ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໐ ມີນາ ໒໐໒໕

ເຈົ້າໜ້າທີ່ດັບເພີງຕໍ່ສູ້ກັບໄຟປ່າ ໃນສອງລັດ ຄາໂຣໄລນາ ທ່າມກາງສະພາບອາກາດກແຫ້ງແລ້ງ ແລະລົມພັດແຮງ


ເຈົ້າໜ້າທີ່ເຮັດວຽກເພື່ອຄວບຄຸມໄຟປ່າໃນເຂດປ່າ ຄາໂຣໄລນາ , ທາງທິດຕາເວັນຕົກຂອງເມືອງຣີສອດແຄມຝັ່ງທະເລຂອງ ມີເທີລ ບິສ ລັດຄາໂຣໄລນາ ໃຕ້ ວັນທີ 2 ມີນາ 2025 WMBF-TV ຜ່ານ AP
ເຈົ້າໜ້າທີ່ເຮັດວຽກເພື່ອຄວບຄຸມໄຟປ່າໃນເຂດປ່າ ຄາໂຣໄລນາ , ທາງທິດຕາເວັນຕົກຂອງເມືອງຣີສອດແຄມຝັ່ງທະເລຂອງ ມີເທີລ ບິສ ລັດຄາໂຣໄລນາ ໃຕ້ ວັນທີ 2 ມີນາ 2025 WMBF-TV ຜ່ານ AP

ເຈົ້າໜ້າທີ່ດັບເພີງໄດ້ຕໍ່ສູ້ກັບໄຟປ່າໃນລັດ ຄາໂຣໄລນາ ເໜືອ ແລະ ໃຕ້ ເມື່ອວັນອາທິດວານນີ້ ທ່າມກາງສະພາບອາກາດແຫ້ງແລ້ງແລະລົມພັດແຮງ ໂດຍມີຄໍາສັ່ງອົບພະຍົບໃນບາງພື້ນທີ່ອີງຕາມອົງການຂ່າວເອພີລາຍງານ.

ກົມອຸຕຸນິຍົມວິທະຍາແຫ່ງຊາດເຕືອນວ່າອັນຕະລາຍຈາກໄຟໄໝ້ໄດ້ເພີ້ມຂຶ້ນໃນ ພາກພື້ນນີ້ເນື່ອງຈາກເຊື້ອເພີງແຫ້ງຂັ້ນວິກິດແລະຄວາມຊື້ນສຳພັດຕໍ່າຫຼາຍ.

ໃນລັດຄາໂຣໄລນາໃຕ້ ຜູ້ປົກຄອງລັດ ທ່ານ ເຮັນຣີ ແມັກມາສເຕີ (Henry McMaster) ປະກາດພາວະສຸກເສີນໃນວັນອາທິດຜ່ານມາ ເພື່ອສະໜັບສະໜູນ ຄວາມພະຍາຍາມຕອບສະໜອງຕໍ່ໄຟປ່າແລະຍັງຄົງຫ້າມເຜົາທົ່ວລັດ.

ເຈົ້າໜ້າທີ່ໄດ້ເຮັດວຽກເພື່ອຄວບຄຸມໄຟໃນພື້ນທີ່ປ່າ ຄາໂຣໄລນາ ທາງຕາເວັນ ຕົກຂອງເມືອງຕາກອາກາດຊາຍຝັ່ງ ເມີເທີລ ບິສ (Myrtle Beach) ຊຶ່ງປະຊາຊົນໄດ້ຮັບຄຳສັ່ງອົບພະຍົບອອກຈາກເຂດໄກ້ຄຽງຫຼາຍແຫ່ງຕາມ ການລາຍງານຂອງໜ່ວຍງານກູ້ໄພເມືອງ ເຮີຣີ.

ຄະນະກຳມະການປ່າໄມ້ ຂອງ ລັດ ຄາໂຣໄລນາ ໃຕ້ ຄາດການວ່າໃນຕອນ ບ່າຍຂອງວັນອາທິດວານນີ້​ວ່າໄຟກຳລັງລຸກໄໝ້ພື້ນທີ່ປະມານ 4.9 ຕາກິໂລ ແມັດ ຫຼື 1.9 ຕາລາງໄມລ ໂດຍຄວບຄຸມໄດ້ 0%. ເຈົ້າໜ້າທີ່ດັບເພີງກ່າວວ່າ ບໍ່ມີໂຄງສ້າງໃດໄດ້ຮັບຄວາມເສຍຫາຍຈາກໄຟໄໝ້ແລະບໍ່ມີລາຍງານຜູ້ໄດ້ຮັບ ບາດເຈັບຈົນເຖິງເຊົ້າວັນຈັນມື້ນີ້.

