ບັນດາເຈົ້າໜ້າທີ່ໃນຄຸກຂອງມຽນມາ ຖືກກ່າວຫາວ່າ ທຳການລະເມີດຕໍ່ນັກຂ່າວທີ່ຖືກຄຸມຂັງ ຫຼັງຈາກທີ່ລາວໄດ້ເປີດໂປ່ງການລະເມີດສິດທິມະນຸດຢູ່ໃນຄຸກ ອີງຕາມຜູ້ຈ້າງງານຂອງລາວ.
ທ່ານ ໄຊ ຈໍ ໄທຄ໌ ນັກຂ່າວຖ່າຍຮູບ ໃຫ້ແກ່ອົງການຂ່າວອິດສະຫລະ Myanmar Now ຖືກຄຸມຂັງໃນຄຸກ ອິນສຽນ ເຊິ່ງເປັນສະຖານທີ່ທີ່ມີປະຫວັດຂອງການລະເມີດສິດທິ.
ທ່ານ ແລະນັກໂທອີກສອງຄົນ, ທ່ານເທັຕ ນິນ ອອງ ແລະ ທ່ານ ນຽງ ວິນ ໄດ້ຖືກທຳຮ້າຍຮ່າງກາຍ ແລະຈິດໃຈ ທຸກມື້ ຕັ້ງແຕ່ເດືອນມັງກອນ ເປັນຕົ້ນມາ ອີງຕາມ Myanmar Now.
Myanmar Now ໄດ້ລາຍງານວ່າ ພວກທີ່ຖືກຂັງຄຸກ ຖືກທຸມຕີ ທຸກມື້.
ການລະເມີດດັ່ງກ່າວ ເຊື່ອກັນວ່າ ເປັນການຕອບໂຕ້ຕໍ່ການທີ່ ທ່ານ ໄຊ ຈໍ ໄທຄ໌ ແລະຜູ້ໃຫ້ຂໍ້ມູນຄົນອື່ນໆ ໄປຢ້ຽມຢາມບັນດາຜູ້ຕາງໜ້າຂອງ ຄະນະກຳມາທິການສິດທິມະນຸດແຫ່ງຊາດ, ທີ່ວ່າ ພວກພະນັກງານໃນຄຸກ ໄດ້ລະເມີດສິດທິຂອງພວກນັກໂທດຄົນອື່ນໆ ດັ່ງທີ່ Myanmar Now ໄດ້ລາຍງານ ໂດຍອ້າງເຖິງແຫຼ່ງຂ່າວຢູ່ພາຍໃນຄຸກດັ່ງກ່າວນັ້ນ.
ຄະນະກຳມາທິການສິດທິມະນຸດແຫ່ງຊາດທີ່ໄດ້ຖືກແຕ່ງຕັ້ງໂດຍລັດຖະບານທະຫານ ມີຂໍ້ບັງຄັບດ້ານກົດໝາຍໃຫ້ຕິດຕາມເບິ່ງ ແລະປົກປ້ອງສິດທິຂອງປະຊາຊົນມຽນມາ.
ເຖິງຢ່າງໃດກໍຕາມ ໃນປີ 2024 Global Alliance of National Human Rights Institution ທີ່ເປັນສະຖາບັນ ຄະນະກຳການຂອງທັງສອງພັກການເມືອງ ໄດ້ແນະນຳໃຫ້ຍົກເລີກຄະນະກຳມາທິການດັ່ງກ່າວ ອອກຈາກການເປັນສະມາຊິກຂອງຕົນ ເນື່ອງຈາກການຮ້ອງທຸກຕ່າງໆ ລວມທັງເລື້ອງການເປັນອົງກອນອິດສະຫຼະນຳດ້ວຍ.
Myanmar Now ໄດ້ກ່າວວ່າ ຕົນເຊື່ອວ່າ ມາດຕະການຕໍ່ຕ້ານນັກຂ່າວຖ່າຍຮູບຂອງຕົນນັ້ນ ຍັງເປັນການລົງໂທດສຳລັບການຮົ່ວໄຫລຂໍ້ມູນຂອງລາວ ຕໍ່ອົງການຂ່າວຕ່າງໆ ໃນຂະນະທີ່ຖືກຄຸມຂັງຢູ່ນັ້ນ ແລະສຳລັບການລາຍງານຂອງລາວ ກ່ຽວກັບກອງທັບ ກ່ອນທີ່ລາວຈະຖືກຈັບກຸມ.
ຟໍຣັມສະແດງຄວາມຄິດເຫັນ