ

ເຈົ້າໜ້າທີ່ສາທາລະນະສຸກຂອງ ປາເລສໄຕນ໌ກ່າວວ່າການໂຈມຕີທາງທະຫານຂອງອິສແອລເຮັດໃຫ້ຊາວປາເລສໄຕນ໌ເສັຍຊີວິດໄປແລ້ວ ກ່ວາ 48,000 ຄົນ ເຮັດໃຫ້ຊາວກາຊ້າຕ້ອງອົບພະຍົບອອກໄປປະມານ 90% ແລະ ທຳລາຍໂຄງສ້າງພື້ນຖານແລະລະບົບສາທາລະນະສຸກຂອງດິນແດນດັ່ງກ່າວ ກະຊວງສາທາລະນະສຸກຂອງກຸ່ມ ຮາມາສກ່າວວ່າຜູ້ເສັຍຊີວິດຫຼາຍກ່ວາເຄີາງນຶ່ງເປັນຜູ້ຍີງແລະເດັກນ້ອຍ

ອ່ານຂ່າວນີິ້ເປັນພາສາອັງກິດ

Officials from Israel and Hamas, a U.S.-designated terrorist organization, said Tuesday they have reached an agreement to exchange the bodies of hostages for the release of hundreds of Palestinian prisoners, keeping their fragile ceasefire intact for at least a few more days.

Israel has delayed the release of 600 Palestinian prisoners since Saturday to protest what it says is the cruel treatment of hostages during their release by Hamas. The terrorist organization has said the delay is a "serious violation" of their ceasefire and that talks on a second phase are not possible until they are freed.

The deadlock had threatened to collapse the ceasefire when the current six-week first phase of the deal expires this weekend.

But late Tuesday, Hamas said an agreement had been reached to resolve the dispute during a visit to Cairo by a delegation headed by Khalil al-Hayya, a top political official in the group.

The breakthrough appeared to clear the way for the return of the bodies of four more hostages and hundreds of additional prisoners scheduled to be released under the ceasefire.

The prisoners previously slated for release "will be released simultaneously with the bodies of the Israeli prisoners who were agreed to be handed over," along with the release of a new set of Palestinian prisoners, the Hamas statement said.

An Israeli official, speaking on condition of anonymity because he was not authorized to speak to the media, confirmed an agreement to bring home the bodies in the coming days. He gave no further details.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG