ພະຍາດໝາກສຸກ ຫຼື Measles ບໍ່ຄ່ອຍພົບເຫັນຢູ່ໃນ ສະຫະລັດ ແຕ່ຊາວອາເມຣິກັນ ເລີ້ມກັງວົນກ່ຽວກັບໄວຣັສທີ່ປ້ອງກັນໄດ້ຫຼາຍຂຶ້ນ ເນື່ອງຈາກຈຳນວນຄົນເຈັບ ຍັງຄົງເພີ້ມຂຶ້ນຢ່າງຕໍ່ໍເນື່ອງໃນພື້ນທີ່ຊົນນະບົດທາງທິດຕາເວັນອອກຂອງລັດເທັກຊັສ, ອີງຕາມລາຍງານຂອງອົງການຂ່າວເອພີ.
ໃນອາທິດນີ້, ມີເດັກນ້ອຍທີ່ບໍ່ໄດ້ຮັບການສັກວັກຊີນ ເສຍຊີວິດຈາກການລະບາດໃນພາກຕາເວັນຕົກຂອງລັດເທັກຊັສ, ຊຶ່ງມີຜູ້ເຈັບປ່ວຍຫຼາຍກ່ວາ 120 ຄົນ. ສູນຄວບຄຸມ ແລະປ້ອງກັນໂຣກຂອງສະຫະລັດ ຫຼື CDC ເປີດເຜີຍວ່າ ການເສຍຊີວິດຄັ້ງຫຼ້າສຸດຈາກພະຍາດໝາກສຸກໃນ ສະຫະລັດ ແມ່ນປີ 2015.
ນອກຈາກນີ້ຍັງມີຜູ້ເຈັບປ່ວຍຍ້ອນພະຍາດໝາກສຸກ 9 ຄົນ ໃນພາກຕາເວັນອອກຂອງລັກ ນິວແມັກຊິໂກ, ແຕ່ກະຊວງສາທາລະນະສຸກຂອງລັດກ່າວວ່າ ບໍ່ມີການກ່ຽວຂ້ອງໂດຍກົງກັບການລະບາດໃນລັດ ເທັກຊັສ. ນີ້ຄືສີ່ງທີ່ທ່ານຄວນຮູ້ກ່ຽວກັບພະຍາດໝາກສຸກ ແລະວິທີປ້ອງກັນຕົນເອງ.
ພະຍາດໝາກສຸກແມ່ນຫຍັງ? ມັນເປັນໂຣກທາງເດີນຫາຍໃຈທີ່ເກີດຈາກໄວຣັສ ທີ່ຕິດຕໍ່ໄດ້ງ່າຍທີ່ສຸດຊະນິດນຶ່ງຂອງໂລກ, ໄວຣັສຊະນິດນີ້ ແຜ່ລາມທາງອາກາດ ແລະແຜ່ລາມໄດ້ງ່າຍ ເມື່ອຜູ້ຕິດເຊື້ອຫາຍໃຈ, ຈາມ ຫຼື ໄອ, ໂດຍສ່ວນໃຫຍ່ ມັກເກີດຂຶ້ນກັບເດັກນ້ອຍ.
ທ່ານ ສກັອດ ວິບເວີ (Scott Weaver), ຜູ້ອຳນວຍການທີ່ຮອບຮູ້ທີ່ສຸດຂອງສູນ Global Virus Network, ຊຶ່ງເປັນໜ່ວຍງານຮ່ວມມືລະຫວ່າງປະເທດກ່າວວ່າ “ໂດຍສະເລັ່ຍແລ້ວ ຜູ້ຕິດເຊື້ອ 1 ຄົນສາມາດແຜ່ເຊື້ອໄປຍັງຄົນອື່ນໆໄດ້ປະມານ 15 ຄົນ, ມີໄວຣັສພຽງບໍ່ເທົ່າໃດຊະນິດເທົ່ານັ້ນ ທີ່ແຜ່ເຊື້ອຄືກັນກັບໂຣກດັ່ງກ່າວນີ້.”
ພະຍາດໝາກສຸກ ຈະຕິດເຊື້ອຢຄ່ບໍລິເວນທາງເດີນຫາຍໃຈກ່ອນ, ຈາກນັ້ນຈຶ່ງແຜ່ລາມໄປທົ່ວຮ່າງກາຍ ເຮັດໃຫ້ເກີດໄຂ້ສູງ, ນໍ້າມູກຍ້ອຍ, ໄອ, ຕາແດງ, ນໍ້າຕາໄຫຼ ແລະ ມີຜື່ນຂຶ້ນ, ໂດຍທົ່ວໄປ ຜື່ນຈະປາກົດຂຶ້ນໃນໄລຍະ 3-5 ມື້ຫຼັງຈາກມີອາການຄັ້ງທຳອິດ ໂດຍເລີ້ມຈາກຈຸດແດງ ທີ່ມີລັກສະນະແປເທີງໃບໜ້າ ແລ້ວຈຶ່ງລາມລົງໄປຄໍ, ຮ່າງກາຍ, ແຂນ, ຂາ ແລະ ຕີນ. ເມື່ອຜື່ນຂຶ້ນ ໄຂ້ຈະເພີ້ມສູງຂຶ້ນຮອດ 104 ອົງສາຟາເຣັນຮາຍ, ອີງຕາມຂໍ້ມູນຂອງ CDC.
ພະຍາດໝາກສຸກ ບໍ່ມີວິທີການຮັກສາທີ່ສະເພາະເຈາະຈົງ, ດັ່ງນັ້ນ ໂດຍທົ່ວໄປແພດຈະພະຍາຍາມບັນເທົາອາການ ດ້ວຍການປ້ອງກັນພາວະແຊກຊ້ອນ ແລະ ເຮັດໃຫ້ຜູ້ເຈັບປ່ວຍຮູ້ສຶກສະບາຍໂຕ, ເຈົ້າໜ້າທີ່ສາທາລະນະສຸກກ່າວວ່າ ຜູ້ທີ່ເຄີຍເປັນພະຍາດໝາກສຸກມາກ່ອນ ຈະບໍ່ສາມາດກັບມາເປັນຊໍ້າອີກ.
ອ່ານຂ່າວເປັນພາສາອັງກິດ
Measles is rarely seen in the United States, but Americans are growing more concerned about the preventable virus as cases continue to rise in rural West Texas.
This week, an unvaccinated child died in the West Texas outbreak, which involves more than 120 cases. The U.S. Centers for Disease Control and Prevention said the last confirmed measles death in the United States was in 2015.
There are also nine measles cases in eastern New Mexico, but the state health department said there is no direct connection to the outbreak in Texas. Here's what to know about the measles and how to protect yourself.
What is measles? It's a respiratory disease caused by one of the world's most contagious viruses. The virus is airborne and spreads easily when an infected person breathes, sneezes or coughs. It most commonly affects kids.
"On average, one infected person may infect about 15 other people," said Scott Weaver, a center of excellence director for the Global Virus Network, an international coalition. "There's only a few viruses that even come close to that."
Measles first infects the respiratory tract, then spreads throughout the body, causing a high fever, runny nose, cough, red, watery eyes and a rash. The rash generally appears three to five days after the first symptoms, beginning as flat red spots on the face and then spreading downward to the neck, trunk, arms, legs and feet. When the rash appears, the fever may spike over 104 degrees Fahrenheit, according to the CDC.
There's no specific treatment for measles, so doctors generally try to alleviate symptoms, prevent complications and keep patients comfortable. People who have had measles once can't get it again, health officials say.
ຟໍຣັມສະແດງຄວາມຄິດເຫັນ