ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ທ່ານ ດໍໂນລ ທຣໍາ ປະກາດເລື່ອນການເກັບພາສີນໍາເຂົ້າອັດຕາ 25% ຂອງ ແມັກຊິໂກ ອີກ 1 ເດືອນ


ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ແຫ່ງສະຫະລັດລົງນາມຄໍາສັ່ງຝ່າຍບໍລິຫານສຳລັບອັດຕາພາສີໃນວໍຊິງຕັນ
ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ແຫ່ງສະຫະລັດລົງນາມຄໍາສັ່ງຝ່າຍບໍລິຫານສຳລັບອັດຕາພາສີໃນວໍຊິງຕັນ

ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ປະກາດເລື່ອນການເກັບພາສີນໍາເຂົ້າ ອັດຕາ 25% ຈາກສີນຄ້າເກືອບທຸກປະເພດຂອງ ແມັກຊິໂກ ໄປ 1 ເດືອນ ອີີກຄັ້ງເມື່ອວັນພະຫັດວານນີ້ ຫຼັງຈາກໂທລະສັບປຶກສາຫາລືກັບ ປະທານາທິ ບໍດີ ແມັກຊິໂກ ຕາມການລາຍງານຂອງອົງການ ເອພີ.

ຄຳປະກາດຫຼ້າສຸດຂອງ ປະທານາທິບໍດີ ສະຫະລັດ ​ໄດ້​ມີອອກມາບໍ່ດົນຫຼັງຈາກ ທ່ານ ຮາວເວີດ ລັດນິກ ເປີດເຜີຍວ່າ ການເກັບພາສີນໍາເຂົ້າໃໝ່ສຳລັບ ການາດາ ແລະ ແມັກຊິໂກ ອາດຈະເລື່ອນອອກໄປອີກ.

ນີ້ເປັນຄັ້ງທີ 2 ແລ້ວທີ່ ທ່ານ ດໍໂນລ ທຣໍາ ສັ່ງເລື່ອນການດຳເນີນມາດຕະການ ກຳແພງພາສີໃໝ່ ຫຼັງຈາກປະກາດແຜນການນີ້ເມື່ອຕົ້ນເດືອນກຸມພາຜ່ານມາ.

ກ່ອນຈະປະກາດການເລື່ອນແຜນດຳເນີນການເກັບພາສີໃໝ່ສຳລັບ ແມັກຊິໂກນັ້ນ, ທ່ານ ດໍໂນລ ທຣໍາ ຫາກໍ່ສັ່ງເລື່ອນການເກັບພາສີນໍາເຂົ້າອັດຕາ 25% ລົດນໍາເຂົ້າຈາກ ການາດາ ແລະ ແມັກຊິໂກເປັນເວລາ 1 ເດືອນເມື່ອ ວັນພຸດຜ່ານມາ ຫຼັງຈາກໄດ້ໂອ້ລົມກັບນາຍົກລັດຖະມົນຕີ ກາ​ນາ​ດາທ່ານ ຈັສຕິນ ທຣູໂດ ໂດຍອົງການຂ່າວເອພີລາຍງານວ່າ ຜູ້ນໍາການາດາ ຢືນຢັນ ກັບປະທານາທິບໍດີສະຫະລັດວ່າ ຈະບໍ່ຍົກເລີກແຜນການເກັບພາສີຕອບໂຕ້ຫາກ ທ່ານ ທຣໍາ ເດີນໜ້າແຜນກຳແພງພາສີກັບການາດາ.

ທ່ານ ທຣໍາ ລະບຸໃນສື່​ສັງ​ຄົມ Truth Social ວ່າ ທ່ານ ທຣູໂດ ໄດ້ໂທຫາ ເມື່ອຕອນເຊົ້າວັນພຸດຜ່ານມາແລະຖາມວ່າຈະເຮັດຫຍັງໄດ້ແດ່ກັບມາດຕະການ ພາສີໃໝ່ຂອງສະຫະລັດ.

ປະທານາທິບໍດີສະຫະລັດຂຽນໃນໂພສວ່າ “ ຂ້ອຍບອກລາວວ່າມີຄົນຈຳນວນ ຫຼາຍເສຍຊີວິດເພາະເຟນທານອລທີ່ຜ່ານເຂົ້າມາທາງຊາຍແດນການາດາ ແລະແມັກຊິໂກ ແລະ ບໍ່ມີຫຍັງທີ່ເຮັດໃຫ້ຂ້ອຍເຊື່ອໝັ້ນໄດ້ວ່່າ ການຂົນຢາເສບ ຕິດເຂົ້າສະຫະລັດ ນັ້ນຢຸດລົງແລ້ວແທ້ຈິງ” ແລະທ່ານກ່າວຕື່ມວ່າ “ລາວບອກ ວ່າມັນດີຂຶ້ນແລ້ວແຕ່ຂ້ອຍບອກໄປວ່າ “ນັ້ນຍັງບໍ່ດີພໍ” ແລະການໂອ້ລົມກໍຈົບ ລົງໃນແບບທີ່ເປັນມິດແດ່.”

ທ່ານນາງ ແຄໂຣໄລນ ເລວິຕ ໂຄສົກທໍານຽບຂາວບອກກັບນັກຂ່າວວ່າ ປະທານາທິບໍດີ ດໍໂນລ ທຣໍາ ໄດ້ໂອ້ລົມກັບຜູ້ບໍລິຫານລະດັບສູງຂອງ ບໍລິສັດລົດຍົນ ຟອດ ເຈເນີຣັລ ມໍເຕີ ( Ford General Motor ) ແລະ ສແຕລລານຕິສ ( Stellantis ) ກ່ອນຈະປະກາດເລື່ອນການບັງຄັບໃຊ້ມາດຕະ ການພາສີສຳລັບລົດຍົນນໍາເຂົ້າຈາກສອງປະເທດເພື່ອນບ້ານສະຫະລັດ.

ທ່ານນາງ ເລວິຕ ກ່າວຕື່ມວ່າ ທ່ານ ດໍໂນລ ທຣໍາ ໄດ້ຮຽກຮ້ອງໃຫ້ຜູ້ຜະລິດລົດ ຍົນຍ້າຍຖານການຜະລິດຂອງຕົນໃນການາດາແລະ ແມັກຊິໂກກັບມາ ສະຫະລັດເພື່ອຫຼີກລ້ຽງການຕ້ອງຈ່າຍພາສີນໍາດ້ວຍ.

ສຳລັບແຜນເກັບພາສີອັດຕາ 25% ໂດຍສະຫະລັດ ນັ້ນມີກຳນົດເລີ້ມໃຊ້ຕັ້ງແຕ່ ວັນອັງຄານຜ່ານມາ ພ້ອມກັບການເພີ້ມອັດຕາພາສີນໍາເຂົ້າສີນຄ້າຈາກຈີນ 10% ເປັນ 20% ນໍາດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG