ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນວັນອັງຄານວານນີ້ ວ່າ ຈະຊື້ລົດເທສລາ (Tesla) ຈາກບໍລິສັດຂອງທ່ານອີລອນ ມັສຄ໌ ເພື່ອສະແດງຄວາມສະໜັບສະໜູນຕໍ່ມະຫາເສດຖີເບີນຶ່ງຂອງໂລກ ຜູ້ທີ່ກຳລັງປະເຊີນກັບກະແສຕີກັບທາງການເມືອງທີ່ເຮັດໃຫ້ລາຄາຮຸ້ນຂອງເທສລາ ຕົກລົງຢ່າງຫຼວງຫຼາຍໃນຊ່ວງ ອາທິດຜ່ານມານີ້ ອີງຕາມລາຍງານຂອງອົງການຂ່າວເອພີ.
ຖືເປັນຕົວຢ່າງຫລ້າສຸດຂອງຄວາມໄວ້ວາງໃຈທີ່ທ່ານທຣຳ ແລະທ່ານມັສຄ໌ ມີຕໍ່ກັນ ຫລັງຈາກທີ່ທ່ານມັສຄ໌ ໄດ້ທຸ້ມເທເງິນລົງໃນການຫາສຽງຂອງທ່ານທຣຳ ເມື່ອປີກາຍນີ້ ແລະເປັນນຶ່ງໃນບຸກຄົນສຳຄັນໃນຄະນະບໍລິຫານງານຂອງທ່ານທຣຳ ສະໄໝທີສອງ.
ປະທານາທິບຊດີ ທຣຳ ກ່າວວ່າ ຕົນຈະຊື້ລົດເທສລາຄັນໃໝ່ “ເພື່ອສະແດງຄວາມໝັ້ນໃຈ ແລະສະໜັບສະໜູນຕໍ່ ອີລອນ ມັສຄ໌ ຊາວອາເມຣິກັນຜູ້ຍິ່ງໃຫຍ່ຢ່າງແທ້ຈິງ.”
ທ່ານທຣຳ ລະບຸໃນສື່ສັງຄົມອອນໄລນ໌ວ່າ “ອີລອນ ມັສຄ໌ ເອົາຕົນເຂົ້າຮັບຄວາມສ່ຽງເພື່ອຊ່ອຍປະເທດຊາດ ລາວເຮັດວຽກໄດ້ເປັນຢ່າງດີເລີ້ດ! ແຕ່ພວກບ້າຝ່າຍຊ້າຍສຸດຫົວຮຸນແຮງ, ຕາມທີ່ພວກເຂົາເຮັດ, ກຳລັງພະຍາຍາມເຮັດຄວາມຜິດ ແລະສົມຮູ້ຮ່ວມຄິດ ທຳການປະທ້ວງບໍ່ໃຫ້ຊື້ລົດເທສລາ (boycott), ເຊິ່ງເປັນບໍລິສັດຜະລິດລົດຍົນທີ່ຍິ່ງໃຫຍ່ຂອງໂລກ ແລະເປັນຄືກັບລູກຂອງອີລອນ ເພື່ອທີ່ຈະໂຈມຕີ ແລະເຮັດສິ່ງທີ່ອັນຕະລາຍຕໍ່ອີລອນ ແລະທຸກສິ່ງທຸກຢ່າງທີ່ລາວຢືນຢັດມາ.”
ທາງທຳນຽບຂາວ ບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບເລື້ອງນີ້ ເຊັ່ນ ຈະຈັດຊື້ລົດເທສລາແນວໃດ ຫຼື ລົດທີ່ຊື້ໃໝ່ນີ້ ຈະເກັບໄວຢູ່ໃສ ເຊິ່ງໂດຍປົກກະຕິແລ້ວ ປະທານາທິບຊດີສະຫະລັດ ຈະບໍ່ຂັບລົດດ້ວຍຕົນເອງເນື່ອງຈາກເຫດຜົນດ້ານຄວາມປອດໄພ.
ປັດຈຸບັນ ບໍລິສັດລົດຍົນເທສລາ ກຳລັງປະເຊີນກັບພາວະຍອດຂາຍຕົກລົງ ແລະລາຄາຮຸ້ນກໍຫລຸດລົງເຊັ່ນກັນ ໃນຊ່ວງທີ່ທ່ານມັສຄ໌ ເຂົ້າມາຮັບບົດບາດທີ່ປຶກສາພິເສດໃຫ້ກັບທ່ານທຣຳ ແລະເບິ່ງແຍງເລື້ອງການຫລຸດຂະໜາດຂອງລັດຖະບານກາງ ຜ່ານໜ່ວຍງານປະສິດທິພາບຂອງລັດຖະບານ ຫຼື ໂດດຈ໌ (DOGE, Department of Government Efficiency).
ບໍລິສັດເທສລາ ປະເຊີນກັບການປະທ້ວງໃນຫຼາຍຫົວເມືອງ ແລະມີລົດຍົນຫຼາຍຄັນຖືກເຮັດໃຫ້ເສຍຫາຍ.
ຟໍຣັມສະແດງຄວາມຄິດເຫັນ