ເຈົ້າໜ້າທີ່ດັບເພີງຂອງເຂດຊຸມຊົນກ່າວວ່າ ຄາດວ່າເຈົ້າໜ້າທີ່ 410 ຄົນທີ່ກ່ຽວ ຂ້ອງກັບຄວາມພະຍາຍາມດັ່ງກ່າວຈະຍັງຢູ່ຈົນກ່ວາໄຟຈະຄວບຄຸມໄດ້ ຄາດວ່າ ຈະມີການອົບພະຍົບຜູ້ຄົນໃນວັນອາທິດຜ່ານມາ ແລະ ເຈົ້າໜ້າທີ່ເຕືອນປະຊາ ຊົນໃນພື້ນທີ່ປ່າ ຄາໂຣໄລນາ ໃຫ້ກຽມກະເປົາສຸກເສີນ ແລະ ແຜນການສຸກເສີນຫາກມີການປະກາດໃຫ້ອົບພະຍົບເພີ້ມຕື່ມໃນເຂດບ້ານຂອງພວກເຂົາ.

ໃນລັດຄາໂຣໄລນາເໜືອກົມປ່າໄມ້ສະຫະລັດກ່າວວ່າເຈົ້າໜ້າທີ່ດັບເພີງກຳລັງ ເຮັດວຽກເພື່ອຄວບຄຸມໄຟປ່າຫຼາຍຈຸດທີ່ກຳລັງລຸກໄໝ້ໃນເນື້ອທີ່ກ່ວາ 161.87 ເຮັດກຕ້າ ຫຼື 400 ເອເຄີຣ ໃນປ່າສີ່ແຫ່ງທົ່ວລັດໃນວັນອາທິດຜ່ານມາໄຟປ່າ ທີ່ໃຫຍ່ທີ່ສຸດມີພື້ນທີ່ປະມານ 121.41 ເຮັກຕ້າຣ ຫຼື 300 ເອເຄີຣ ຢູ່ໃນປ່າ ແຫ່ງຊາດ Uwharrie ຫ່າງຈາກ ເມືອງຊາຣລອຕ ໄປທາງທິດຕາເວັນ ອອກປະມານ 80.47 ກິໂລແມັດ

ເມືອງ ໄທຣອອນ ເມືອງນ້ອຍ ໆ ທາງຕາເວນຕົກສຽງໃຕ້ຂອງເມືອງ​ໃຫຍ່ ພອລ ລັດ ຄາໂຣໄລນາ ເໜືອ ໄດ້ຮຽກຮ້ອງໃຫ້ປະຊາຊົນບາງສ່ວນອົບພະຍົບ ໃນວັນເສົາທີ່ຜ່ານມາເນື່ອງຈາກໄຟປ່າໄດ້ລຸກລາມຢ່າງວ່ອງໄວໃນເມືອງດັ່ງກ່າວ ເມື່ອວັນອາທິດເຈົ້າໜ້າທີ່ກ່າວການອົບພະຍົບດັ່ງກ່າວຍັງຄົງມີຜົນບັງຄັບໃຊ້.

ອ່ານຂ່າວເປັນພາສາອັງກິດ

Crews battled wildfires in North and South Carolina on Sunday amid dry conditions and gusty winds and evacuations were ordered in some areas.

The National Weather Service warned of increased fire danger in the region due to a combination of critically dry fuels and very low relative humidity.

In South Carolina, Gov. Henry McMaster declared a state of emergency Sunday to support the wildfire response effort, and a statewide burning ban remained in effect.

Crews worked to contain a fire in the Carolina Forest area west of the coastal resort city of Myrtle Beach, where residents were ordered to evacuate several neighborhoods, according to Horry County Fire Rescue.

The South Carolina Forestry Commission estimated Sunday afternoon that the blaze was burning about 4.9 square kilometers (1.9 square miles) with 0% containment. No structures had succumbed to the blaze and no injuries had been reported as of Sunday morning, officials said.

The 410 personnel involved in the effort were expected to remain until the fire was contained, county fire officials said. Evacuations were expected to remain in place Sunday and officials warned residents in the Carolina Forest area to be prepared with go-bags and emergency plans if more evacuations were called in their neighborhoods.

In North Carolina, the U.S. Forest Service said fire crews were working to contain multiple wildfires burning on more than 161.87 hectares (400 acres) in four forests across the state Sunday. The largest, about 121.41 hectares (300 acres), was at Uwharrie National Forest, about 80.47 kilometers (50 miles) east of Charlotte.

The small southwestern town of Tryon in Polk County, North Carolina, urged some residents to evacuate Saturday as a fire spread rapidly there. On Sunday, officials said those evacuations remained in effect.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG